ເປີດໂຕຢ່າງຍິ່ງໃຫຍ່!!! ບໍລິສັດ ເບສ ເທເລຄອມ ຈໍາກັດ

ບໍລິສັດ ເບສ ເທເລຄອມ ຈໍາກັດ ໄດ້ເປີດໂຕຂຶ້ນຢ່າງເປັນທາງການ ໃນຕອນແລງຂອງວັນທີ 19 ມີນາ 20201 ຜ່ານມາ, ທີ່ໂຮງແຮມລາວພລາຊາ. ໂດຍການເປັນປະທານຂອງທ່ານ ທ່ານ ຄໍາຄິດ ໄຊສົງຄາມ, ຫົວໜ້າກົມສື່ສານ, ກະຊວງປ້ອງກັນປະເທດ, ປະທານ ສະພາບໍລິຫານ ບໍລິສັດ ເບສ ເທເລຄອມ ຈໍາກັດ, ທ່ານ ນາງ ກິ່ງໂພເງິນ ພູມມະສັກ, ຜູ້ອໍານວຍການໃຫຍ່ ບໍລິສັດ ເບສ ເທເລຄອມ ຈໍາກັດ, ຜູ້ອໍານວຍການໃຫຍ່ ກຸ່ມບໍລິສັດ AIF Group, ມີທ່ານ ທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕິີ ກະຊວງການເງິນ, ພ້ອມດ້ວຍ ລັດຖະມົນຕີ, ຮອງລັດຖະມົນ, ກົມໃຫຍ່, ຄະນະພະແນກຈາກກະຊວງ ທີ່ກ່ຽວຂ້ອງ, ຕາງໜ້າຜູ້ບໍລິຫານ ບໍລິສັດໂທລະຄົມ, ກຸ່ມບໍລິສັດ AIF ແລະ ສື່ມວນຊົນເຂົ້າຮ່ວມ.

ໃນພິທີດັ່ງກ່າວ, ທ່ານ ຄໍາຄິດ ໄຊສົງຄາມ, ຫົວໜ້າກົມສື່ສານ, ກະຊວງປ້ອງກັນປະເທດ, ປະທານ ສະພາບໍລິຫານ ບໍລິສັດ ເບສ ເທເລຄອມ ຈໍາກັດ ໄດ້ກ່າວເຖິງ ປະຫວັດຄວາມເປັນມາຂອງການສ້າງຕັ້ງ ບໍລິສັດ ເບສ ເທເລຄອມ ຈໍາກັດ ໂດຍຫຍໍ້ ແມ່ນເປັນບໍລິສັດ ຮ່ວມລົງທຶນລະຫວ່າງ ບໍລິສັດລັດ ສະກາຍ ໂທລະຄົມ ແລະ ບໍລິສັດ ບີເອສເຄ ລົງທຶນ ແລະ ບໍລິການຈໍາກັດ, ໄດ້ຮັບການອະນຸມັດໃຫ້ສ້າງຕັ້ງໂດຍ ກະຊວງປ້ອງກັນປະເທດ ຕາມຂໍ້ຕົກລົງຂອງກະຊວງດັ່ງກ່າວສະບັບເລກທີ 591/ກປທ, ລົງວັນທີ 21 ມັງກອນ 2021 ວ່າດ້ວຍການປັບປຸງບໍລິສັດ ລັດ ສະກາຍ ໂທລະຄົມ ແລະ ອະນຸຍາດໃຫ້ ບໍລິສັດລັດ ສະກາຍ ໂທລະຄົມ ຮ່ວມກັບ ບໍລິສັດ ບີເອັສເຄ ໃນການສ້າງຕັ້ງ ບໍລິສັດຮ່ວມທຶນ ເບສ ໂທລະຄົມ ທັງປະຕິບັດຕາມ ສັນຍາຮ່ວມຮຸ້ນ ລະຫວ່າງ ບໍລິສັດລັດ ສະກາຍ ໂທລະຄົມ ແລະ ບໍລິສັດ ບີເອສເຄ ລົງທຶນ ແລະ ບໍລິການ ຈໍາກັດຜູ້ດຽວ ສະບັບ ລົງວັນທີ 18 ມີນາ 2021.

ຕໍ່ມາ, ເພື່ອເຮັດໃຫ້ການສ້າງເສດຖະກິດໄດ້ມີປະສິດຕິຜົນດີຂຶ້ນ ແລະ ຫັນໄປສູ່ລະບຽບກົດໝາຍເທື່ອລະກ້າວ, ໂດຍປະຕິບັດຕາມ ແຈ້ງການຂອງລັດຖະບານເລກທີ 1901/ຫລບ.ກລຂ ລົງວັນທີ 11/11/2015, ບໍລິສັດລັດ ສະກາຍ ໂທລະຄົມ ແລະ ບໍລິສັດ ບີເອສເຄ ລົງທຶນ ແລະ ບໍລິການ ຈໍາກັດຜູ້ດຽວ ໄດ້ເຊັນສັນຍາຮ່ວມທຸລະກິດສອງຝ່າຍໃນວັນທີ 28/11/2017, ໂດຍບໍລິສັດ ບີເອສເຄ ລົງທຶນ ແລະ ບໍລິການ ຈໍາກັດ ໄດ້ຮັບຜິດຊອບໃນການໃຫ້ບໍລິການລູກຄ້າ ພາກທົ່ວໄປ ພ້ອມທັງສຸມໃສ່ການລົງທຶນເຂົ້າໃສ່ການຂະຫຍາຍຈຸດໃຫ້ບໍລິການທາງດ້ານໂທລະຄົມ ແລະ ການເຊື່ອມຕໍ່ທັງພາຍໃນ ແລະ ຕ່າງປະເທດ. ນັບແຕ່ນັ້ນເປັນຕົ້ນມາ ບໍລິສັດບີເອສເຄ ແມ່ນໄດ້ປະຕິບັດພັນທະຕາມສັນຍາສອງຝ່າຍໃນການໃຫ້ບໍລິການລູກຄ້າພາກທົ່ວໄປ ແລະ ສາມາດສ້າງລາຍຮັບໄດ້ດີພໍສົມຄວນເຊັ່ນ ໃນປີ 2018 ແມ່ນເພີ່ມຂຶ້ນຫຼາຍກວ່າ 24% ທຽບໃສ່ປີຜ່ານມາ. ນອກນີ້ຍັງໄດ້ປະກອບສ່ວນໃນການລົງທຶນ ຂະຫຍາຍລະບົບອຸປະກອນ ແລະ ຈຸດເຊື່ອມຕໍ່ຊາຍແດນ ເພື່ອບໍລິການລູກຄ້າຕ່າງປະເທດໄດ້ຢ່າງມີປະສິດທິຜົນ. ດັ່ງນັ້ນ, ເພື່ອເປັນການກໍານົດແຜນພັດທະນາໂຄງລ່າງພື້ນຖານທີ່ມີຢູ່ໃຫ້ມີການຂະຫຍາຍຕົວທັນກັບການພັດທະນາຂອງເຕັກໂນໂລຊີການສື່ສານໃນແຕ່ລະໄລຍະ ແລະ ວາງຍຸດທະສາດການບໍລິການທາງດ້ານໂທລະຄົມໃຫ້ມີຄວາມຫລາກຫຼາຍດ້ານຜະລິດຕະພັນ, ທັງໃຫ້ມີຄຸນນະພາບທັນສະໄໝ ແລະ ໃຫ້ກາຍເປັນຜູ້ນໍາໜ້າໃນການໃຫ້ບໍລິການດ້ານໂທລະຄົມຄົບວົງຈອນຈຶ່ງເຫັນວ່າ, ມີຄວາມຈໍາເປັນອັນຮີບດ່ວນໃນການຫັນປ່ຽນທຸລະກິດແບບເກົ່າມາເປັນການດໍາເນີນທຸລະກິດແບບຂາດຕົວ ຫຼືເຕັມຮູບແບບ. ບໍລິສັດຮ່ວມທຶນຈຶ່ງໄດ້ສະເໜີຂໍປ່ຽນຮູບແບບການດໍາເນີນທຸລະກິດ ຂອງ ບໍລິສັດລັດ ສະກາຍ ໂທລະຄົມໃນປັດຈຸບັນມາເປັນບໍລິສັດຮ່ວມທຶນຄືບໍລິສັດ ເບສ ເທເລຄອມ ຈໍາກັດ ໃຫ້ຖືກຕ້ອງຕາມລະບຽບກົດໝາຍຕາມແຈ້ງການຂອງຫ້ອງວ່າການລັດຖະບານ, ຕາມການຕົກລົງເຫັນດີ ຂອງທ່ານ ລັດຖະມົນຕີ ກະຊວງປ້ອງກັນປະເທດ ແລະ ສັນຍາຮ່ວມຮຸ້ນຂອງສອງຝ່າຍ.

ຈາກຜົນສໍາເລັດຂອງການຮ່ວມທຸລະກິດ ແລະ ດໍາເນີນການໃຫ້ ບໍລິການດ້ານໂທລະຄົມ ລະຫວ່າງ ບໍລິສັດລັດ ສະກາຍ ໂທລະຄົມ ແລະ ບໍລິສັດ ບີເອສເຄ ລົງທຶນ ແລະ ບໍລິການ ຈໍາກັດ ໃນໄລຍະສັ້ນໆ ປະມານ 3 ປີເທົ່ານັ້ນ, ການນໍາພັກ-ລັດ ກໍເຫັນໄດ້ຄວາມສໍາຄັນໃນ ວຽກງານດັ່ງກ່າວ ແລະ ເຂົ້າໃຈໃນເຈດຈໍານົງຂອງການຮ່ວມລົງທຶນ, ທັງເປັນບາດກ້າວປະຫວັດສາດ ໃນການອະນຸຍາດໃຫ້ ບໍລິສັດຮ່ວມລົງທຶນ ລະຫວ່າງ ລັດວິສາຫະກິດ ກັບ ບໍລິສັດລົງທຶນ ຂອງຄົນລາວ ເຮົາເອງ, ທັງເປັນບໍລິສັດໜຶ່ງດຽວ ທີ່ໃຫ້ບໍລິການໂທລະຄົມ ປະເພດ 1 ໃນ ສປປ ລາວ. ເພື່ອບັນລຸເປົ້າໝາຍ ຕາມແຜນດໍາເນີນທຸລະກິດ ຂອງ ບໍລິສັດ ເບສ ເທເລຄອມ ໃນການພັດທະນາລະບົບການບໍລິການດ້ານໂທລະຄົມ ທີ່ມີຜະລິດຕະພັນຫຼາກຫຼາຍທາງເລືອກ ທັງຮັບປະກັນ ຄຸນນະພາບຂອງການບໍລິການໃຫ້ສັງຄົມ, ພ້ອມດຽວກັນກໍສາມາດສ້າງລາຍຮັບເພີ່ມຂຶ້ນໃຫ້ແກ່ ບໍລິສັດ ກໍຄືການປະກອບສ່ວນໃຫ້ພາກລັດ ແລະ ສັງຄົມໃນອະນາຄົດ, ຂ້າພະເຈົ້າ ເຊື່ອໝັ້ນວ່າ ອົງການຈັດຕັ້ງພັກ-ລັດ, ບັນດາບໍລິສັດໃຫ້ບໍລິການໂທລະຄົມ, ກຸ່ມບໍລິສັດ AIF, ລວມທັງບັນດາ ຄະນະ ບໍລິຫານ ແລະ ພະນັກງານຂອງ ບໍລິສັດ ເບສ ເທເລຄອມ ທັງໝົດ ຈະໃຫ້ການ ສະໜັບສະໜູນ, ຮ່ວມມື ແລະ ຊຸກຍູ້ໃນການດໍາເນີນກິດຈະການຂອງ ບໍລິສັດ ເບສ ເທເລຄອມ ຢ່າງຕໍ່ເນື່ອງ ແລະ ເປັນປົກກະຕິ.

ໃນໂອກາດດັ່ງກ່າວ, ທ່ານ ນາງ ກິ່ງໂພເງິນ ພູມມະສັກ, ຜູ້ອໍານວຍການໃຫຍ່ ບໍລິສັດ ເບສ ເທເລຄອມ ຈໍາກັດ, ຜູ້ອໍານວຍການໃຫຍ່ ກຸ່ມບໍລິສັດ AIF Group ໄດ້ກ່າວວ່າ: ໃນນາມຜູ້ອໍານວຍການໃຫຍ່ ຂອງ ກຸ່ມບໍລິສັດ AIF ແລະ ບໍລິສັດ ເບສ ເທເລຄອມ, ຂ້າພະເຈົ້າ ມີຄວາມພາກພູມໃຈ ແລະ ດີໃຈເປັນຢ່າງຍິ່ງ ທີ່ໄດ້ເປັນບໍລິສັດຂອງຄົນລາວທໍາອິດທີ່ໄດ້ຮ່ວມກັບພາກລັດໃນການລົງທຶນ ແລະ ໃຫ້ບໍລິການໂທລະຄົມປະເພດ 1 ຢ່າງເຕັມຮູບແບບ. ພວກຂ້າພະເຈົ້າຂໍໃຫ້ຄໍາໝັ້ນສັນຍາວ່າຈະນໍາພາ ແລະ ບໍລິຫານບໍລິສັດ ເບສ ເທເລຄອມ ກ້າວໄປຢ່າງເຂັ້ມແຂງ, ໃຫ້ສາມາດຜ່ານສິ່ງທ້າທາຍ ແລະ ອຸປະສັກຕ່າງໆ ທີ່ອາດຈະເກີດຂຶ້ນໃນອະນາຄົດ. ຂ້າພະເຈົ້າເຊື່ອວ່າບໍລິສັດພວກເຮົາຈະບໍ່ຢຸດໃນຄວາມຕັ້ງໃຈພັດທະນາເພື່ອບໍລິການສັງຄົມລາວດ້ວຍບາດກ້າວໃໝ່ ແລະ ມີສີສັນໃໝ່. ພວກເຮົາຈະພະຍາຍາມສ້າງ ເບສ ເທເລຄອມ ເປັນ ບໍລິສັດໂທລະຄົມທີ່ສະໜອງການບໍລິການທີ່ດີທີ່ສຸດ ສໍາລັບລູກຄ້າພວກເຮົາກໍຄືຄູ່ຮ່ວມທຸລະກິດຂອງພວກເຮົາ.

This image has an empty alt attribute; its file name is 424A4437-1024x683.jpg

ບໍລິສັດ ບີເອສເຄ ລົງທຶນ ແລະ ບໍລິການ ຈໍາກັດ ທີ່ເປັນຄູ່ຮ່ວມທຸລະກິດ ຂອງ ບໍລິສັດລັດ ສະກາຍ ໂທລະຄົມ, ເປັນບໍລິສັດໜຶ່ງໃນກຸ່ມບໍລິສັດ AIF Group ຂອງພວກເຮົາ. ກຸ່ມບໍລິສັດ AIF ພວກເຮົາ, ເປັນໜຶ່ງໃນບໍລິສັດແຖວໜ້າຂອງປະເທດລາວ, ແລະ ເປັນໜຶ່ງໃນບໍລິສັດລາວ ລຸ້ນບຸກເບີກ ທີ່ມີການເຄື່ອນໄຫວທຸລະກິດຢ່າງຕັ້ງໜ້າ ຢູ່ ສສ. ຫວຽດນາມ, ກໍາປູເຈຍ, ໄທ ແລະ ສິງກະໂປ, ກຸ່ມບໍລິສັດພວກເຮົາມີພະນັກງານຫຼາຍກວ່າ 3000 ຄົນ, ມາຈາກ 17 ປະເທດ ແລະ ໄດ້ດໍາເນີນທຸລະກິດໃນຫຼາຍຂົງເຂດແຕກຕ່າງກັນ ເຊັ່ນ: ຂົງເຂດ ທະນາຄານ, ທາງດ່ວນ, ພະລັງງານ, ນໍ້າປະປາ, ການຄ້າ, ອະສັງຫາລິມະຊັບ, ກະສິກໍາ, ໂທລະຄົມ, ເຕັກໂນໂລຊີ ແລະ ອື່ນໆ. ຜົນສໍາເລັດຂອງການສ້າງຕັ້ງ ບໍລິສັດ ເບສ ເທເລຄອມ ແມ່ນບາດກ້າວສໍາຄັນຂອງ ກຸ່ມ ບໍລິສັດ AIF ຂອງພວກ ເຮົາ, ເຊິງເປັນການປະກອບສ່ວນເຂົ້າໃນການຂະຫຍາຍ ແລະ ພັດທະນາວຽກງານ ໃຫ້ບໍລິການດ້ານໂທລະຄົມທີ່ສາມາດຕອບສະໜອງຄວາມຕ້ອງການຂອງສັງຄົມ ແລະ ແທດເໝາະກັບການປ່ຽນແປງຂອງສະພາບເສດຖະກິດ-ສັງຄົມ ຂອງປະເທດເຮົາໃນໄລຍະໃໝ່.

ທິດທາງການດໍາເນີນທຸລະກິດ ຂອງ ບໍລິສັດ ເບສ ເທເລຄອມ ຈໍາກັດ ແມ່ນຈະພັດທະນາຂະຫຍາຍຕະຫລາດໃຫ້ມີຄວາມສາມາດແຂ່ງຂັນໄດ້, ໂດຍສະເພາະແມ່ນການບໍລິການດ້ານອິນເຕີເນັດເຊັ່ນ: FTTH, FIBER ແລະ ສາຍເຊົ່າພາຍໃນ ແລະ ຕ່າງປະເທດ ເຊັ່ນ: IPLC, DPLC ແລະ ການໃຫ້ບໍລິການສູນຮັບຝາກຂໍ້ມູນ DATA Center ແລະ ການບໍລິການດ້ານໂທລະສັບມືຖື ແບບເຄື່ອນທີ່, ດ້ວຍໝາຍເລກຫຼັກ 8, ການບໍລິການ ໂທລະພາບ IPTV ຈາກ 24 ຊ່ອງເປັນ 200 ຊ່ອງ, ພ້ອມກັບພັດທະນາ Application ທີ່ ກ່ຽວຂ້ອງອື່ນໆ. ລະບົບການບໍລິຫານ-ຈັດການ ຂອງ ບໍລິສັດ ເບສ ເທເລຄອມ ຈະໄດ້ດໍາເນີນໄປພາຍໃຕ້ກົດລະບຽບພາຍໃນຂອງບໍລິສັດ, ແຕ່ໃນພາກປະຕິບັດຕົວຈິງ ກໍຍັງມີການປະສານສົມທົບກັບກະຊວງປ້ອງກັນປະເທດເປັນປົກກະຕິໂດຍສະເພາະຈະມີລະບົບລາຍງານກ່ຽວກັບການດໍາເນີນທຸລະກິດໃຫ້ກະຊວງປ້ອງກັນປະເທດຊາບເປັນປົກກະຕິ. ຄາດຄະເນແຜນການລົງທຶນ ແຕ່ປີ 2021-2024 ຂອງບໍລິສັດ ເບສ ເທເລຄອມ ຈະນໍາໃຊ້ງົບປະມານຈໍານວນປະມານ 3 ພັນກວ່າຕື້ກີບ, ໂດຍຈະສຸມໃສ່ ຂະຫຍາຍໂຄງລ່າງພື້ນຖານໂທລະຄົມ ທີ່ມີຄວາມຈໍາເປັນໃນການບໍລິການລູກຄ້າ, ໂດຍສະເພາະນໍາໃຊ້ ແລະ ໃຫ້ບໍລິການລະບົບເຕັກໂນໂລຊີຜ່ານມືຖື ແລະ ລະບົບອີນເຕີເນັດອື່ນ ທີ່ລໍ້າໜ້າຂອງຍຸກສະໄໝ ເຊັ່ນ ການພັດທະນາລະບົບ 5G. ການລົງທຶນດັ່ງກ່າວ ຈະເຮັດໃຫ້ຜະລິດຕະພັນຂອງບໍລິສັດມີຄວາມຫລາກຫຼາຍ, ມີຄວາມສາມາດແຂ່ງຂັນ ແລະ ສ້າງລາຍໄດ້ເພີ່ມເຕີມ ທີ່ໝັ້ນຄົງ, ແລະ ສາມາດເສຍພັນທະອາກອນໃຫ້ລັດໄດ້ຫຼາຍຂຶ້ນ.

ໂດຍອີງຕາມແຜນຍຸດທະສາດ ການພັດທະນາທຸລະກິດຂອງ ບໍລິສັດ ເບສ ເທເລຄອມ ຂອງພວກເຮົາ, ຈະສືບຕໍ່ພັດທະນາລະບົບບໍລິການດ້ານໂທລະຄົມຢ່າງເຕັມຮູບແບບ ເຊັ່ນ ສືບຕໍ່ໃຫ້ບໍລິການ ແລະ ພັດທະນາ ຜະລິດຕະພັນທີ່ມີຢູ່ປັດຈຸບັນ, ການບໍລິການອິນເຕີເນັດ, ການບໍລິການໂທລະສັບມືຖື ແລະ Application ຕ່າງໆ ທີ່ສາມາດຕອບສະໜອງຄວາມຕ້ອງການຂອງລູກຄ້າ, ມີລາຄາຖືກ, ຮັບປະກັນການບໍລິການ ທີ່ມີຄວາມເຊື່ອຖືໄດ້, ພ້ອມທັງສາມາດຂະຫຍາຍການບໍລິການໃຫ້ຄອບຄຸມທົ່ວປະເທດ.

Comments