ສປປ ລາວ ໄດ້ຮັບການສັກວັກຊີນປ້ອງກັນໂຄວິດ-19 ແລ້ວ 40 ພັນກວ່າຄົນ

ປັດຈຸບັນ ທົ່ວປະເທດໄດ້ຮັບການສັກວັກຊີນປ້ອງກັນພະຍາດ ໂຄວິດ-19 ແລ້ວ 40 ພັນກວ່າຄົນ, ເຊິ່ງການສັກວັກຊີນ ແມ່ນເພື່ອແກ້ໄຂພາວະສຸກເສີນ ຈາກການລະບາດຂອງພະຍາດ COVID-19 ຈຶ່ງໄດ້ສຸມໃສ່ກຸ່ມເປົ້າໝາຍບູລິມະສິດກ່ອນ ເປັນຕົ້ນ ແມ່ນພະນັກງານແພດໝໍ, ພະນັກ ງານດ່ານໜ້າຜູ້ທີ່ມີຄວາມສ່ຽງສູງ ຢູ່ສູນກາງ ແລະ ທ້ອງຖິ່ນ.

อาจเป็นรูปภาพของ 1 คน และกำลังยืน

ທ່ານ ດຣ.ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າໃຫ້ກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ລາຍງານ ກ່ຽວກັບສະພາບການລະບາດຂອງພະຍາດ COVID-19 ແລະ ການສັກວັກຊີນ ປ້ອງກັນພະຍາດ COVID-19 ໃນວັນທີ 15 ມີນາ 2021 ນີ້ວ່າ: ມາຮອດປັດຈຸບັນ ໄດ້ສັກເຂັມທີ 1 ໃຫ້ແກ່ກຸ່ມເປົ້າໝາຍບູລິມະສິດ ທັງໝົດ 40.732 ຄົນ ໃນຂອບເຂດທົ່ວປະເທດ. ປະກອບມີ ພະນັກງານແພດໝໍ ກວມເອົາ 13.005 ຄົນ, ພະນັກງານເຮັດວຽກທີ່ມີຄວາມສ່ຽງ 22.791 ຄົນ, ຜູ້ທີ່ມີຄວາມຈໍາເປັນເດີນທາງອອກນອກປະເທດ 625 ຄົນ, ຜູ້ສູງອາຍຸກວ່າ 60 ປີ 220 ຄົນ, ຜູ້ທີ່ມີພະຍາດປະຈຳຕົວ 31 ຄົນ ແລະ ກຸ່ມອື່ນໆ 4.060 ຄົນ.

อาจเป็นรูปภาพของ 1 คน และกำลังยืน

ຂປລ.

Comments