ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ ກຽມພ້ອມຮັບໃຊ້ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ IX

ໂຄງການກໍ່ສ້າງຫໍສະພາແຫ່ງຊາດ (ຕຶກໃໝ່) ມາຮອດປັດຈຸບັນ ໜ້າວຽກໂດຍລວມແມ່ນ ສຳເລັດ ແລ້ວ 95%, ສະເພາະຫ້ອງປະຊຸມໃຫຍ່ ທີ່ຈະຮັບໃຊ້ກອງປະຊຸມຄັ້ງປະຖົມມະລຶກ ຂອງສະ ພາແຫ່ງຊາດ ຊຸດທີ IX ແມ່ນສຳເລັດແລ້ວ 100%, ສາມາດຮັບໃຊ້ກອງປະຊຸມໄດ້ຢ່າງສົມບູນ,ໂຄງການກໍ່ສ້າງດັ່ງກ່າວ ແມ່ນໄດ້ຮັບການຊ່ວຍເຫລືອຈາກລັດຖະບານຫວຽດນາມ, ໂດຍແມ່ນແມ່ທັບນ້ອຍ 11 ຫວຽດນາມ ເປັນຜູ້ຮັບເໝົາກໍ່ສ້າງ ແລະ ເລີ່ມລົງມືກໍ່ສ້າງມາແຕ່ຕົ້ນເດືອນກໍລະກົດ 2018 ແລະ ຄາດວ່າຈະໃຫ້ສຳເລັດທັງໝົດ 100% ແລະ ມອບ-ຮັບ ໃຫ້ລັດຖະບານລາວ ພາຍໃນເດືອນ ມິ ຖຸນາ 2021.

อาจเป็นรูปภาพของ กลางแจ้ง และอนุสาวรีย์

ທ່ານ ພົນຕີ ຫງວຽນ ກວກ ຢຸ້ງ ຜູ້ບັນຊາການໃຫຍ່ແມ່ທັບນ້ອຍ 11 ຫວຽດນາມ ໄດ້ໃຫ້ ສຳພາດໃນວັນທີ 16 ມີນາ 2021 ນີ້ວ່າ: ມາຮອດປັດຈຸບັນ ສະເພາະການກໍ່ສ້າງຫ້ອງປະຊຸມໃຫຍ່ ສະພາແຫ່ງຊາດ ແມ່ນສຳເລັດ 100%, ພາຍໃນຫ້ອງປະຊຸມແມ່ນມີຄວາມພ້ອມໃນທຸກດ້ານ ເພື່ອຮັບ ໃຊ້ກອງປະຊຸມ ຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງ ວັນທີ 22-26 ມີນາ 2021 ນີ້, ພາຍໃນຫ້ອງປະຊຸມ ມີອຸປະກອນ, ເຄື່ອງຮັບໃຊ້ຕ່າງໆ ທີ່ ທັນສະໄໝ ເປັນຕົ້ນ ເຄື່ອງເອເລັກໂຕຣນິກຕ່າງໆ, ມີລະບົບຮັກສາຄວາມປອດໄພຄົບຊຸດ, ມີສິ່ງ ອຳນວຍຄວາມສະດວກທຸກຢ່າງ.

อาจเป็นรูปภาพของ 1 คน, กำลังยืน และกลางแจ้ง

ນອກນັ້ນ, ຍັງ ມີ ຫ້ອງປະຊຸມຄະນະປະຈຳສະພາແຫ່ງຊາດ, ຫ້ອງ ຮັບແຂກ, ຫ້ອງຕ້ອນຮັບຜູ້ແທນ, ຫ້ອງສື່ມວນຊົນ, ຫ້ອງເຕັກນິກ ແລະ ຫ້ອງບໍລິການອື່ນໆ ແມ່ນມີ ຄວາມພ້ອມທຸກດ້ານເພື່ອຮອງຮັບເຮັດໃຫ້ກອງປະຊຸມດັ່ງກ່າວ, ດຳເນີນໄປດ້ວຍຜົນສຳເລັດຕາມເປົ້າ ໝາຍທີ່ວາງໄວ້.ທ່ານ ພົນຕີ ຫງວຽນ ກວກ ຢຸ້ງ ຍັງໃຫ້ຮູ້ອີກວ່າ: ໂຄງການກໍ່ສ້າງ ຫໍສະພາແຫ່ງຊາດ ອອກ ແບບໃຫ້ມີຄວາມເປັນທັນສະໄໝ, ປະສົມປະສານກັບເອກະລັກຄວາມເປັນລາວ, ຮູບຊົງສວຍງາມ, ມີ ທັງໝົດ 5 ຊັ້ນ, 1 ຊັ້ນໃຕ້ດິນ, ມີ 400 ກວ່າຫ້ອງ, ພາຍໃນອາຄານຕົບແຕ່ງໃຫ້ມີຄວາມເປັນທັນສະ ໄໝ, ອຸປະກອນເຄື່ອງໃຊ້ຕ່າງໆ ແມ່ນນຳເຂົ້າຈາກຕ່າງປະເທດ, ລວມມູນຄ່າການກໍ່ສ້າງທັງໝົດ ເກືອບ 112 ລ້ານກວ່າໂດລາສະຫະລັດ. ການກໍ່ສ້າງຫໍສະພາແຫ່ງຊາດຫລັງໃໝ່ ພົບຄວາມຫຍຸ້ງຍາກສົມຄວນ ນັບແຕ່ເກີດການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ແຮງງານຫວຽດນາມ ຕ້ອງເສຍເວ ລາຈຳກັດບໍລິເວນຈົນກວ່າຄົບກໍານົດ 14 ວັນ. ນອກຈາກນີ້, ຍັງເຮັດໃຫ້ການນໍາເຂົ້າວັດສະດຸກໍ່ສ້າງຈາກຕ່າງປະເທດ ກໍພົບຄວາມຫຍຸ້ງຍາກເຊັ່ນດຽວກັນ. ຢ່າງໃດກໍ່ຕາມ ຜູ້ຮັບເໝົາກໍ່ສ້າງຈະເອົາໃຈໃສ່ກໍ່ສ້າງຕະຫລອດ 24 ຊົ່ວໂມງ, ໂດຍບໍ່ມີມື້ພັກວັນເສົາ ແລະ ວັນອາທິດ ເພື່ອໃຫ້ທັນມອບ-ຮັບໂຄງ ການກໍ່ສ້າງຫໍສະພາແຫ່ງຊາດລາວຫລັງໃໝ່ ຢ່າງເປັນທາງການພາຍໃນເດືອນມິຖຸນາ ທີ່ຈະມາເຖິງນີ້.

อาจเป็นรูปภาพของ สถานที่ในร่ม

ຂປລ.

Comments