ເພື່ອສະໜອງທຶນຈໍານວນ 2,1ຕື້ ກັບ ເພື່ອພັດທະນາຍຸດທະສາດການເຂົ້າຫາແຫຼ່ງທຶນຢູ່ໃນຂະແໜງການກະສິກໍາ ຢູ່ໃນ ສປປ ລາວ ໃນຕອນບ່າຍຂອງວັນທີ 19 ມີນາ 2021 ທະນາຄານລາວ – ຝຣັ່ງ ຈໍາກັດ (ທລຝ) ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ຮ່ວມກັບຄະນະສະເພາະກິດສົ່ງເສີມການຜະລິດພາຍໃນ ຢູ່ທີ່ໂຮງແຮມ Lao Plaza, ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ປອ ອາດສະພັງທອງ ສີພັນດອນ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ, ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ຫຼ້າສາຍ ນວນທາສິງ, ຫົວໜ້າພະແນກ ກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ.
ສໍາລັບການຮ່ວມມືໂຄງການສະໜອງທຶນໃນຄັ້ງນີ້ ເພື່ອຢາກຊຸກຍູ້ການສົ່ງເສີມການຜະລິດພາຍໃນໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ເພື່ອຮັບປະກັນການເຕີບໃຫຍ່ຂະຫຍາຍຕົວ ແລະ ການຜະລິດແບບຍືນຍົງ, ເພື່ອສາມາດແຂ່ງຂັນກັບການນໍາເຂົ້າສິນຄ້າກະສິກໍາ. ນອກຈາກນີ້, ກໍຍັງຈະສາມາດອໍານວຍຄວາມສະດວກໃນການສະໜອງຜະລິດຕະພັນພາຍໃນໃຫ້ພຽງພໍກັບຄວາມຕ້ອງການທັງພາຍໃນ ແລະ ຕ່າງປະເທດ.
ໃນໂອກາດດັ່ງກ່າວ ທ່ານ ຫຼ້າສາຍ ນວນທາສິງ, ຫົວໜ້າພະແນກ ກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ກ່າວວ່າ: ຄະນະສະເພາະກິດສົ່ງເສີມການຜະລິດພາຍໃນ ແມ່ນໜ່ວຍງານໜຶ່ງຂອງລັດຖະບານ ທີ່ມີຈຸດປະສົງໃນການຊຸກຍູ້, ຕິດຕາມ ແລະ ກໍານົດທິດທາງນະໂຍບາຍກ່ຽວກັບ ວຽກງານການຜະລິດກະສິກໍາ ແລະ ການຊົມໃຊ້ຜະລິດຕະພັນທີ່ຜະລິດຢູ່ພາຍໃນ ແລະ ເຊັ່ນດຽວກັນກັບການຄຸ້ມຄອງການນໍາເຂົ້າສິນຄ້າອຸປະໂພກ – ບໍລິໂພກ.
ກ່ຽວກັບຄະນະສະເພາະກິດການສົ່ງເສີມການຜະລິດພາຍໃນ
ຄະນະສະເພາະກິດການສົ່ງເສີມການຜະລິດພາຍໃນ ຄະນະສະເພາະກິດສົ່ງເສີມການຜະລິດພາຍໃນ ແມ່ນໜ່ວຍງານໜຶ່ງຂອງລັດຖະບານ ທີ່ມີຈຸດປະສົງໃນການຊຸກຍູ້, ຕິດຕາມ ແລະ ກໍານົດທິດທາງນະໂຍບາຍກ່ຽວກັບ ວຽກງານການຜະລິດກະສິກໍາ ແລະ ການຊົມໃຊ້ຜະລິດຕະພັນທີ່ຜະລິດຢູ່ພາຍໃນ ແລະ ເຊັ່ນດຽວກັນກັບການຄຸ້ມຄອງການນໍາເຂົ້າສິນຄ້າອຸປະໂພກ – ບໍລິໂພກ. ໂດຍມີ ທ່ານ ປອ ອາດສະພັງທອງ ສີພັນດອນ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ເປັນຫົວໜ້າຄະນະສະເພາະກິດສົ່ງເສີມການຜະລິດ.
ພ້ອມດຽວກັນນັ້ນ, ທ່ານ ອາກໂນ ໂກລີເອ, ຜູ້ອໍານວຍການທະນາຄານລາວ – ຝຣັ່ງ ຍັງໄດ້ກ່າວຕື່ມວ່າ: ຕະຫຼອດໄລຍະ 10 ປີ ຂອງການດໍາເນີນການຢູ່ໃນ ສປປ ລາວ, ທະນາຄານລາວ – ຝຣັ່ງ ເປັນທະນາຄານທຸລະກິດໜຶ່ງ ທີ່ໄດ້ສະໜອງການແກ້ໄຂບັນຫາທາງດ້ານທຸລະກໍາທະນາຄານ ແລະ ການບໍລິການທາງດ້ານການເງິນທີ່ເຕັມຮູບແບບ ໃຫ້ແກ່ບັນດາລູກຄ້າຂອງພວກເຮົາ. ທະນາຄານລາວ – ຝຣັ່ງ ໄດ້ສະໜອງທຶນໃຫ້ຫຼາຍໂຄງການຢູ່ໃນ ສປປ ລາວ ໃນຫຼາຍຂະແໜງການທີ່ແຕກຕ່າງກັນເຊັ່ນວ່າ: ດ້ານການສຶກສາ, ພະລັງງານ, ອຸດສາຫະກໍາ ຫຼື ການບໍລິການ.
ກ່ຽວກັບທະນາຄານລາວ – ຝຣັ່ງ ຈໍາກັດ
ທະນາຄານ ລາວ-ຝຣັ່ງ ຈຳກັດ ແມ່ນທະນາຄານຮ່ວມທຶນລະຫວ່າງ ທະນາຄານ BRED (ກຸ່ມບໍລິສັດ BRED) ແລະ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ.
BRED ເປັນທະນາຄານ ຮ່ວມທຶນກັບທະນາຄານ Populaire ທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1919 ເຊິ່ງປັດຈຸບັນ ມີສະມາຊິກຫຼາຍກວ່າ 200.000 ຫົວໜ່ວຍ ແລະ ມີຊັບສິນທັງໝົດຫຼາຍກວ່າ 4.4 ຕື້ ເອີໂຣ. ທະນາຄານດັ່ງກ່າວ ເປັນສ່ວນໜຶ່ງຂອງກຸ່ມບໍລິສັດ BPCE ທີ່ຈັດຢູ່ອັນດັບທີ 17 ຂອງບໍລິສັດທີ່ມີຊັບສິນຫຼາຍກວ່າໝູ່ທົ່ວໂລກ. BRED ມີສາຂາຢູ່ທົ່ວໂລກເຊັ່ນ: ຢູ່ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ (ລາວ, ກຳປູເຈຍ ແລະ ມ້ຽນມາ), ທະວີບອາຟຣິກາ (ຈີບູຕີ ແລະ ເອທິໂອເປຍ) ແລະ ພາກພື້ນປາຊີຟິກ (ນິວຄາເລໂດເນຍ, ຟິຈິ, ວານູອາຕູ ແລະ ໝູ່ເກາະ ໂຊໂລມອນ). ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ເປັນທະນາຄານທຸລະກິດທີ່ໃຫຍ່ທີ່ສຸດໃນ ສປປ ລາວ.
ກະລຸນາເຂົ້າໄປທີ່ www.bfl-bred.com ເພື່ອຮຽນຮູ້ຂໍ້ມູນເພີ່ມເຕີມກ່ຽວກັບ ທະນາຄານ ລາວ-ຝຣັ່ງ.