ທູດຍີ່ປຸ່ນຕ້ອນຮັບອາສາສະໜັກ ມາປະຈໍາ ສປປລາວ

ທ່ານ ທາເຄຊິ ຮິຄິຮາຣະ ເອກອັກຄະຣາຊະທູດຍີ່ປຸ່ນປະຈໍາ ສປປ ລາວ ໄດ້ກ່າວວ່າ: ນັບແຕ່ປີ 1965 ປະເທດລາວ ເປັນປະເທດທຳອິດ ທີ່ຍີ່ປຸ່ນ ໄດ້ສົ່ງອາສາສະໝັກຊາວໜຸ່ມມາປະຕິບັດງານ, ເຊິ່ງມາເຖິງປັດຈຸບັນມີອາສາສະໝັກຊາວໜຸ່ມ ແລະ ອະວຸໂສ ທີ່ຖືກສົ່ງມາເຮັດວຽກຢູ່ ສປປ ລາວ ທັງໝົດ 992 ຄົນ, ໃນຫຼາຍຂະແໜງການ ໂດຍສະເພາະແມ່ນ ສາທາລະນະສຸກ, ການສຶກສາ, ກະສິກຳ, ການກິລາ ແລະ ການພັດທະນາຊຸມຊົນ.

ໃນວັນທີ 17 ຕຸລາ 2018 ທີ່ສະຖານທູດຍີ່ປຸ່ນ ປະຈຳ ສປປ ລາວ, ທາງສະຖານທູດໄດ້ຕ້ອນຮັບອາສາສະໝັກຊາວໜຸ່ມໃໝ່ ຈາກປະເທດຍີ່ປຸ່ນ ຈຳນວນ 4 ຄົນ,ຍິງ 1 ຄົນ (JICA) ທີ່ຈະມາປະຈຳ ແລະ ເຮັດວຽກຢູ່ລາວເປັນເວລາ 2 ປີ ເພື່ອສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມ ແລະ ການພັດທະນາຊັບ ພະຍາກອນມະນຸດ.

ຂໍ້ມູນຈາກ:ຂປລ.

Comments