ຈີນລົງທຶນໃນຂົງເຂດພະລັງງານ 11 ໂຄງການລວມ 16 ເຂື່ອນໄຟຟ້າ

ຮອດທ້າຍປີ 2020 ໂຄງການເຂື່ອນໄຟຟ້າທີ່ບໍລິສັດຈີນ ລົງທຶນມີ 11 ໂຄງການ ລວມມີເຂື່ອນ 16 ແຫ່ງ ເຊິ່ງໄດ້ນໍາເອົາຜົນປະໂຫຍດມາສູ່ປະຊາຊົນສອງປະເທດລາວ-ຈີນ ກໍຄືສອງຝ່າຍ. ທ່ານ ດາວວົງ ພອນແກ້ວ ຮອງລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ ໃຫ້ສໍາພາດບໍ່ດົນມານີ້ ກ່ຽວກັບການລົງທຶນຂອງ ສປ ຈີນ ຢູ່ໃນຂົງເຂດການພັດທະນາດ້ານພະລັງງານ ແລະບໍ່ແຮ່ ຢູ່ ສປປ ລາວ.

ທ່ານໃຫ້ຮູ້ວ່າ: 11 ໂຄງການນັ້ນ, ລວມມີເຂື່ອນ 16 ແຫ່ງ ມີກຳລັງແຮງຕິດຕັ້ງ 2.256 ເມກາວັດ (MW) ໃນນັ້ນ ສ້າງສຳເລັດແລ້ວ 14 ແຫ່ງມີກຳລັງແຮງຕິດຕັ້ງ 1.886 MW ກວມເອົາ 44% ຂອງການສະໜອງໄຟຟ້າພາຍໃນປະເທດເຊັ່ນ ໂຄງການເຂື່ອນໄຟຟ້ານ້ຳງື່ມ1ພາກຂະຫຍາຍເບີ7ແລະເບີ8,ມີກຳລັງຕິດຕັ້ງ80ເມກາວັດ,ໄດ້ກໍ່ສ້າງສຳເລັດແລະເປີດຜະລິດໄຟຢ່າງເປັນທາງການເມື່ອວັນທີ 28 ພຶດສະພາ 2018. ໂຄງການເຂື່ອນໄຟຟ້ານ້ຳລີກ 1 ແລະ2 ເປັນໂຄງການລົງທຶນຂອງບໍລິສັດ CWE, ມີກຳລັງຕິດຕັ້ງທັງໝົດ 100 ເມກາວັດ,ສ້າງສຳເລັດໃນວັນທີ29ກໍລະກົດ2010, ໂຄງການຕັ້ງຢູ່ເມືອງເຟືອງແຂວງວຽງຈັນ ໂຄງການເຂື່ອນໄຟຟ້ານໍ້າອູ 2 , 5 ແລະ 6 ມີກໍາລັງຕິດຕັ້ງລວມ 440 MW ໂດຍແມ່ນບໍລິສັດ ຊີໂນຮາຍໂດຣ ເປັນຜູ້ສໍາປະທານ, ສ້າງສໍາເລັດປີ 2016.

อาจเป็นรูปภาพของ 1 คน และกำลังนั่ง

ໂດຍລວມ, ການລົງທຶນ ແລະເຄື່ອນໄຫວດຳເນີນທຸລະກິດຂອງນັກລົງທຶນ ແລະ ຜູ້ປະກອບການຂອງ ສປ.ຈີນຢູ່ ສປປ ລາວ ເວົ້າລວມແມ່ນຢູ່ໃນອັນດັບ 1 ຂອງຜູ້ມາລົງທຶນຢູ່ ສປປ ລາວ ແລະປະກອບດ້ວຍຫຼາກຫຼາຍຂະແໜງການ.ສະເພາະນັກລົງທຶນຈາກສປຈີນໄດ້ເຂົ້າມາມີບົດບາດສຳຄັນໃນການຮ່ວມມືພັດທະນາວຽກງານພະລັງງານໄຟຟ້າ ທັງໃນຖານະເປັນຜູ້ສະໜອງທຶນ, ຜູ້ຮັບເໝົາ, ຜູ້ສະໜອງອຸປະກອນການຜະລິດໄຟຟ້າ, ຜູ້ດຳເນີນການສຶກສາອອກແບບ ແລະ ຄູ່ຮ່ວມທຸລະກິດ. ສາມາດຢືນຢັນໄດ້ວ່າ : ການຮ່ວມມືລາວ-ຈີນ ເພື່ອພັດທະນາ ດ້ານພະລັງງານໄຟຟ້າຢູ່ລາວ ແມ່ນການຮ່ວມມືທີ່ດີ, ມີບໍລິມາດການລົງທຶນສູງ ແລະ ບັນດາໂຄງການພັດທະນາຕ່າງໆລ້ວນແຕ່ໄດ້ເອົາໃຈໃສ່ປະຕິບັດຕາມສັນຍາ, ກົດໝາຍ ແລະ ລະບຽບການຢ່າງຖືກຕ້ອງແລະ ໄດ້ຮັບຜົນດີ ອັນໄດ້ນໍາເອົາຜົນປະໂຫຍດມາສູ່ 2 ຝ່າຍ.

อาจเป็นรูปภาพของ กลางแจ้ง

ທ່ານກ່າວຕື່ມວ່າ: ການພັດທະນາ ວຽກງານພະລັງງານ ແລະ ບໍ່ແຮ່ ຢູ່ ສປປ ລາວ ແມ່ນຢຶດໝັ້ນຕາມແນວທາງປ່ຽນແປງໃໝ່ຂອງພັກໂດຍສະເພາະແມ່ນການຈັດຕັ້ງປະຕິບັດຕາມແນວທາງຫັນເປັນອຸດສາຫະກໍາ ແລະ ທັນສະໄໝຂອງພັກ ຊຶ່ງໄດ້ກໍານົດອອກຢູ່ໃນມະຕິກອງປະຊຸມໃຫຍ່ແຕ່ລະຄັ້ງຂອງພັກໃນໄລຍະທີ່ຜ່ານມາ, ຈົນມາຮອດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວໃນປັດຈຸບັນ.

ແຫຼ່ງທີ່ມາຂ່າວ :CRI

Comments