ຫາລື ການປັບປຸງ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ…….

ກະຊວງແຜນການ ແລະ ການລົງທຶນ ຈັດກອງປະຊຸມປຶກສາຫາລືລະດັບວິຊາການກ່ຽວກັບ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ເພື່ອກະກຽມໃຫ້ແກ່ກອງປະຊຸມໂຕະມົນລະດັບສູງ, ທັງນີ້ ເພື່ອກໍແນໃສ່ຮັບປະກັນເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມໃນຕໍ່ໜ້າ ມີການຫັນປ່ຽນຢ່າງຕັ້ງໜ້າ, ຮອບດ້ານ ແລະ ເຂົ້າສູ່ລວງເລິກກວ່າເກົ່າ ແລະ ເພື່ອເລັ່ງລັດການປະຕິຮູບໂຄງສ້າງເສດຖະກິດ, ຮັບປະກັນໃຫ້ມີການຫັນປ່ຽນຢ່າງຮອບດ້ານ ກ້າວໄປສູ່ການເຕີບໂຕເສດຖະກິດທີ່ມີຄຸນນະພາບ, ຍືນຍົງ ແລະ ມີຄວາມຫລາກຫລາຍ, ທັງສືບຕໍ່ຜັນຂະຫຍາຍບັນດານະໂຍບາຍ ແລະ ຍຸດທະສາດໃນການສະໜັບສະໜູນການຫລຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາ, ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ແລະ ການຈັດຕັ້ງປະຕິບັດຍຸດທະສາດການເຕີບໂຕສີຂຽວ.

Image may contain: ‎2 people, ‎text that says '‎the 9th National Socio-Economic Development Plan (NSEDP 20 leading up to the 13th High-Level Round Table Meetin Vientiane Capital, 10th December 2020 LUXEMBOURG AID&DEVELOPMENT UN DP NEWZ FOREIGN Aid Progr ل ado‎'‎‎

ກອງປະຊຸມດັ່ງກ່າວ ຈັດຂຶ້ນໃນວັນ 10 ທັນວ່າ 2020 ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນາງ ພອນວັນ ອຸທະວົງ ຫົວໜ້າກົມແຜນການ, ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ນາງ ລິຄາດາ ຣິເກີ ຜູ້ຕາງໜ້າອົງການສະຫະປະຊາຊາດປະຈຳ ສປປ ລາວ, ມີຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງການຕ່າງໆ, ບັນດາແຂວງ, ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ບັນດາທູຕານຸທູດ ແລະ ທຸກຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ເພື່ອບັນລຸຈຸດໝາຍລວມຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຈຶ່ງໄດ້ກຳນົດອອກ 6 ເປົ້າໝາຍໃຫຍ່ຄື: ເສດຖະກິດ, ພັດທະນາຊັບພະຍາກອນມະນຸດ, ຊີວິດການເປັນຢູ່ທີ່ດີ, ປົກປັກຮັກສາສິ່ງແວດລ້ອມ, ພັດທະນາໂຄງລ່າງເຊື່ອມໂຍງ ແລະ ເຊື່ອມຈອດ ແລະ ການຄຸ້ມຄອງບໍລິຫານລັດ.

Image may contain: 4 people, people sitting and indoor

ນອກນີ້, ກອງປະຊຸມ ຍັງໄດ້ປຶກສາຫາລືກ່ຽວກັບກົນໄກການຈັດຕັ້ງປະຕິບັດ ໂດຍສະເພາະການກຳນົດຂອບການຕິດຕາມ ແລະ ປະເມີນຜົນ, ແຜນການເງິນ ແລະ ການປະເມີນຄ່າໃຊ້ຈ່າຍຂອງແຜນ ການ 5 ປີ ຄັ້ງທີ IX ແນໃສ່ຮັບປະກັນໃຫ້ແຜນການດັ່ງກ່າວ ສາມາດຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ແລະ ປະສິດທິຜົນ, ສາມາດວັດແທກ ແລະ ບັນລຸເປົ້າໝາຍໄດ້ຕາມທິດການພັດທະນາທີ່ມີຄຸນນະພາບ, ມີຈຸດສຸມ, ຍືນຍົງ ແລະ ສີຂຽວໃນ 5 ປີຕໍ່ໜ້າ, ເຊິ່ງຜົນກອງປະຊຸມລະດັບວິຊາການຄັ້ງນີ້ ຈະໄດ້ລາຍງານຕໍ່ກອງປະຊຸມປຶກສາຫາລືລະດັບສູງກ່ຽວກັບ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ພາຍໃຕ້ຂະບວນການກອງປະຊຸມໂຕະມົນ ເຊິ່ງຈະໄດ້ຈັດຂຶ້ນໃນວັນທີ 11 ທັນວາ 2020 ນີ້.

Image may contain: one or more people

ຂັ້ນຕອນຕໍ່ໄປ, ແຜນການ 5 ປີ ຄັ້ງທີ IX ຈະໄດ້ຮັບການປັບປຸງເປັນສະບັບເກືອບສຸດທ້າຍເພື່ອນຳສະເໜີລັດຖະບານພິຈາລະນາ ແລະ ສະເໜີກອງປະຊຸມສະພາແຫ່ງຊາດຊຸດໃໝ່ ຮັບຮອງເອົາຢ່າງເປັນທາງການໃນຕົ້ນປີ 2021 ແລະ ພາຍຫລັງການຮັບຮອງແຜນການດັ່ງກ່າວ ຈະໄດ້ນຳສະເໜີຕໍ່ກອງປະຊຸມໂຕະມົນລະດັບສູງ ເຊິ່ງຄາດວ່າຈະຈັດຂຶ້ນໃນກາງປີ 2021.

ແຫຼ່ງຂໍ້ມູນ: ຂປລ

Comments