ມາເບິ່ງ!!! 14 ຂໍ້ຫ້າມໃນງານ ບຸນຊ່ວງເຮືອ ແລະ ໄຫຼເຮືອໄຟທ່າວັດຈັນ 2018

ງານບຸນປະເພນີອອກພັນສາ ປະວໍລະນາ ຂອງຊາວພຸດເຮົາປີ 2018ນີ້ ກົງກັບວັນພຸດວັນທີ 24 ຕຸລາ 2018 ຂຶ້ນ 5 ຄໍ່າເດືອນ 11 ເຊິ່ງໃນແຕ່ລະປີ ຊາວນະຄອນຫຼວງວຽງຈັນກໍຄືຊາວລາວໃນຂອບເຂດທົ່ວປະເທດ, ທ່ານ ບົວລອນ ວົງດາລາແສນ ເຈົ້າເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາ ແລະ ຊ່ວງເຮືອປະເພ ນີ 2018 ທີ່ທ່າວັດຈັນ ໄດ້ກ່າວວ່າ: ສະເພາະປີ 2018 ເປັນປີທ່ອງທ່ຽວລາວ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍຂອງຊາວຄ້າຂາຍລວມທັງຜູ້ທີ່ເຂົ້າມາທ່ຽວໃນງານ ຄະນະກໍາມະການຈັດງານກໍໄດ້ອອກລະບຽບຂໍ້ຫ້າມ 14 ຂໍ້ຄື:

1. ຫ້າມບໍ່ໃຫ້ມີການໂຄສະນາທຸກຮູບແບບທີ່ຜິດຕໍ່ກົດໝາຍຂອງ ສປປລາວ;

2. ຫ້າມຂາຍ ຫຼື ນໍາເອົາອາວຸດທຸກປະເພດ ລວມທັງຟ້າ, ມີດ, ງ້າວ, ໜ້າເກັກ, ກະຖູນ, ສະໜັບມື, ໂຄມໄຟລອຍ ແລະ ປະເພດມີຄົມຕ່າງໆ ເຂົ້າໄປໃນງານໂດຍເດັດຂາດ ເວັ້ນເສຍແຕ່ເຈົ້າໜ້າທີ່ທີ່ໄດ້ຮັບອະນຸຍາດ;

3. ຫ້າມນໍາເອົາຢາເສບຕິດ, ທາດເບື່ອ, ສານເຄມີທີ່ອອກລິດທາງປະສາດ ທຸກຊະນິດ, ສິ່ງເກີດສຽງດັງເກີນຂອບເຂດ , ບັ້ງກະໂພກເຂົ້າມາຈູດ ແລະ ວາງຂາຍພາຍໃນງານຢ່າງເດັດຂາດ

4. ຫ້າມນໍາເອົາຜະລິດຕະພັນລອກຮຽນແບບສິ້ນລາວ ຫຼື ເຄື່ອງນຸ່ງລາວ ນໍາເອົາມາຂາຍ – ຈໍາໜ່າຍພາຍໃນງານຢ່າງເດັດຂາດ(ໂດຍສະເພາະສິ້ນຈີນ);

5. ຫ້າມວາງ, ຂາຍເຄື່ອງ ແລະ ນໍາເຄື່ອງສຽງ ອອກມາໂຄສະນາສິນຄ້າ ຢູ່ນອກບໍລິເວນຮ້ານເກີນຂອບເຂດທີ່ຄະນະກໍາມະການຈັດງານ ໄດ້ກໍານົດໃຫ້;

6. ຫ້າມຂາຍ ແລະ ນໍາເອົາຜະລິດຕະພັນວັດທະນະທໍາລາມົກ ເຊັ່ນ: ກະແຊັດ, ແຜ່ນຊີດີ ລາມົກ ແລະ ຮູບພາບລາມົກຕ່າງໆເຂົ້າມາວາງຂາຍຢູ່ໃນງານຢ່າງເດັດຂາດ;

7. ຫ້າມຫຼິ້ນການພະນັນທຸກປະເພດ ແລະ ອາລະວາດຕີກັນຢ່າງເດັດຂາດ;

8. ຫ້າມຂາຍເຄື່ອງຊະຊາຍໂດຍບໍ່ໄດ້ຮັບອະນຸຍາດ ຈາກຄະນະກໍາມະການຈັດງານຢູ່ຕະຫຼາດນັດ ງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີປະຈໍາປີ 2018 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ;

9. ຫ້າມດື່ມສິ່ງມືນເມົາເກີນຂອບເຂດ ຖ້າຜູ້ໃດລະເມີດຈະຖືກເຈົ້າໜ້າທີ່ກ່າວເຕືອນ ຫຼື ນໍາຕົນໄປພັກຜ່ອນໄວ້ກ່ອນ;

10. ຫ້າມບຸກຄົນ, ນິຕິບຸກຄົນ ສໍານັກງານ, ອົງການປົກຄອງບ້ານກີດຂວາງການຈັດສັນສະຖານທີ່ວາງສະແດງຂາຍສິນຄ້າ ຂອງຄະນະກໍາມະການຈັດງານຕະຫຼາດນັດ;

11.  ຫ້າມຕອກເຫຼັກ ຫຼື ສິ່ງຂອງຕ່າງໆ ໃສ່ພື້ນທີ່ຢ່າງເດັດຂາດ;

12. ຫ້າມແຈກຢາຍແຜ່ນພັບ ຫຼື ແຜ່ນເຈ້ຍໂຄສະນາສິນຄ້າ ຕ່າງໆຢູ່ພາຍໃນງານ,

13. ຫ້າມຜູ້ສໍາປະທານສະຖານທີ່ງານບຸນ ມອບສະຖານທີ່ໃຫ້ຜູ້ສໍາປະທານອື່ນຈັບຈອງຕໍ່ເດັດຂາດ;

14. ຫ້າມມີການໂຄສະນາສິນຄ້າ ໂດຍການໃຊ້ເຕັ້ນໂຊນາງສາວ ແລະ ບໍ່ໃຫ້ມີນິມິຄອນເສີດ.

Comments