ລັດຖະບານໄທມອບນໍ້າຢາ ກວດຫາເຊື້ອພະຍາດໂຄວິດ 19 ໃຫ້ລັດຖະບານ ສປປ ລາວ ມູນຄ່າ 15.000 ກວ່າໂດລາສະຫະລັດ

ຕອນບ່າຍວັນທີ 26 ກຸມພາ 2021 ທີ່ສູນວິເຄາະ ແລະລະບາດວິທະຍາ ກະຊວງສາທາລະນະສຸກ ລັດຖະບານໄທ ໄດ້ມອບນໍ້າຢາ ກວດຫາເຊື້ອພະຍາດໂຄວິດ 19 ໃຫ້ລັດຖະບານລາວ ຈໍານວນ 250ກ່ອງ ຫລື 10.000ຊຸດ, ມູນຄ່າ 15.625 ໂດລາສະຫະລັດ, ກ່າວມອບໂດຍທ່ານນາງ ອຸຣະວະດີ ສິພິຣົມ ອັກຄະຣະສະທູດແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ ,ກ່າວຮັບໂດຍທ່ານ ສົມຈິດ ພາວິໄລ ຮອງຫົວໜ້າຫ້ອງການກະຊວງສາທາລະນະສຸກ ໂດຍມີພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

อาจเป็นรูปภาพของ 3 คน

ທ່ານ ສົມຈິດ ພາວິໄລ ຮອງຫົວໜ້າຫ້ອງການກະຊວງສາທາລະນະສຸກ ກ່າວວ່າ: ຜ່ານມາ ສປປ ລາວ ກໍໄດ້ຮັບການຊ່ວຍເຫລືອ ແລະຮ່ວມມືເປັນຢ່າງດີໃນຫລາຍດ້ານ ບໍ່ວ່າຈະເປັນດ້ານການຄ້າ, ຄົມມະນາຄົມ ແລະດ້ານສາທາລະນະສຸກ ເຊິ່ງສະແດງອອກໃຫ້ເຫັນໃນສະພາບປະຈຸບັນ ໃນການຮ່ວມມືປ້ອງກັນ ແລະຄວບຄຸມການລະບາດຂອງພະຍາດໂຄວິດ19 ໂດຍສະເພາະແມ່ນຢູ່ບໍລິເວນແຂວງຊາຍແດນ ເຊິ່ງລັດຖະບານແຫ່ງຣາຊະອານາຈັກໄທ ໄດ້ພະຍາຍາມຊ່ວຍເຫລືອໃນການຄັດກອງ ແລະສະກັດກັ້ນ ການເຂົ້າອອກຂ້າມແດນລະຫວ່າງສອງປະເທດ ລວມທັງຊ່ວຍເຫລືອການກັກກັນຢູດ່ານ ກ່ອນສົ່ງຜູ້ອອກແຮງງານກັບຄືນປະເທດ ໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ19.

ไม่มีคำอธิบายรูปภาพ

ພວກຂ້າພະເຈົ້າໃຫ້ຄໍາໝັ້ນສັນຍາວ່າ ຈະນໍາໃຊ້ຊຸດນໍ້າຢາກວດພະຍາດໂຄວິດ19 ນີ້ ເຂົ້າໃນການວຽກງານເຝົ້າລະວັງ, ຊອກຮູ້ການລະບາດຂອງພະຍາດພະຍາດໂຄວິດ19 ໃຫ້ຖືກຕ້ອງຕາມຈຸດປະສົງ ເພື່ອຄວບຄຸມການລະບາດຂອງພະຍາດດັ່ງກ່າວໂດຍໄວ. ນອກຈາກ ສປປ ລາວ ແລ້ວ ຣາຊະອານຈັກໄທ ຍັງໄດ້ມອບນໍ້າຢາກວດຫາເຊື້ອພະຍາດໂຄວິດ19 ໃຫ້ປະເທດສາມະຊິກອາຊຽນອື່ນໆອີກ ປະເທດລະ 10.000 ຊຸດເຊັ່ນກັນ.

ຂໍ້ມູນ:Lao National Radio

Comments