ການທ່ອງທ່ຽວລາວ ຍັງບໍ່ທັນຫັນໄປສູ່ອຸດສາຫະກໍາທີ່ແທ້ຈິງ………………..

ໂດຍປະຕິບັດຕາມຍຸດທະສາດພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ທີ່ຖືເອົາການທ່ອງ ທ່ຽວ ເປັນຕົວຂັບເຄື່ອນໃຫ້ເສດຖະກິດຂອງຊາດເຕີບໂຕ, ວຽກງານທ່ອງທ່ຽວໄດ້ຮັບການສົ່ງເສີມ ແລະ ພັດພັດທະນາທາງດ້ານໂຄງລ່າງພື້ນຖານ, ແຫລ່ງທ່ອງທ່ຽວ, ສະຖານທີ່ພັກເຊົາ, ຮ້ານອາຫານ, ຜະລິດ ຕະພັນການທ່ອງທ່ຽວໃໝ່ ແລະ ການບໍລິການ ໂດຍໄດ້ຮັບທຶນຈາກລັດຖະບານ, ເງິນກູ້ຢືມ ແລະ ຊ່ວຍ ເຫລືອລ້າຈາກທະນາຄານພັດທະນາອາຊີ ໄລຍະ 1 ແລະ 2 ເພື່ອພັດທະນາໂຄ່ງລ່າງພື້ນຖານເພື່ອຮັບໃຊ້ການທ່ອງທ່ຽວ, ການຊ່ວຍເຫລືອລ້າຈາກປະເທດນິວຊິແລນ ແລະ ຄູ່ຮ່ວມພັດທະນາອີກຈໍານວນໜຶ່ງ.

Image may contain: 1 person

ຢ່າງໃດກໍຕາມ ໃນໄລຍະຜ່ານມາ ການທ່ອງທ່ຽວຂອງລາວ ຍັງບໍ່ທັນຫັນໄປສູ່ອຸດສາຫະກໍາທີ່ແທ້ຈິງ ແລະ ພື້ນຖານໂຄງລ່າງຍັງຈໍາກັດ ເນື່ອງຈາກເສັ້ນທາງເຂົ້າເຖິງແຫລ່ງທ່ອງທ່ຽວຢູ່ເຂດຫ່າງໄກຫລາຍແຫ່ງ ຍັງພົບຄວາມຫຍຸ້ງຍາກ, ບໍ່ໄດ້ຕາມມາດຕະຖານ, ເສັ້ນທາງເຊື່ອມຕໍ່ທາງບົກ ແລະ ທາງອາກາດ ໄປສູ່ຕະຫລາດເປົ້າໝາຍທາງໄກຍັງມີໜ້ອຍ; ການໂຄສະນາການທ່ອງທ່ຽວ ບໍ່ທັນມີຄຸນນະພາບສູງ, ຍັງບໍ່ທັນເຂົ້າເຖິງທຸກຕະຫລາດເປົ້າໝາຍ, ຮູບການໂຄສະນາບໍ່ທັນດຶງດູດປະທັບໃຈ ແລະ ການຄຸ້ມຄອງການ ທ່ອງທ່ຽວຍັງຂາດປະສິດທິພາບ.

ທ່ານ ກິແກ້ວ ໄຂຄໍາພິທູນ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ລາຍງານໃນກອງປະຊຸມ ໃຫຍ່ອົງຄະນະພັກກະຊວງ ຖວທ ຄັ້ງທີ V ໃນວັນທີ 10 ທັນວາ 2020 ທີ່ຫໍວັດທະນະທຳແຫ່ງຊາດ ຜ່ານມານີ້ວ່າ: ໃນ 5 ປີຜ່ານມາໄດ້ມີນັກທ່ອງທ່ຽວສາກົນເຂົ້າມາປະ ເທດເຮົາ 21.769.811 ເທື່ອຄົນ, ສະເລ່ຍ(2015-2019) ເພີ່ມຂຶ້ນ 0,56%, ການພັກເຊົາສະເລ່ຍ 8 ວັນຕໍ່ຄົນ ແລະ 7,5% ສໍາລັບລາຍຮັບ ແຕ່ຍັງຫລຸດຄາດໝາຍ, ທຽບໃສ່ 5 ປີກ່ອນ ຍັງເຫັນວ່າ ນັກທ່ອງທ່ຽວເພີ່ມຂຶ້ນ 17,7%, ລາຍຮັບເພີ່ມຂຶ້ນ 41,7 %. ຂະນະທີ່ຈໍານວນແຫລ່ງທ່ອງທ່ຽວ ເພີ່ມຂຶ້ນ 1,1% ໃນນັ້ນ ຊຶ່ງແຫລ່ງທ່ອງທ່ຽວທໍາມະຊາດກວມ 59,8%, ແຫລ່ງທ່ອງທ່ຽວວັດທະນະທໍາກວມ 26,9% ແລະ ແຫລ່ງທ່ອງທ່ຽວປະຫວັດສາດກວມ 13,4%; ທຽບໃສ່ 5 ປີກ່ອນ ເພີ່ມຂຶ້ນ 12,4%; ໂຮງແຮມເພີ່ມຂຶ້ນ 4%, ເຮືອນພັກ ແລະ ຣີສອດ ເພີ່ມຂຶ້ນ 3,6%, ບໍລິສັດທ່ອງທ່ຽວ ເພີ່ມຂຶ້ນ 9,1%, ກົງກັນຂ້າມສາຂາບໍລິສັດທ່ອງທ່ຽວຫລຸດລົງ -8,3% ແລະ ສະຖານທີ່ບັນເທິງຫລຸດລົງ -9,4%.

Image may contain: 6 people, indoor

ໃນໄລຍະການແຜ່ລະບາດພະຍາດໂຄວິດ-19, ນັບແຕ່ເດືອນ 1-9 ປີ 2020 ມີນັກທ່ອງທ່ຽວເຂົ້າມາຢ້ຽມຢາມ ສປປ ລາວ ພຽງ 18% ຂອງຕົວເລກຄາດຄະເນໝົດປີ ແລະ ຄ່ອຍໆໜ້ອຍລົງ ໂດຍສະເລ່ຍຫລຸດລົງ -15,61% ແລະ ທຽບໃສ່ກັບ 9 ເດືອນ ປີ 2019 ໄລຍະດຽວກັນ ມີອັດຕາຫລຸດລົງ -74%.ທ່ານ ກິແກ້ວ ໄຂຄຳພິທູນ ກ່າວຕື່ມວ່າ: ເພື່ອເຮັດສໍາເລັດໜ້າທີ່ ທີ່ພັກ-ລັດມອບໝາຍໃຫ້ ກະ ຊວງ ຖວທ ໄດ້ມີທິດທາງລວມ ແລະ ຄາດໝາຍສູ້ຊົນຕົ້ນຕໍຂອງວຽກງານ ການພັດທະນາການທ່ອງ ທ່ຽວໃຫ້ຍືນຍົງ ຕາມທິດທ່ອງທ່ຽວທາງດ້ານທໍາມະຊາດ, ວັດທະນະທໍາຮີດຄອງປະເພນີອັນດີງາມຂອງຊາດຂອງເຜົ່າ, ປະຫວັດສາດ ແລະ ກະສິກໍາ ໃນຊຸມປີຕໍ່ໜ້າ; ຖວທ ຈະພະຍາຍາມຫັນການທ່ອງທ່ຽວເປັນອຸດສາຫະກໍາເທື່ອລະກ້າວ ແລະ ເພີ່ມທະວີການຄຸ້ມຄອງທ່ອງທ່ຽວ ຕາມລະບຽບກົດໝາຍໃຫ້ເຂັ້ມງວດ, ສ້າງແຫລ່ງທ່ອງທ່ຽວ ແລະ ຜະລິດຕະພັນການທ່ອງທ່ຽວໃຫ້ມີຄຸນນະພາບ, ມີຄວາມຫລາກຫລາຍໄດ້ຕາມມາດຕະຖານ, ມີເອກະລັກ ແລະ ມີຈຸດສຸມ ຕາມທ່າແຮງເງື່ອນໄຂຕົວຈິງ ແລະ ຕາມທິດສີຂຽວຍືນຍົງ; ສົ່ງເສີມໃຫ້ຄົນລາວຫັນມາສູ່ “ລາວທ່ຽວລາວ”,

Image may contain: 7 people, people standing, suit and indoor

ໃຊ້ຈ່າຍພາຍໃນລາວ, ກະຈາຍລາຍໄດ້ສູ່ທ້ອງຖິ່ນຫລາຍຂຶ້ນ ໄປຄຽງຄູ່ກັບການໂຄສະນາລາວ ເພື່ອດຶງດູດນັກທ່ອງທ່ຽວຈາກຕ່າງປະເທດໃຫ້ຫລາຍຂຶ້ນ; ຍົກລະດັບສີມື ແລະ ຄຸນນະພາບ ການບໍລິການດ້ານການທ່ອງທ່ຽວໃຫ້ສູງຂຶ້ນ ໄດ້ມາດຕະຖານຕາມຄວາມຕ້ອງການຂອງຕະຫລາດ; ປັບປຸງການບໍລິການສະໜອງຂໍ້ມູນຂ່າວສານ ໃນຂອບເຂດທົ່ວປະເທດໃຫ້ດີຂຶ້ນ; ຊຸກຍູ້ຮູບແບບການຮ່ວມມື ລະຫວ່າງ ພາກລັດ-ເອກະຊົນ ເພື່ອພັດທະນາການທ່ອງທ່ຽວ ຕິດພັນກັບການມີສ່ວນຮ່ວມຂອງປະຊາຊົນ; ສ້າງໃຫ້ໄດ້ບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດດ້ານການນໍາທ່ຽວ, ການບໍລິຫານຈັດການ, ການບໍລິການໃນທຸກຕໍາແໜ່ງທັງປະລິມານ ແລະ ຄຸນນະພາບ; ຮັບປະກັນຄວາມປອດໄພໃຫ້ແກ່ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ.

ແຫຼ່ງຂໍ້ມູນ: ຂປລ

Comments