ກຽມສະເໜີ!!! ລໍາວົງລາວຂຶ້ນເປັນມໍລະດົກໂລກ

ໃນລະຫວ່າງວັນທີ 18-19 ມີນາ 2021 ຢູ່ທີ່ໂຮງຮຽນ ສິລະປະແຫ່ງຊາດ ໄດ້ມີການຈັດກອງປະຊຸມ ປຶກສາຫາລື ເພື່ອຄວາມເອກະພາບ ຮັບຮອງເອົາ ທ່າຟ້ອນລໍາວົງລາວ ຂຶ້ນເປັນມໍລະດົກໂລກ ຂອງອົງການອຸຍເນັສໂກ ຈັດໂດຍ ກົມສິລະປະສຶກສາ.

ລໍາວົງລາວ ແມ່ນສິລະປະການຟ້ອນ ທີ່ມີຊື່ສຽງ ແລະ ອ່ອນຊ້ອຍ ສວຍງາມ ຄຽງຄູ່ມາຕັ້ງແຕ່ດົນນານ ກັບສັງຄົມລາວ, ແມ່ນມໍລະດົກທາງສິລະປະ ທີ່ລໍ້າຄ່າ ແລະ ເປັນຫົວຄິດປະດິດສ້າງຂອງຄົນລາວ ທີ່ຄວນໄດ້ຮັບການ ອະນຸລັກ ສືບທອດ ຕະຫຼອດໄປ

Comments