ກອງປະຊຸມໃຫຍ່ອົງຄະນະພັກກະຊວງ ຖວທ ຄັ້ງທີ V ໄຂຂຶ້ນຢ່າງເປັນທາງການ…………….

ກອງປະຊຸມໃຫຍ່ອົງຄະນະພັກກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຄັ້ງທີ V ໄຂຂຶ້ນຢ່າງເປັນທາງການ ໃນວັນຕອນເຊົ້າຂອງວັນທີ 10 ທັນວາ 2020 ທີ່ນະຄອນຫລວງວຽງຈັນ ພາຍໃຕ້ຄໍາຂວັນ “ການນໍາພາ ເຂັ້ມແຂງ, ການຄຸ້ມຄອງສັກສິດ, ຂ່າວສານທັນສະໄໝ, ວັດທະນະທໍາສີວິໄລ, ທ່ອງທ່ຽວຍືນຍົງ” ໂດຍການເປັນປະທານຂອງ ສະຫາຍ ກິແກ້ວ ໄຂຄໍາພິທູນ ເລຂາທິການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງ ຖວທ, ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ພ້ອມດ້ວຍຮອງເລຂາ ແລະ ກໍາມະການໃນຄະນະພັກກະຊວງ ຖວທ, ພະນັກງານອາວຸໂສບຳນານ ແລະ ຜູ້ແທນສົມບູນ ຈຳນວນ 204 ສະຫາຍ, ຍິງ 63 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວກະຊວງ ຖວທ ຈຳນວນ 849 ສະຫາຍ, ຍິງ 307 ສະຫາຍ ແລະ ແຂກຮັບເຊີນເຂົ້າຮ່ວມ.

ກອງປະຊຸມໃຫຍ່ຄັ້ງນີ້ ຈະໄດ້ພິຈາລະນາຮັບຮອງເອົາບົດລາຍງານການເມືອງ, ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກກະຊວງ ຖວທ ສະໄໝທີ IV, ປ່ອນບັດເລືອກຕັ້ງເອົາຄະນະພັກກະຊວງ ຖວທ ຊຸດໃໝ່ສະໄໝທີ V ເພື່ອເປັນຫຼັກກແຫຼ່ງແກ່ນສານ ໃນການສືບຕໍ່ຊີ້ນໍາ-ນໍາພາວຽກງານ ຖວທ ໃນຊຸມປີຕໍ່ໜ້າ. ພ້ອມນີ້ ກອງປະຊຸມຍັງຈະໄດ້ເລືອກຕັັ້ງຜູ້ແທນສົມບູນ ແລະ ສຳຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັັ້ງທີ XI ຂອງພັກທີ່ຈະໄຂຂຶ້ນໃນຕໍ່ໜ້າ.

ສະຫາຍ ກິແກ້ວ ໄຂຄໍາພິທູນ ກ່າວເປີດກອງປະຊຸມໃຫຍ່ ບາງຕອນວ່າ: ກອງປະ ຊຸມໃຫຍ່ຄັ້ງນີ້ ແມ່ນຂີດໝາຍສໍາຄັນທາງດ້ານການເມືອງຂອງທົ່ວກະຊວງ ຖວທ ທີ່ມີເປົ້າໝາຍເພີ່ມທະວີຄຸນນະພາບການນໍາພາຂອງອົງຄະນະພັກ, ເຮັດໃຫ້ອົງຄະນະພັກມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ມີແບບແຜນວິທີເຮັດວຽກທີ່ດີ ແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ຜູ້ແທນກອງປະຊຸມໃຫຍ່ຈົ່ງໄດ້ເຊີດຊູຄວາມຮັບຜິດຊອບ, ເສີມຂະຫຍາຍປະຊາທິປະໄຕ, ສຸມຈິດໃຈ ແລະ ສະຕິປັນຍາເຂົ້າໃນການຄົ້ນຄວ້າປະກອບຄໍາຄິດຄໍາເຫັນຢ່າງເລິກເຊິ່ງ ແລະ ສ້າງສັນ, ມີວິທີວິທະຍາ ສາດໃນການຕຶກຕອງ ແລະ ຕົກລົງບັນຫາຢ່າງຖີ່ຖ້ວນ ບົນພື້ນຖານຫຼັກໝັ້ນ, ທັດສະນະຊົນຊັ້ນ ແລະ ທັດສະນະພື້ນຖານຂອງພັກ ເພື່ອເຮັດໃຫ້ກອງປະຊຸມປະສົບຜົນສໍາເລັດຕາມຈຸດປະສົງລະດັບຄາດໝາຍທຸກປະການ.

ຈາກນັ້ນ, ສະຫາຍ ກິແກ້ວ ໄຂຄໍາພິທູນ ໄດ້ຜ່ານບົດລາຍງານທັງສອງພາກ ໂດຍໄດ້ຍົກໃຫ້ເຫັນໄລຍະ 5 ປີຜ່ານມາ ຊຶ່ງຄະນະພັກໄດ້ຖືວຽກງານແນວຄິດເປັນບູລິມະສິດ ໂດຍເອົາວຽກງານດັ່ງກ່າວ ຕິດພັນ ແລະ ເຊື່ອມສານເຂົ້າກັບການເຄື່ອນໄຫວໃນທຸກຂົງເຂດວຽກງານທົ່ວຂະແໜງ ຖວທ, ສ້າງເປັນແຜນການເຄື່ອນໄຫວຊີ້ນໍາໃຫ້ທຸກໜ່ວຍພັກ ສຸມໃສ່ສຶກສາອົບຮົມການເມືອງ-ແນວຄິດ ຮັບປະກັນໃຫ້ສະມາຊິກພັກ-ພະນັກງານທົ່ວຄະນະພັກ ຮັກສາໄດ້ຄຸນທາດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ອຸດົມການຂອງພັກ, ການສຶກສາອົບຮົມການເມືອງ-ແນວຄິດໄດ້ຕິດພັນກັບການດໍາເນີນຊີວິດການເມືອງຂອງພັກຢ່າງເປັນປົກກະຕິຕໍ່ ເນື່ອງ, ທັງເປັນການຊຸກຍູ້ສົ່ງເສີມດ້ານດີແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງ ໃຫ້ເປັນຮູບປະທໍາຕົວຈິງ; ການຈັດຕັ້ງພັກໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ໄດ້ຮັບການປັບປຸງທາງດ້ານປະລິມານ ແລະ ຄຸນນະພາບເທື່ອລະກ້າວ.

ມາຮອດປະຈຸບັນຍັງຮັກສາຈຳນວນ 2 ຮາກຖານພັກ ແລະ ມີ 42 ໜ່ວຍພັກ, ມີສະມາຊິກພັກທັງໝົດ 849 ສະຫາຍ, ໃນນັ້ນສະມາຊິກພັກປະຈໍາການ 718 ສະຫາຍ ກວມ 48,5% ຂອງຈໍານວນລັດຖະກອນ, ປີ 2019, ຜົນການກວດກາຕີລາຄາໜ່ວຍພັກ ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ມີ 27 ໜ່ວຍ ເທົ່າກັບ 60%; ໂຄງປະກອບຂອງຄະນະໜ່ວຍພັກ ແມ່ນຖືກຕາມທິດທີ່ກຳນົດໄວ້ ໃນການປະຕິບັດລະບອບຄວບຕຳແໜ່ງ, ຜູ້ເປັນເລຂາລ້ວນແຕ່ຄວບຕຳແໜ່ງຫົວໜ້າເບື້ອງລັດເປັນສ່ວນຫລາຍ, ດ້ານແບບແຜນວິທີເຮັດວຽກ, ວິທີນຳພາໄດ້ຮັບການປັບປຸງ ແລະ ມີການຫັນປ່ຽນໄປໃນທາງທີ່ດີຂຶ້ນ.

Comments