ເບຍລາວນຳສະເໜີຄວາມເປັນລາວສູ່ວົງການເບຍສາກົນ ລົດຊາດທີ່ໂດດເດັ່ນຂອງເບຍລາວໄດ້ເພີ່ມທາງເລືອກໃຫ້ແກ່ຜູ້ທີ່ີຮັກໃນການດື່ມເບຍທົ່ວໂລກ

ຈາກການຄົ້ນພົບເບຍຄັ້ງທຳອິດເມື່ອຫຼາຍພັນປີກ່ອນ ຈົນມາເຖິງການນຳໃຊ້ວິທີການຜະລິດເບຍແບບທັນສະໃໝ, ນັກປຸງແຕ່ງເບຍໄດ້ທົດລອງນຳໃຊ້ສ່ວນປະສົມ ແລະ ເພີ່ມລົດຊາດໃໝ່ໆດ້ວຍຫຼາກຫຼາຍກຳມະວິທີທີ່ແຕກຕ່າງກັນ, ໂດຍປົກກະຕິແລ້ວແມ່ນອີງໃສເງື່ອນໄຂວັດຖຸດິບທີ່ມີຫຼາຍໃນທ້ອງຖິ່ນນັ້ນໆ. ໃນຄະນະດຽວກັນລົດຊາດທີ່ເປັນທີ່ຖືກໃຈຂອງຄໍເບຍທັງຫຼາຍກໍມີຕັ້ງແຕ່ເບຍຍອດນິຍົມທີ່ຜະລິດຢູ່ພາຍໃນໄປຈົນເຖິງເບຍທີ່ນຳເຂົ້າຈາກຕ່າງປະເທດເຊິ່ງໄດ້ໃຫ້ລົດຊາດທີ່ແຕກຕ່າງກັນ ແລະ ບາງຄັ້ງກໍ່ເຮັດໃຫ້ຮູ້ສຶກເຖິງສະຖານທີ່ທີ່ເຮົາໄດ້ເດີນທາງໄປຢ້ຽມຢາມ.

ໃນທົ່ວໂລກ, ພື້ນຖານຂອງສ່ວນປະສົມໃນການຜະລິດເບຍປະກອບດ້ວຍນ້ຳ, ຢີດສ, ເຂົ້າບາເລ ແລະ ດອກຮ໋ອບ ແຕ່ຍັງມີຫຼາຍກໍລະນີທີ່ມີການຕື່ມສ່ວນປະສົມອື່ນໃສ່ນຳອີກ – ເຊິ່ງເປັນສ່ວນປະສົມທີ່ສຳຄັນຂອງເບຍບາງຍີ່ຫຍໍ້ດັງຂອງໂລກ. ສ່ວນປະສົມດັ່ງກ່າວປະກອບມີ ເຂົ້າ, ເຂົ້າບາເລ້, ສາລີ, ເຂົ້າສາລີ, ຫລື ເຂົ້າໂອດ ທີ່ເພີ່ມຄຸນລັກສະນະ ແລະ ລົດຊາດທີ່ແຕກຕ່າງໃຫ້ກັບເບຍ.

ທ່ານ ເຮັນຣິກ ແອນເດີເຊັນ, ຜູ້ອຳນວຍການບໍລິສັດເບຍລາວ ໄດ້ກ່າວວ່າ: “ເປັນທີ່ຮູ້ກັນດີວ່າ ເຂົ້າຊ່ວຍເຮັດໃຫ້ລົດຊາດຂອງເບຍມີຄວາມສົດຊື່ນ ແລະ ດັບກະຫາຍ. ໃນປະເທດລາວ, ເຂົ້າທີ່ເປັນທີ່ນິຍົມຂອງຄົນລາວ ໄດ້ເຮັດໃຫ້ລົດຊາດຂອງເບຍລາວມີລົດຊາດນຸ່ມ, ດື່ມງ່າຍ ແລະເຂົ້າກັນໄດ້ດີກັບອາຫານລາວ ເຊິ່ງເຮັດໃຫ້ເບຍລາວມີລົດຊາດທີ່ເປັນເອກະລັກໃນໂລກ. ເບຍລາວໄດ້ຖືກຜະລິດໂດຍມີສ່ວນປະສົມຂອງເຂົ້າຫຼາຍກວ່າໜຶ່ງສ່ວນສີ່ເທົ່າ ເຮັດໃຫ້ມີລົດຊາດທີ່ນຸ່ມນວນ ດື່ມງ່າຍ ເໝາະກັບລົດຊະນິຍົມຂອງຄົນອາຊີ ເນື່ອງຈາກວ່າຜູ້ບໍລິໂພກມັກເບຍທີ່ມີລົດຊາດເບົາກວ່າ  ແລະ ສົດຊື່ນ ເຊິ່ງເຂົ້າກັນໄດ້ດີກວ່າກັບປະເທດໃນເຂດຮ້ອນ ແລະ ອາຫານລາວ, ບໍ່ວ່າທ່ານຈະດື່ມເບຍລາວ ຄູ່ກັບອາຫານປະເພດປີ້ງ ອາຫານລົດຈັດ ຫຼື ດື່ມເບຍລາວດາຣກ ຄູ່ກັບອາຫານປະເພດຊີ້ນ ແລະ ປະເພດສະເຕັກ.”

ແທ້ຈິງແລ້ວ, ຄົນທີ່ມັກດື່ມເບຍໃນທົ່ວໂລກ ຊື່ນຊົມກັບຄວາມຫຼາກຫຼາຍຂອງເຄື່ອງດື່ມທີ່ເຂົາມັກແລະຍິນດີທີ່ໄດ້ມີໂອກາດສຳຜັດກັບລົດຊາດທີ່ເປັນເອກະລັກ ແລະ ຄວາມສົດຊື່ນຂອງເບຍລາວເຮົາ. ບາງຄົນກໍ່ບອກວ່າ “ເປັນເບຍທີ່ມີລົດຊາດດີທີ່ສຸດໃນໂລກ”, ໃນນັ້ນລວມມີ ທ່ານ ດີບ ເຊິ່ງເປັນນັກທ່ອງທ່ຽວຈາກປະເທດມາເລເຊຍ ແລະ ເປັນຄົນທີ່ຫຼົງໄຫຼການດື່ມເບຍ. ທ່ານກ່າວວ່າ: “ເບຍລາວແມ່ນເບຍທີ່ດີທີ່ສຸດທີ່ຫຼາຍຄົນຍັງບໍ່ຮູ້, ລົດຊາດທີ່ນຸ່ມ ແລະ ດື່ມງ່າຍ ເປັນເບຍທີ່ດີທີ່ສຸດທີ່ຂ້ອຍໄດ້ດື່ມໃນຮອບຫຼາຍປີຜ່ານມາ” 

ມາດຖານສາກົນເພື່ອເອົາໃຈນັກດື່ມໃນທົ່ວໂລກ

ໃນການອະທິບາຍຂະບວນການຜະລິດເບຍລາວທີ່ພິຖີພິຖັນ, ທ່ານ ແອນເດີເຊັນ ໄດ້ອະທິບາຍວ່າ ບໍລິສັດເບຍລາວເອົາໃຈໃສ່ຢ່າງເຕັມທີ່ໃນທຸກຂັ້ນຕອນຂອງການຜະລິດຕັ້ງແຕ່ຕົ້ນຈົນຈົບແມ່ນຖືວ່າເປັນສິນລະປະ ແລະ ເປັນກຳມະສິດຂອງບໍລິສັດ.   

“ເລີ່ມຕົ້ນດ້ວຍວັດຖຸດິບທີ່ດີເລີດເຊັ່ນ ເຂົ້າມອລ, ດອກຮ໋ອບ ແລະ ເຊື້ອພັນ ຫຼື ຢີດສຊະນິດພິເສດ,​ ພວກເຮົາໄດ້ກໍານົດມາດຕະຖານຄຸນນະພາບຢ່າງພິຖີພິຖັນ ແລະ ເອົາໃຈໃສ່ປະຕິບັດຢ່າງເຂັ້ມງວດ. ເຂົ້າມອລຂອງພວກເຮົາແມ່ນໄດ້ນຳເຂົ້າມາຈາກປະເທດຝຣັ່ງ ແລະ ເບລຢ້ຽມໃນບັນຈຸພັນທີ່ປິດມິດຊິດ, ສ່ວນດອກຮ໋ອບ ແລະ ເຊື້ອພັນ ຫຼື ຢີດສແມ່ນໄດ້ນຳເຂົ້າຈາກປະເທດເຢຍລະມັນ. ແຕ່ສິ່ງສຳຄັນທີ່ສຸດ ທີ່ເປັນເອກະລັກ ເປັນຄວາມພາກພູມໃຈກັບເບຍຂອງພວກເຮົານັ້ນກໍ່ຄື ພວກເຮົານຳໃຊ້ເຂົ້າຄຸນນະພາບດີທີ່ສຸດຈາກລາວ. ສ່ວນປະສົມທັງໝົດເຫຼົ່ານີ້ໄດ້ຖືກນຳເຂົ້າຂະບວນການຜະລິດທີ່ໄດ້ມາດຕະຖານສູງສຸດ ແລະໃຫ້ໄດ້ເບຍທີ່ດີທີ່ສຸດຂອງລາວ.

ບັນດານັກທ່ອງທ່ຽວ ແລະ ຜູ້ທີ່ຫຼົງໄຫຼໃນເບຍຈາກທົ່ວໂລກເຫັນເບຍລາວເປັນດັ່ງ ທູດ ຂອງລາວ, ເບຍລາວໄດ້ຮັບຫຼາຍລາງວັນ ແລະ ທັງເປັນທີ່ຍອມຮັບດ້ານຄຸນນະພາບໃນລະດັບພາກພື້ນ ແລະ ສາກົນ ເຊິ່ງປັດຈຸບັນໄດ້ນຳມາດຕະຖານສາກົນດ້ານສະຫຼາກ ແລະ ຂໍ້ມູນໂພສະນາການມາປະຕິບັດໃຊ້ ເພື່ອຍົກລະດັບຄວາມເປັນເບຍອັນດັບໜຶ່ງໃນລາວ. ສະຫຼາກໃໝ່ນີ້ໄດ້ລະບຸປະລິມານຂອງ ພະລັງງານ, ໄຂມັນ, ຄາໂບໄຮເດຣດ, ນໍ້າຕານ, ໂປຣຕີນ ແລະ ເກືອ ໃນແຕ່ລະກະປ໋ອງ ແລະ ແກ້ວຂອງເບຍລາວ ເຊິ່ງຂໍ້ມູນມາຈາກຜົນວິໄຈຂອງຫ້ອງແລັບວິໄຈ Campden BRI Food and drinks Innovation ທີ່ເປັນຫ້ອງວິໄຈເອກະລາດ ດ້ານອາຫານ ແລະ ເຄື່ອງດື່ມ ຢູ່ນະຄອນຫຼວງລອນດອນ, ປະເທດອັງກິດ ເຊິ່ງເປັນອົງກອນທີ່ເຊື່ອຖືໄດ້ ແລະໄດ້ມາດຕະຖານການວິໄຈລະດັບສາກົນທີ່ຖືກຮັບຮອງໂດຍສະຖາບັນທີ່ໃຫ້ບໍລິການຮັບຮອງແຫ່ງຊາດຂອງປະເທດອັງກິດ United Kingdom Accreditation Service (UKAS).

ເພື່ອເປັນການໃຫ້ຂໍ້ມູນດ້ານໂພຊະນາການທີ່ເປັນປະໂຫຍດແກ້ຜູ້ບໍລິໂພກ, ນັກດື່ມເບຍທັງຫຼາຍສາມາດໝັ້ນໃຈໄດ້ເລີຍວ່າເບຍລາວບໍ່ມີທາດນໍ້າຕານ ແລະມີຄຸນຄ່າທາງໂພຊະນາການທີ່ບໍ່ແຕກຕ່າງຈາກເບຍທີ່ປຸງແຕ່ງຈາກເຂົ້າມອລຢ່າງດຽວ.

ຜູ້ມີສ່ວນຮ່ວມທີ່ມີຄວາມຮັບຜິດຊອບເພື່ອສັງຄົມທີ່ດີ

ນອກເໜືອຈາກການສ້າງຜະລິດຕະພັນທີ່ສົມບູນແບບເພື່ອໃຫ້ຄົນໄດ້ຮູ້ຈັກລາວໃນເວທີສາກົນແລ້ວ, ບໍລິສັດເບຍລາວ ກໍ່ມີຄວາມມຸ່ງໝັ້ນທີ່ຈະເປັນຜູ້ມີສ່ວນຮ່ວມທີ່ມີຄວາມຮັບຜິດຊອບຕໍ່ສັງຄົມທີ່ສະໜັບສະໜຸນສົ່ງເສີມໃຫ້ປະຊາຊົນລາວມີຊີວິດການເປັນຢູ່ທີ່ດີຂຶ້ນດ້ວຍການປະກອບສ່ວນທາງດ້ານເສດຖະກິດໃຫ້ແກ່ປະເທດຊາດເຊິ່ງເປັນຜູ້ເສຍອາກອນລາຍໃຫຍ່ທີ່ສຸດໃນລາວ, ເປັນຜູ້ສົ່ງເສີມຜູ້ປະກອບການລາຍຍ່ອຍໃນຂະແໜງກະສິກໍາໃນການສະໜອງເຂົ້າ ແລະ ວັດຖຸດິບອື່ນໆທີ່ຮັບໃຊ້ເຂົ້າໃນການຜະລິດ. ນອກຈາກນີ້ບໍລິສັດເບຍລາວຍັງມີໂຄງການສະໜັບສະໜູນກິດຈະກຳຄວາມຮັບຜິດຊອບຕໍ່ສັງຄົມໃນຂົງເຂດຕ່າງໆ ລວມທັງກິລາ, ການເບິ່ງແຍງສຸຂະພາບ, ວັດທະນະທຳ ແລະ ຮີດຄອງປະເພນີ, ກິດຈະກຳຂອງພາກລັດ, ກິດຈະກຳທາງສັງຄົມ ແລະ ຊຸມຊົນ, ອາຫານ, ດົນຕີ ແລະ ອື່ນໆ ເຊິ່ງສະເພາະໃນປີ 2020 ທີ່ຜ່ານມາ ການອຸປະຖຳບັນດາກິດຈະກຳເຫຼົ່ານີ້ມີມູນຄ່າສູງເຖິງ 5 ຕື້ກວ່າກີບ.

ທ່ານ ແອນເດີເຊັນ ກ່າວວ່າ: “ໃນທົ່ວໂລກ, ໂດຍປົກກະຕິແລ້ວພາກທຸລະກິດ ແລະ ປະຊາຊົນຈະຮ່ວມມືກັນສ້າງສາປະເທດຊາດໃຫ້ດີຂຶ້ນ ແລະ ມັນກໍບໍ່ມີຫຍັງແຕກຕ່າງໃນປະເທດລາວ. ບໍລິສັດເບຍລາວໄດ້ລິເລີ່ມຈາກຈຸດທີ່ໃກ້ກັບທຸລະກິດຂອງພວກເຮົາທີ່ສຸດເຊັ່ນ: ການເຮັດວຽກຮ່ວມກັບຊາວນາເພື່ອຮັບປະກັນໃຫ້ໄດ້ຜົນຜະລິດທີ່ດີທຸກໆປີ, ປັບປຸງຊີວິດການເປັນຢູ່ຂອງພວກເຂົາ ແລະ ຍັງຮັບປະກັນການສະໜອງເຂົ້າຄຸນນະພາບທີ່ດີທີ່ສຸດແບບຍືນຍົງໃຫ້ການດຳລົງຊີວິດ ແລະການຜະລິດເບຍລາວ. ພວກເຮົາຍັງໃຫ້ການສະໜັບສະໜຸນແກ່ 6 ໝູ່ບ້ານທີ່ຢູ່ໃກ້ຄຽງກັບໂຮງງານຂອງພວກເຮົາ, ປະກອບສ່ວນໃນການປັບປຸງສິ່ງອໍານວຍຄວາມສະດວກແກ່ໂຮງຮຽນຂອງເຂົາເຈົ້າ ແລະ ອຸປະກອນການຮຽນຂອງນັກຮຽນ ແລະ ຍັງຮັບປະກັນໝູ່ບ້ານປອດໄພ ແລະ ສະອາດໂດຍການຊ່ວຍສ້າງຖະໜົນຕ່າງໆ ແລະ ປັບປຸງການກຳຈັດຂີ້ເຫຍື້ອ.”

ທ່ານຍັງໄດ້ອະທິບາຍຕື່ມອີກວ່າ ບໍລິສັດເບຍລາວ ເຂົ້າໃຈຄວາມເປັນຫ່ວງຂອງປະຊາຊົນລາວກ່ຽວກັບພຶດຕິກຳການດື່ມຂອງຄົນລາວ. “ພວກເຮົາແມ່ນຍີ່ຫໍ້ (ແບຣນ) ທີ່ເອົາໃຈໃສ່ສົ່ງເສີມການດື່ມຢ່າງມີສະຕິ ແລະ ມັນເປັນສິ່ງສຳຄັນຫຼາຍຕໍ່ພວກເຮົາແລະຜູ້ທີ່ມັກດື່ມເບຍລາວຕ້ອງດື່ມຜະລິດຕະພັນຂອງພວກເຮົາຢ່າງມີຄວາມຮັບຜິດຊອບ. ພວກເຮົາໃຫ້ການສະໜັບສະໜູນກະຊວງປ້ອງກັນຄວາມສະຫງົບໃນການປຸກລະດົມສົ່ງເສີມການຂັບຂີ່ປອດໄພຕາມທ້ອງຖະໜົນ ໂດຍເລີ່ມຈາກໂຮງຮຽນດ້ວຍການສ້າງຈິດສຳນຶກໃຫ້ນ້ອງໆນັກຮຽນ. ນອກຈາກນັ້ນ,​ ພວກເຮົາຍັງສົ່ງເສີມຂໍ້ຄວາມປະຊາສຳພັນເມົາບໍ່ຂັບໃນຊ່ອງທາງສື່ອອນລາຍ ແລະ ຊອງທາງສື່ສານອື່ນໆຂອງພວກເຮົາ,” ທ່ານກ່າວ.

ໃນຊຸມປີຜ່ານມາ, ບໍລິສັດເບຍລາວໄດ້ເອົາໃຈໃສ່ໃຫ້ການສະໜັບສະໜູນຫຼາຍດ້ານ ຕໍ່ປະຊາຊົນລາວ ເປັນຕົ້ນແມ່ນການສະໜັບສະໜຸນດ້ານທຶນການສຶກສາໃຫ້ແກ່ນັກຮຽນດີເດັ່ນຂອງມະຫາວິທະຍາໄລ ແລະ ປະກອບສ່ວນໃນການໃຫ້ລາງວັນນັກຮຽນດີເດັ່ນຂອງກະຊວງສຶກສາ ແລະ ກິລາ; ໃຫ້ການບໍລິຈາກແກ່ອົງການກາແດງລາວ ເຊິ່ງໄດ້ຊ່ວຍຄົນເຈັບຈາກພະຍາດໄຂ້ຍຸງ ແລະ ພະຍາດກ່ຽວກັບໝາກໄຂ່ຫຼັງ; ປະກອບສ່ວນໃນການຕໍ່ສູ້ກັບການລະບາດຂອງເຊື້ອພະຍາດ ໂຄວິດ-19; ບໍລິຈາກຊ່ວຍຜູ້ປະສົບໄພນໍ້າຖວມ, ຮ່ວມກັບຫ້ອງການຕົວເມືອງນະຄອນຫຼວງວຽງຈັນເພື່ອບົວລະບັດສວນສາທາລະນະໃນຕົວເມືອງ. 

ທ້າຍທີ່ສຸດ, ບໍລິສັດເບຍລາວມີຄວາມມຸ້ງຫວັງທີ່ຈະມີສ່ວນຮ່ວມຢ່າງຕັ້ງໜ້າໃນການປ່ຽນແປງຊີວິດການເປັນຢູ່ຂອງປະຊາຊົນລາວໃຫ້ດີຂຶ້ນ ແລະ ທີມງານພວກເຮົາຈະສືບຕໍ່ເຮັດວຽກຢ່າງໜັກຮ່ວມກັບພາກສ່ວນຕ່າງໆໃນທຸກລະດັບຂອງສັງຄົມເພື່ອເຮັດໃຫ້ຄວາມປາດຖະໜາດັ່ງກ່າວເປັນຈິງ.

Comments