ຮອງນາຍົກລັດຖະມົນຕີ ລົງຊຸກຍູ້ໂຄງການກໍ່ສ້າງໂຮງໝໍມະໂຫສົດ ຂະໜາດ 600 ຕຽງ

ໃນວັນທີ 17 ມີນາ 2021 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ຕິດຕາມຄວາມຄືບໜ້າ ໂຄງການກໍ່ສ້າງໂຮງໝໍມະໂຫສົດ (ຫລັງໃໝ່) ຂະໜາດ 600 ຕຽງ, ເຊິ່ງຄາດວ່າຈະໃຫ້ສຳເລັດທັງໝົດໃນເດືອນພຶດສະພາ 2022 ແລະ ເປີດນຳໃຊ້ຢ່າງເປັນທາງການ.

อาจเป็นรูปภาพของ 8 คน, ผู้คนกำลังยืน, ผู้คนกำลังนั่ง และสถานที่ในร่ม

ອີງຕາມການລາຍງານຈາກຂະແໜງການທີ່ກ່ຽວຂ້ອງ, ພາຍຫລັງກໍ່ສ້າງສຳເລັດແລ້ວ ໂຮງໝໍມະ ໂຫສົດແຫ່ງນີ້ ຈະກາຍເປັນໂຮງໝໍທີ່ໃຫຍ່ ແລະ ມີອຸປະກອນການແພດທີ່ທັນສະໄໝທີ່ສຸດໃນ ສປປ ລາວ, ເຊິ່ງມີມູນຄ່າການລົງທຶນກໍ່ສ້າງຫລາຍກວ່າ 590 ລ້ານຢ້ວນ, ໂດຍໄດ້ຮັບການຊ່ວຍເຫລືອລ້າຈາກລັດຖະ ບານ ສປ ຈີນ.

อาจเป็นรูปภาพของ กลางแจ้ง

ການກໍ່ສ້າງໂຄງການດັ່ງກ່າວ ໄດ້ແບ່ງອອກເປັນ 2 ໄລຍະ ໂດຍໄດ້ເລີ່ມລົງມືກໍ່ສ້າງຢ່າງເປັນທາງການໃນທ້າຍປີ 2018, ເຊິ່ງມາຮອດປັດຈຸບັນ ການກໍ່ສ້າງໄລຍະທີ 1 ສຳເລັດແລ້ວປະມານ 80% ແລະ ຄາດວ່າຈະໃຫ້ສຳເລັດໃນເດືອນພຶດສະພາ 2021 ນີ້, ສ່ວນໄລຍະທີ 2 ຄາດວ່າຈະເລີ່ມລົງມືກໍ່ສ້າງໃນເດືອນກໍລະກົດ 2021 ແລະ ໃຫ້ສຳເລັດທັງໝົດໃນເດືອນພຶດສະພາ 2022. ຕາມແຜນການກໍ່ສ້າງແລ້ວ, ໄລຍະທີ່ 1 ແມ່ນຈະໃຫ້ສໍາເລັດໃນເດືອນກໍລະກົດ ປີ 2020 ແຕ່ຍ້ອນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ຈຶ່ງເຮັດໃຫ້ວຽກງານການກໍ່ສ້າງມີຄວາມຫລ້າຊ້າ, ທັງນີ້ກໍຍ້ອນວ່າ ວິຊາການ, ຊ່ຽວ ຊານ, ວັດຖຸດິບ ແລະ ວັດສະດຸກໍ່ສ້າງ ບໍ່ສາມາດນຳເຂົ້າມາໄດ້ຕາມຄວາມຕ້ອງການ ແລະ ຕາມເວລາທີ່ກຳນົດໄວ້. ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍມາຍັງບໍລິສັດຮັບເໝົາກໍ່ສ້າງ ແລະ ຄະນະຮັບຜິດຊອບທີ່ກ່ຽວຂ້ອງ ທີ່ໄດ້ສຸມທຸກຄວາມພະຍາຍາມໃນການຈັດຕັ້ງປະຕິບັດໜ້າທີ່ຈົນໄດ້ຮັບຜົນສຳເລັດໃນທ່າມກາງທີ່ມີອຸປະສັກຫລາຍຢ່າງ ໂດຍສະເພາະຜົນກະທົບຂອງການລະບາດພະຍາດໂຄວິດ-19.

อาจเป็นรูปภาพของ 1 คน, กำลังนั่ง, กำลังยืน และสถานที่ในร่ม

ເຖິງຢ່າງໃດກໍຕາມ, ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ເນັ້ນໃຫ້ຄະນະຮັບຜິດຊອບໂຄງການດັ່ງກ່າວ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ກວດກາຄືນກ່ຽວກັບການນຳເຂົ້າວັດສະດຸກໍ່ສ້າງ ແລະ ອື່ນໆທີ່ກ່ຽວຂ້ອງ ເພື່ອໃຫ້ມີຄວາມວ່ອງໄວ ແລະ ທັນການ, ຖ້າຫາກວ່າມີບັນຫາໃດຫຍຸ້ງຍາກ ຂໍໃຫ້ທາງຄະນະຮັບຜິດຊອບໂຄງການ ເຮັດໜັງສືລາຍງານມາຍັງພາກສ່ວນທີ່ກ່ຽວຂ້ອງ ເພື່ອແກ້ໄຂຢ່່າງທ່ວງທັນ. ພ້ອມກັນນັ້ນ, ກໍຮຽກຮ້ອງໃຫ້ທຸກຂະແໜງການທີ່ກ່ຽວຂ້ອງ ພະຍາຍາມສູ້ຊົນ, ຕິດຕາມກວດກາ, ຊຸກຍູ້ ແລະ ອຳນວຍຄວາມສະດວກ ໃຫ້ໂຄງການກໍ່ສ້າງໂຮງໝໍມະໂຫສົດແຫ່ງນີ້ ມີປະສິດທິພາບ, ປະສິດທິຜົນ ແລະ ສຳເລັດຕາມຄາດໝາຍທີ່ວ່າງໄວ້.

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และกลางแจ้ง

ຂປລ.

Comments