ຜົນສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງທີ V ອົງຄະນະພັກກະຊວງ ຖວທ………

ກອງປະຊຸມໃຫຍ່ ຄັ້ງທີ V ອົງຄະນະພັກກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ອັດລົງຢ່າງເປັນທາງການ ດ້ວຍຜົນສໍາເລັດອັນສະຫງ່າງາມ ໃນຕອນບ່າຍ ຂອງວັນທີ 10 ທັນວາ 2020, ທີ່ຫໍວັດທະນະທຳແຫ່ງຊາດ, ນະຄອນຫລວງວຽງຈັນ, ເຊິ່ງກອງປະຊຸມໄດ້ເລືອກຕັ້ງເອົາຄະນະບໍລິຫານງານພັກກະຊວງ ຖວທ ສະໄໝທີ V ຈໍານວນ 23 ສະຫາຍ, ຍິງ 3 ສະຫາຍ ຢ່າງມີປະຊາທິປະໄຕ, ມີຄວາມຮັບຜິດຊອບສູງ ແລະ ຖືກຕ້ອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ເພື່ອເປັນຫລັກແຫລ່ງແກ່ນສານ ໃນການຊີ້ນຳ-ນຳພາວຽກງານ ຖວທ ຢ່າງຮອບດ້ານ ໃນໄລຍະ 5 ປີຕໍ່ໜ້າ.

Image may contain: 6 people, indoor

ຂະນະດຽວກັນ, ກອງປະຊຸມຄັ້ງປະຖົມມະລຶກໄດ້ເລືອກເອົາຄະນະປະຈໍາ ພັກກະຊວງ ຖວທ ສະໄໝທີ V ຈໍານວນ 7 ສະຫາຍ ພ້ອມກັນນີ້, ໄດ້ເປັນເອກະສັນເລືອກເອົາ ສະຫາຍ ກິແກ້ວ ໄຂຄຳພິທູນ ເປັນເລຂາຄະນະບໍລິຫານງານພັກກະຊວງ ຖວທ, ສະຫາຍ ວັນສີ ກົວມົວ ເປັນຮອງເລຂາ ທັງເປັນປະທານກວດກາພັກ, ທ່ານ ນາງ ບົວມະນີ ໄຊທິລາດ ເປັນຮອງປະທານກວດກາ ແລະ ທ່ານ ຄູນສະຫວັດ ຊຸມມະນີວົງ ເປັນຄະນະກວດກາ.

ກອງປະຊຸມໃຫຍ່ ຄັ້ງທີ V ອົງຄະນະພັກກະຊວງ ຖວທ ໄດ້ດໍາເນີນເປັນເວລາໜຶ່ງວັນເຕັມ ພາຍໃຕ້ຄໍາຂວັນ “ການນໍາພາເຂັ້ມແຂງ, ການຄຸ້ມຄອງສັກສິດ, ຂ່າວສານທັນສະໄໝ ວັດທະນະທໍາສີວິໄລ ທ່ອງທ່ຽວຍືນຍົງ” ໂດຍການເປັນປະທານ ຂອງສະຫາຍ ກິແກ້ວ ໄຂຄໍາພິທູນ ເລຂາທິການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງ ຖວທ.

Image may contain: 1 person

ໃຫ້ກຽດເຂົ້າຮ່ວມກອງປະຊຸມ ໂດຍ ສະຫາຍນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ມີອະດີດຄະນະພັກ-ຄະນະນໍາກະຊວງ ຖວທ, ແຂກທີ່ມີກຽດ, ຜູ້ແທນສົມບູນ 204 ສະຫາຍ, ເພດຍິງ 63 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກ ທົ່ວອົງຄະນະກະຊວງ ຖວທ ທັງໝົດ 849 ສະຫາຍ, ເພດຍິງ 307 ສະຫາຍ ເຂົ້າຮ່ວມ.ຕະຫລອດໄລຍະດຳເນີນກອງປະຊຸມ, ບັນດາຜູ້ແທນກອງປະຊຸມ ໄດ້ພ້ອມກັນສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາຮ່າງບົດລາຍງານການເມືອງ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ອົງຄະນະພັກກະຊວງ ຖວທ ຄັັ້ງທີ IV ໃນຕະຫລອດໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການ 5 ປີຕໍ່ໜ້າ;ພິຈາລະນາ ແລະ ຮັບຮອງເອົາຮ່າງບົດສໍາຫລວດການນໍາພາລວມ ຂອງຄະນະບໍລິຫານງານພັກກະຊວງ ຖວທ ຄັັ້ງທີ IV ຢ່າງເປັນເອກະສັນ.

Image may contain: 7 people, people standing, suit and indoor

ພ້ອມດຽວກັນ ຜູ້ແທນກອງປະຊຸມ ຍັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກກະຊວງ ຖວທ ສະໄໝທີ V ຢ່າງມີປະຊາທິປະໄຕ, ມີຄວາມຮັບຜິດຊອບສູງ ແລະ ຖືກຕ້ອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ເພື່ອເປັນຫລັກແຫລ່ງແກ່ນສານ ໃນການນຳພາ-ຊີ້ນຳວຽກງານ ຖວທ ຢ່າງຮອບດ້ານ ໃນໄລຍະ 5 ປີຕໍ່ໜ້າ. ພ້ອມນີ້, ກອງປະຊຸມຍັງໄດ້ເລືອກຕັັ້ງຜູ້ແທນສົມບູນ ແລະ ສໍາຮອງ ຈຳນວນ 6 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັັ້ງທີ XI ຂອງພັກ ທີ່ຈະໄຂຂຶ້ນໃນປີຕໍ່ໜ້ານີ້, ພ້ອມທັງໄດ້ມີການຮັບຮອງເອົາມະຕິຂອງກອງປະຊຸມໃຫຍ່ຄັ້ງນີ້ ຢ່າງເປັນເອກະສັນ.ໂອກາດສໍາຄັນນີ້, ສະຫາຍ ນາງ ປານີ ຢາທໍ່ຕູ້ ໂດຍຕາງໜ້າໃຫ້ກົມການເມືອງສູນກາງພັກ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ແລະ ໝາກຜົນ ຂອງອົງຄະນະພັກກະຊວງ ຖວທ ທີ່ຍາດມາໄດ້ໃນ 5 ປີຜ່ານມາ, ພ້ອມທັງສະແດງຄວາມຊົມເຊີຍມາຍັງຄະນະບໍລິຫານງານຊຸດໃໝ່ ທີ່ໄດ້ຮັບການເລືອກຕັ້ງໃນຄັ້ງນີ້ ເຊິ່ງສະແດງເຖິງຄວາມເຊື່ອໝັ້ນ ແລະ ຄວາມໄວ້ວາງໃຈຂອງຜູ້ແທນກອງປະຊຸມ ແລະ ເປັນການມອບໝາຍໜ້າທີ່ວຽກງານທີ່ສຳຄັນ ແລະ ມີກຽດ ເພື່ອສືບຕໍ່ນຳພາ-ຊີ້ນຳໃນການຈັດຕັ້ງປະຕິບັດວຽກງານ ຖວທ ໃນຕໍ່ໜ້າ.

Image may contain: 6 people, indoor

ພ້ອມນີ້, ສະຫາຍ ນາງ ປານີ ຢາທໍ່ຕູ້ ຍັງໄດ້ມີທິດຊີ້ນໍາຈໍານວນໜຶ່ງຕໍ່ກອງປະຊຸມ ໂດຍທ່ານໄດ້ເນັ້ນໃຫ້ຄະນະບໍລິຫານງານພັກກະຊວງຊຸດໃໝ່ ສຸມໃສ່ສຶກສາອົບຮົມດ້ານການເມືອງແນວຄິດ ກໍາໃຫ້ໄດ້ສະພາບແນວຄິດ ຂອງສະມາ ຊິກພັກ, ພະນັກງານ ໂດຍການເຊື່ອມຊຶມແນວທາງນະໂຍບາຍ ຂອງພັກ, ລະບຽບກົດໝາຍຢ່າງເລິກເຊິ່ງ, ແທດເຖິງ ແລະ ປົກກະຕິ ຕິດພັນກັບການຕິດຕາມກວດກາ ຢ່າງເປັນປະຈຳ; ປັບປຸງກົງຈັກການຈັດຕັ້ງ ໃຫ້ກະທັດຮັດ, ສັບຊ້ອນພະນັກງານ ເຂົ້າໃນຕໍາແໜ່ງານໃຫ້ຖືກເປົ້າໝາຍ, ແທດເໝາະກັບໜ້າທີ່ວຽກງານຕົວຈິງ, ສ້າງພະນັກງານບຸກຄາລາກອນໃຫ້ເປັນວິຊາການທີ່ເຂັ້ມແຂງ, ຕ້ານປະກົດການ ສ້າງກຸ່ມກ້ອນ, ຈຸ້ມເຈື້ອເຊື້ອສາຍ ທີ່ຂັດກັບແນວທາງ, ນະໂຍບາຍ ແລະ ລະບຽບກກົດໝາຍ ຕິດພັນກັບການປະຕິບັດນະໂຍບາຍຕໍ່ກັບພະນັກງານ-ລັດຖະກອນຢ່າງເໝາະສົມ; ສ້າງ ແລະ ພັດທະນາວຽກງານຖະແຫລງຂ່າວ-ສື່ມວນຊົນ ໃຫ້ກ້າວສູ່ຄຸນນະພາບໃໝ່, ທັນສະໄໝ, ວ່ອງໄວ ເປັນກະບອກສຽງອັນແຫລມຄົມ ຂອງພັກ-ລັດ ທີ່ເຂັ້ມແຂງຂຶ້ນກວ່າເກົ່າ; ພ້ອມນີ້, ສະຫາຍ ຍັງໄດ້ເນັ້ນຕື່ມວ່າ: ຈົ່ງພ້ອມກັນສຸມໃສ່ປົກປັກຮັກສາ ແລະ ພັດທະນາວັດທະນະທໍາ ອະນຸລັກ, ສືບທອດ ແລະ ເສີມຂະຫຍາຍມູນເຊື້ອວັດທະນະ ທຳອັນດີງາມຂອງຊາດ ແລະ ພູມປັນຍາ ເພື່ອສົ່ງເສີມການຜະລິດ ແລະ ການບໍລິການໃຫ້ຫລາກຫລາຍ, ສ້າງມູນຄ່າເພີ່ມ ໂດຍການຫັນເປັນອຸດສາຫະກໍາວັດທະນະທໍາໃນໄລຍະໃໝ່ ສ້າງວຽກເຮັດງານທໍາໃຫ້ປະຊາຊົນບັນດາເຜົ່າ, ເດັດດ່ຽວຕ້ານສະກັດກັ້ນວັດທະນະທໍາທີ່ບໍ່ສອດຄ່ອງ; ເອົາໃຈໃສ່ຄຸ້ມຄອງ ແລະ ສົ່ງເສີມພັດທະນາການທ່ອງທ່ຽວທຳມະຊາດ, ທ່ອງທ່ຽວປະຫວັດສາດ, ທ່ອງທ່ຽວວັດທະນະທຳ ແລະ ທ່ອງທ່ຽວກະສິກຳ ໃຫ້ມີຄຸນນະພາບ, ຕາມທິດສີຂຽວ ແລະ ຍືນຍົງ, ເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ ສ້າງເປັນແຫລ່ງລາຍຮັບທີ່ໝັ້ນຄົງໃຫ້ກັບປະເທດຊາດ ທັງທາງກົງ ແລະ ທາງອ້ອມ.

ແຫຼ່ງຂໍ້ມູນ: ຂປລ

Comments