ຂ່າວ ພາຍໃນປະເທດ

ຮອງນາຍົກ ຕ້ອນຮັບກອງເລຂາ ສປຊ ຕ້ານຢາເສບຕິດ ແລະ ອາຊະຍາກໍາ

ໃນວັນທີ 24 ຕຸລາ 2018 ທີ່ຜ່ານມາ, ທ່ານ ປອ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາ ສູນກາງພັກ ແລະ ອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ທັນຢາ ຊານຕຸຊີ ກອງເລຂາກົນໄກ ທົບທວນຂອງອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກໍາ (UNODC) ພ້ອມຄະນະ ແລະ ຊ່ຽວຊານຈາກປະເທດໄຊປລັດ ແລະ ປາກິສະຖານ. ໃນໂອກາດທີ່ເດີນທາງມາ ຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມ ປຶກສາຫາລືກ່ຽວກັບ ການຈັດຕັ້ງປະຕິບັດ ສົນທິສັນຍາສະຫະປະຊາຊາດ ວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງ ພາກທີ II ການປ້ອງກັນ ແລະ ພາກທີ V ການເກັບກູ້ຊັບສິນຮອບວຽນທີ 2 ຂອງ ສປປ ລາວໃນລະຫວ່າງວັນທີ 22-24 ຕຸລາ 2018 ທີ່ນະຄອນຫຼວງວຽງຈັນ. ທ່ານ ນາງ ທັນຍາ ຊານຕຸຊີ ໄດ້ລາຍງານການເຄື່ອນໄຫວຢ້ຽມຢາມ ແລະ ເຂົ້າຮ່ວມກອງ ປະຊຸມປຶກາສາຫາລືຄັ້ງນີ້ ໃຫ້ທ່ານຮອງນາຍົກລັດຖະມົນຕີຊາບແລະ ສະແດງຄວາມຊົມເຊີຍຕໍ່ ສປປ ລາວ ທີ່ເອົາໃຈໃສ່ຈັດຕັ້ງປະຕິບັດສົນທິສັນຍາ ຂອງອົງການສະຫະປະຊາຊາດ ວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງຢ່າງຕັ້ງໜ້າ ແລະ ມີໝາກຜົນໃນໄລຍະຜ່ານມາ. ໃນໂອກາດນີ້ທ່ານ ປອ ບຸນທອງ ຈິດມະນີ ກໍໄດ້ສະແດງຄວາມຊົມເຊີຍ ແລະ ຂອບ ໃຈຕໍ່ ຄະນະກອງເລຂາກົນໄກ ທົບທວນຂອງອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກໍາ ທີ່ໄດ້ມາເຄື່ອນໄຫວຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມ ກ່ຽວກັບການຈັດຕັ້ງປະຕິບັດ ສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍການຕ້ານ ການສໍ້ລາດບັງຫຼວງ ຢູ່ສປປ ລາວ. ທັງນີ້ ກໍເພື່ອເປັນການທົບທວນຄືນ ວຽກງານການ ປະຕິບັດວຽກງານການຕ້ານການສໍ້ລາດບັງຫຼວງຂອງລາວ ທັງເປັນການຊຸກຍູ້ສົ່ງເສີມເຮັດໃຫ້ ການປະຕິບັດສົນທິສັນຍາ ດັ່ງກ່າວ ໃຫ້ນັບມື້ນັບມີໝາກຜົນຕື່ມອີກ. ຂ່າວ-ພາບ: ແສງເພັດ ແຊ່ຈ່າວ  

Read More »

“ຢຶດຖືເອົາວັດທະນະທຳປ້ອງກັນເຫດ ເພື່ອເຮັດໃຫ້ເອກະລັກ ອາຊຽນມີຄວາມອຸດົມຮັ່ງມີ”

ກອງປະຊຸມລັດຖະມົນຕີ  ຮັບຜິດຊອບວຽກງານວັດທະນະທຳ  ແລະ ສິລະປະອາຊຽນ ຄັ້ງທີ 8 ຈັດຂຶ້ນໃນວັນທີ 24 ຕຸລາ 2018 ທີ່ ເມືອງຢອກຢາກາຕາ, ປະເທດອິນໂດເນເຊຍ  ພາຍໃຕ້ຫົວຂໍ້: “ຢຶດຖືເອົາວັດທະນະທຳປ້ອງກັນເຫດ ເພື່ອເຮັດໃຫ້ ເອກະລັກອາຊຽນມີຄວາມ ອຸດົມຮັ່ງມີ” ພາຍໃຕ້ການເປັນປະທານຂອງ ທ່ານ Muhadjir Effendy, ລັດຖະມົນຕີກະຊວງສຶກສາທິການ  ແລະ  ວັດທະນະທຳ ອິນໂດເນຍເຊຍ ໂດຍມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າຫນ້າທີ່ອາວຸໂສ  ແລະ ບັນດາຜູ້ແທນຈາກພາກສ່ວນວັດທະນະທຳ ແລະ ສິລະປະ ຈາກບັນດາປະເທດສະມາຊິກອາຊຽນ ແລະ ທ່ານເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ. ກອງປະຊຸມໄດ້ປຶກສາຫາລືບັນຫາຕ່າງໆ ຢ່າງກວ້າງຂວາງ ແລະ ສ້າງສັນ. ໃນນັ້ນ, ໄດ້ພິຈາລະນາຮັບຮອງເອກະສານສຳຄັນ ເຊັ່ນ:  ຖະແຫຼງການຢອກຢາກາຕາວ່າດ້ວຍການ “ຢຶດຖືເອົາວັດທະນະທຳປ້ອງກັນເຫດ  ເພື່ອເຮັດໃຫ້ເອກະລັກອາຊຽນມີຄວາມອຸດົມຮັ່ງມີ”   “Yogyakarta Declaration on Embracing the ASEAN Culture of Prevention to Enrich ASEAN Identity” ເຊິ່ງຖະແຫຼງການນີ້  ຈະໄດ້ນໍາສະເໜີໃຫ້ຜູ້ນໍາອາຊຽນຮັບຊາບ  ທີ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33  ທີ່ຈະຈັດຂຶ້ນໃນເດືອນ ພະຈິກ 2018 ທີ່ ປະເທດ ສິງກະໂປ. ໂອກາດເດີນທາງເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະ ມົນຕີກະຊວງຖະແຫຼງຂ່າວ,   ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ສະເໜີຕໍ່ກອງປະຊຸມ ຄັ້ງນີ້ວ່າ:  ສປປ ...

Read More »

ທ່ານ ບຸນຍັງ ວໍລະຈິດ ສົ່ງໂທລະເລກອວຍພອນ ທ່ານ ຫງວຽນ ຟູ ຈອງ

ວັນທີ 23 ຕຸລາ 2018. ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງໂທລະເລກອວຍພອນເຖິງ ທ່ານ ຫງວຽນ ຟູ ຈອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ,ປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. ຊຶ່ງມີເນື້ອໃນວ່າ: ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ ບັນດາເຜົ່າ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄວາມຊົມເຊີຍຢ່າງສຸດໃຈ ແລະ ພອນໄຊອັນປະເສີດ ມາຍັງສະຫາຍ ກໍຄືພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ໃນໂອກາດທີ່ສະຫາຍ ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃນກອງປະຊຸມສະໄໝສາມັນ ຄັ້ງທີ VI ຂອງສະພາແຫ່ງຊາດ ຊຸດທີ XIV ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃນວັນທີ 23 ຕຸລາ ...

Read More »

ທົ່ວປະເທດ ປະຢັດພະລັງງານໄດ້ ຫຼາຍຮ້ອຍລ້ານ ກິໂລວັດໂມງ

ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນພະລັງງານໂລກ ວັນທີ 22 ຕຸລາ 2018 ທີ່ຜ່ານມາ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ແຈ້ງການໃຫ້ທົ່ວປະເທດ ມີສ່ວນຮ່ວມໃນການສະຫຼອງວັນດັ່ງກ່າວດ້ວຍການຮ່ວມໃຈມອດໄຟ ໂດຍເລີ່ມແຕ່ເວລາ 12ໂມງ00 ຫາ 13ໂມງ00. ອີງຕາມແຫຼ່ງຂໍ້ມູນຈາກລັດວິສາຫະກິດ ໄຟຟ້າລາວ ແຈ້ງໃຫ້ຊາບໃນຕອນເຊົ້າຂອງວັນທີ 23 ຕຸລາ 2018 ຜ່ານມານີ້ວ່າ: ຜ່ານການລາຍງານຈາກສູນຄຸ້ມຄອງໄຟຟ້າໃນທົ່ວປະເທດໃຫ້ຮູ້ວ່າ: ພຽງໄລຍະໜຶ່ງຊົ່ວໂມງແມ່ນສາມາດປະຢັດພະລັງງານໄຟຟ້າໄດ້ເຖິງ 767.206.719 ກິໂລວັດໂມງ (Kwh). ຖ້າຄິດໄລ່ເປັນມູນຄ່າຂອງກະແສໄຟຟ້າແມ່ນຕົກເປັນເງິນທັງໝົດ 767 ລ້ານກວ່າກີບ. ແຫຼ່ງຂໍ້ມູນຍັງແຈ້ງໃຫ້ຮູ້ຕື່ມວ່າ: ສ່ວນໃຫຍ່ແມ່ນພາກທີ່ຢູ່ອາໄສ,ໄຟຟ້າແສງສະຫວ່າງ,ພາກສ່ວນບໍລິການຂະໜາດນ້ອຍ,ສໍານັກງານ ອົງການ,ບໍລິສັດ ຫ້າງຮ້ານຈໍານວນໜຶ່ງ ທີ່ໄດ້ຮ່ວມສະໝັກໃຈໃນຄັ້ງນີ້ ຖ້າຫາກທຸກຫົວໜ່ວຍທຸລະກິດຂະໜາດໃຫຍ່ ຫາກປະກອບສ່ວນ ຍິ່ງຈະເຮັດໃຫ້ປະຢັດພະລັງງານໄດ້ຫຼາຍກວ່ານີ້. ສິ່ງດັ່ງກ່າວໄດ້ສະແດງໃຫ້ພວກເຮົາເຫັນວ່າ: ພຽງໄລຍະສັ້ນໆ ແຕ່ຜົນຂອງມັນນັ້ນແມ່ນມະຫາສານ, ຖ້າຄົນລາວເຮົາທຸກຄົນຫາກພ້ອມໃຈກັນ ຊ່ວຍກັນຫຼຸດການຊົມໃຊ້ໄຟຟ້າ ທີ່ບໍ່ຈໍາເປັນລົງໄດ້ຜູ້ລະເລັກລະໜ້ອຍ ໂດຍສະເພາະແມ່ນແອເຢັນ ທີ່ມີສ່ວນເຮັດໃຫ້ເກີດສະພາບໂລກຮ້ອນ ມັນຈະຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ຍັງຊ່ວຍຮັກສາສະພາບແວດລ້ອມໄປໃນຕົວອີກດ້ວຍ.   ຂໍ້ມູນຈາກ ລັດວິສາຫະກິດ ໄຟຟ້າລາວ

Read More »

ທ່ານປະທານປະເທດ ຄົນໃໝ່ ເຂົ້າພິທີສາບານຕົນ

ສຳນັກຂ່າວສານຫວຽດນາມ ລາຍງານໃນວັນທີ 23 ຕຸລາ 2018 ວ່າ: ໃນກອງປະຊຸມ ຄັ້ງທີ 6 ຂອງສະພາແຫ່ງຊາດຫວຽດນາມ ທີ່ກຳລັງດຳເນີນໃນປັດຈຸບັນ ຜູ້ແທນຂອງສະພາແຫ່ງຊາດຊຸດທີ 14 ໄດ້ລົງມະຕິເປັນເອກະສັນດ້ວຍຄະແນນສຽງ 99,8 % ຮັບຮອງເອົາ ການແຕ່ງຕັ້ງ ທ່ານ   ຫງວຽນ ຟູ ຈ໋ອງ (Nguyen Phu Trong)  ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ດຳລົງຕຳແໜ່ງປະທານປະເທດຄົນໃໝ່ ສຳລັບວາລະ ປີ 2016-2021. ພາຍຫຼັງທີ່ມີການປະກາດຜົນການລົງຄະແນນເລືອກ ປະທານປະເທດຫວຽດນາມຄົນໃຫມ່ ໃນຕອນບ່າຍ ທ່ານປະທານປະເທດຄົນໃໝ່ ກໍໄດ້ເຂົ້າພິທີສາບານຕົນຢູ່ຫໍສະພາແຫ່ງຊາດ ສັນຍາວ່າຈະຊື່ສັດຕໍ່ປະເທດຊາດ, ປະຊາຊົນ ແລະ ລັດຖະທຳມະນູນ ຂອງສາທາລະນະລັດ ສັງຄົມນິຍົມຫວຽດນາມ ແລະ ໃຊ້ທຸກຄວາມພະຍາຍາມເພື່ອເຮັດສຳເລັດທຸກພາລະກິດທີ່ໄດ້ຮັບມອບໝາຍ. ຂໍ້ມູນຈາກ:ຂປລ.

Read More »

ມາຮອດປັດຈຸບັນໄດ້ມາແລ້ວ 30 ກວ່າຫຼຽນ

ໃນວັນທີ 23 ຕຸລາ 2018 ທີມກຸ່ມນັກຮຽນມວຍຈີນ ຈາກ ສປປ ລາວ ສາມາດຍາດໄດ້ຕື່ມອີກຫຼາຍຫຼຽນ (ຈາກລາຍການປະເພດດ່ຽວ ປະກອບອຸປະກອນ) ສາມາດຍາດໄດ້ 2 ຫຼຽນຄຳ, 2 ຫຼຽນເງີນ, 1 ຫຼຽນທອງແດງ. ມາຮອດປັດຈຸບັນຜ່ານການແຂ່ງຂັນຂອງກຸ່ມທີມຈາກ ສປປ ລາວ ສາມາດຍາດໄດ້ແລ້ວ 06 ຫຼຽນຄຳ, 12 ຫຼຽນເງິນ ແລະ 16 ຫຼຽນທອງແດງ. ສໍາລັບການແຂ່ງຂັນໃນຮອບສຸດທ້າຍ ມາຮ່ວມລຸ້ນນໍາກັນວ່າ: ຈະສາມາດຍາດໄດ້ຕື່ມອີກຈັກຫຼຽນ. ຂອບໃຈແຫຼ່ງຂໍ້ມູນ ແລະ ຮູບພາບຈາກອິນເຕີເນັດ  

Read More »

ສະພາແຫ່ງຊາດຫວຽດນາມ ລົງມະຕິເປັນເອກະສັນຮັບຮອງເອົາການແຕ່ງຕັ້ງປະທານປະເທດຄົນໃໝ່

ສຳນັກຂ່າວສານຫວຽດນາມ ລາຍງານໃນວັນທີ 23 ຕຸລາ 2018 ວ່າ: ກອງປະຊຸມສະພາແຫ່ງຊາດຫວຽດນາມ ໄດ້ລົງມະຕິເປັນເອກະສັນ ດ້ວຍຄະແນນສຽງ 99,8 % ຮັບຮອງເອົາ ການແຕ່ງຕັ້ງ ທ່ານ   ຫງວຽນ ຟູ ຈ໋ອງ (Nguyen Phu Trong) ກຳມະການກົມການເມືອງສູນກາງພັກ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ດຳລົງຕຳແໜ່ງປະທານປະເທດຄົນໃໝ່, ພາຍຫຼັງທີ່ທ່ານ ເຈິນ ດ໋າຍ ກວາງ ເຖິງແກ່ມໍລະນະກຳ ໃນວັນທີ 21 ກັນຍາ ຜ່ານມາ.     ຂໍ້ມູນຈາກ:ຂປລ.

Read More »

ສປປ ລາວ ຖືກຈັດອັນດັບທີ 3 ເປັນປະເທດທີ່ມີສັນຕິພາບທີ່ສຸດ ໃນອາຊຽນ

ຂ່າວດີ ! ສປປ ລາວ ຖືກຈັດຢູ່ອັນດັບທີ່ #3 ປະເທດທີ່ມີສັນຕິພາບທີ່ສຸດ ໃນອາຊຽນ ແລະ ຢູ່ອັນດັບທີ #46 ຂອງໂລກ, ຊຶ່ງຈັດໂດຍ Institute for Economics and Peace 2018 !!! ລາຍລະອຽດວິທີການຈັດອັນດັບທີ່: https://seasia.co/…/southeast-asian-nations-in-world-s-peac… Southeast Asian Nations In World’s Peaceful Countries Index by Adelaida Salikha The latest Global Peace Index 2018 was conducted by Australia-based think tank Institute for Economics and Peace, which studied the peace and order situation in 163 countries. ...

Read More »

ຄົນລາວສ້າງປະຫວັດສາດ ສາມາດຍາດໄດ້ 20 ກວ່າຫຼຽນໃນການແຂ່ງຂັນມວຍຈີນ

ຄົນລາວທົ່ວປະເທດ ມີຄວາມດີໃຈອີກຄັ້ງ ພາຍຫຼັງໄດ້ຮັບຂ່າວວ່າຄົນລາວສາມາດສ້າງປະຫວັດສາດ ຍາດໄດ້ 20 ກວ່າຫຼຽນໃນການແຂ່ງຂັນມວຍຈີນພຽງ 2 ວັນທີ່ເມືອງ ເຕີ້ງເພີງ. ຄົນລາວ 17 ຄົນຍິງ 2 ຄົນໄດ້ເດີນທາງໄປເຝິກອົບຮົມວິຊາມວຍຈີນເປັນເວລາ 4 ເດຶອນ ໂດຍແບ່ງເປັນ 2 ກຸ່ມຄື: ກຸ່ມທີ 1 ແມ່ນຮຽນມວຍເສົາຫຼີນ ຈໍານວນ 8 ຄົນ ຍິງ 1 ຄົນ. ກຸ່ມທີ 2 ແມ່ນຮຽນມວຍໄທຈິ ຈໍານວນ 9 ຄົນ ຍິງ 1 ຄົນ. ໃນໄລຍະດັ່ງກ່າວທາງປະເທດຈີນໄດ້ຈັດການແຂ່ງຂັນ The 12th  Zhengzhou China International Shaolin Wushu Festival 2018 ຂຶ້ນທີ່ເມືອງ ເຕີ້ງເພີງ (Dengfeng) ເມືອງແຫ່ງການຕໍ່ສູ່ ເຊິ່ງເປັນຕົ້ນກໍາເນີດຂອງວັດເສົາຫຼີນ. ທີມຈາກ ສປປ ລາວ ກໍໄດ້ເຂົ້າຮ່ວມແຂ່ງຂັນໃນງານຄັ້ງນີ້ ຮ່ວມກັບບັນດາປະເທດເພື່ອນມິດທີ່ມາຈາກ 65 ປະເທດ. ການແຂ່ງຂັນແມ່ນເລີ່ມແຕ່ວັນທີ ...

Read More »

ເປີດຮັບສະໝັກ!!! ທຶນການສຶກສາ ທີ່ປະເທດເຢຍລະມັນ ອ່ານດ່ວນ…

ມາແລ້ວ ທຶນການສຶກສາ ຈາກປະເທດ ເຢຍລະມັນ ?? ສໍາລັບຜູ້ສົນໃຈ ສະໝັກໄດ້ ຕາມເນື້ອຫາຂ້າງລຸ່ມນີ້ ປິດຮັບສະໝັກ: 30/10/2018 ໂຊກດີ !!! Scholarship Master of Science in Tropical Forestry Study at TU Dresden in Germany – the Cradle of Forestry – Call for DAAD scholarship applications – The Master course qualifies future decision-makers and change agents to develop sustainable forest management strategies and implement development-relevant interventions in rural and peri-urban ...

Read More »