ແຈ້ງການສັນຈອນ ໄລຍະບຸນອອກພັນສາ ທ່າວັດຈັນ

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ ເລກທີ 395/ປກສ.ນວ ລົງວັນທີ 15 ຕຸລາ 2018 ເລື່ອງ: ເພີ່ມທະວີປ້ອງກັນຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມໃນໄລຍະ ງານບຸນອອກພັນສາ ປະວໍລະນາ ຊ່ວງເຮືອປະເພນີ ທ່າວັດຈັນ ປະຈໍາປີ ພ.ສ​2561.

ໃນຂໍ້ 3 ຂອງແຈ້ງການໄດ້ກໍານົດເສັ້ນທາງສັນຈອນ ແລະ ບ່ອນຈອດລົດປະເພດຕ່າງໆດັ່ງນີ້:

ກ. ບັນດາລົດໂດຍສານ.

  1. ມາຈາກທິດເໜືອ ມີຈຸດປະສົງມາທ່ຽວງານບຸນ ແມ່ນອະນຸຍາດໃຫ້ເຂົ້າຈອດຕາມສະຖານທີ່ທາງອະນຸກໍາມະການອະນຸຍາດ ຫຼື ຈອດຕາມແຄມຖະໜົນສຸພານຸວົງ ແລະ ທາງຮ່ອມອື່ນໆ ທີ່ເຫັນວ່າມີຄວາມປອດໄພ ແລະ ບໍ່ກີດຂວາງການສັນຈອນ.
  2. ມາຈາກທິດໃຕ້ ອະນຸຍາດໃຫ້ຈອດຢູ່ສະຖານທີ່ຈອດລົດຂອງພະແນກໂຍທາທິການ ແລະ ທາງຮ່ອມໂຮງຮຽນມໍປາຍ ເພຍວັດ ຫຼື ຈອດຕາມແຄມຖະໜົນສຸພານຸວົງ ແລະ ທາງຮ່ອມອື່ນໆ ທີ່ເຫັນວ່າມີຄວາມປອດໄພ ແລະ ບໍ່ກີດຂວາງການສັນຈອນ.
  3. ມາຈາກຖະໜົນ 13 ໃຕ້ ອະນຸຍາດໃຫ້ຈອດຕາມສະຖານທີ່ຈອດລົດຕໍ່ໜ້າສະໜາມກິລາເຈົ້າອານຸວົງ,ຫໍວັດທະນະທໍາ ແລະ ທາງຮ່ອມອື່ນໆ ທີ່ເຫັນວ່າມີຄວາມປອດໄພ ແລະ ບໍ່ກີດຂວາງການສັນຈອນ.

ຂ. ບັນດາລົດສ່ວນຕົວ,ລົດຕຸກໆ ຈໍາໂບ້.

ໃຫ້ຈອດຕາມສະຖານທີ່ຈອດລົດ ທີ່ອະນຸກໍາມະການຈັດງານ ໄດ້ກໍານົດໄວ້ ແລະ ປະຕິບັດຕາມການສັນຍານຂອງເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ຕາມຈຸດ ຕາມປ້ອມຕ່າງໆ.

ຄ. ລົດຈັກ ລົດຖີບ.

ອະນຸຍາດໃຫ້ຈອດຕາມສະຖານທີ່ ຈອດລົດ ທີ່ອະນຸກໍາມະການຈັດງານກໍານົດໄວ້.

ງ. ສໍາລັບຜູ້ໃຊ້ພາຫະນະ ທີ່ບໍ່ປະສົງຈະໄປຮ່ວມງານ.

  1. ມາຈາກຖະໜົນ 13 ເໜືອ ມີຈຸດປະສົງໄປຖະໜົນ 13 ໃຕ້,ຖະໜົນທ່າເດື່ອ ໃຫ້ນໍາໃຊ້ ຖະໜົນອາຊຽນ, ຖະໜົນໜອງບຶກ ແລະ ຖະໜົນດົງໂດກ.
  2. ມາຈາກຖະໜົນ 13 ໃຕ້ ແລະ ຖະໜົນເລກ 10 ມີຈຸດປະສົງໄປຖະໜົນ 13 ເໜືອ ໃຫ້ໃຊ້ຖະໜົນ 450 ປີ,ຖະໜົນກໍາແພງເມືອງ ແລະ ຖະໜົນມິດຕະພາບ.

ໃນລະຫວ່າງ ວັນທີ 22-25 ຕຸລາ 2018 ຫ້າມພາຫະນະທຸກປະເພດາໃຊ້ຖະໜົນເຈົ້າຟ້າງຸ່ມ (ແຄມຂອງ) ເລີ່ມແຕ່ສາມແຍກ ຄຣີນິກສາກົນ ໄປຈົນເຖິງ ສາມແຍກປາກປ່າສັກ.

ສະເພາະພາຫະນະຂົນສົ່ງສິນຄ້າປະເພດຕ່າງໆ ທີ່ມີຈຸດປະສົງນໍາເອົາສິນຄ້າເຂົ້າໄປຂາຍໃນງານບຸນ ແມ່ນອະນຸຍາດໃຫ້ນໍາສົ່ງເຄື່ອງໄດ້ແຕ່ເວລາ 5-9 ໂມງເຊົ້າ.

Comments