ເສັ້ນທາງ 13 ໃຕ້ ແຍກດົງໂພສີ ຫາ ພູມະເຈດີ ໄດ້ຮັບການສ້ອມແປງຄືນໃໝ່

ເມື່ອບໍ່ດົນມານີ້, ທ່ານ ແສງສະຫວັນ ອານຸສິນ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງໄຊພູທອງ ຜູ້ຊີ້ນຳວຽກງານເສດຖະກິດ ພ້ອມຄະນະ ລົງຕິດຕາມກວດກາໂຄງການສ້ອມແປງເສັ້ນທາງຫຼວງຂອງແຂວງ ເລກທີ 26309 ໂດຍເລີ່ມຈາກເສັ້ນທາງຫຼວງ ເລກທີ 13 ໃຕ້ ແຍກບ້ານດົງໂພສີ ຫາ ບ້ານພູມະເຈດີ ເຊິ່ງມີຄວາມຍາວທັງໝົດ 14 ກິໂລແມັດ ແລະ ກ້ວາງ 7 ແມັດ ລວມມູນຄ່າທັງໝົດ 593 ລ້ານກີບ.


ສຳລັບທຶນໃນການກໍ່ສ້າງສ້ອມແປງເສັ້ນທາງໃນຄັ້ງນີ້ ແມ່ນໄດ້ມາຈາກງົບປະມານກອງທຶນພັດທະນາຂອງສູນກາງ ໂດຍແມ່ນບໍລິສັດ ແກ້ວຈະເລີນຊັບ ກໍ່ສ້າງຂົວທາງ ແລະ ຊົນລະປະທານ ເປັນຜູ້ຮັບເໝົາກໍ່ສ້າງ ແລະ ໄດ້ເລີ່ມລົງມືກໍ່ສ້າງ ແຕ່ວັນທີ 5 ຕຸລາ 2018, ມາຮອດປັດຈຸບັນ ແມ່ນສ້ອມແປງຈຸດທີ່ເປ໋ເພຫຼາຍ ແລະ ຄາດວ່າຈະສຳເລັດຕາມລະດັບຄາດໝາຍ ໃນທ້າຍເດືອນຕຸລາ 2018 ນີ້.


ພາຍຫຼັງໂຄງການກໍ່ສ້າງເສັ້ນທາງດັ່ງກ່າວ ສຳເລັດ ກໍຈະເປັນການສ້າງເງື່ອນໄຂສິ່ງອຳນວຍຄວາມສະດວກໃນການສັນຈອນ ໄປມາ ໃຫ້ກັບພໍ່ແມ່ປະຊາຊົນ ລະຫວ່າງ ບ້ານຕໍ່ບ້ານໃຫ້ສະດວກສະບາຍຂຶ້ນ ພ້ອມນັ້ນຍັງຫຼຸດຜ່ອນອັດຕາຄວາມສ່ຽງ ຕໍ່ການເກີດອຸບັດເຫດໃນການໃຊ້ລົດໃຊ້ຖະໜົນ ໃຫ້ນ້ອຍລົງ, ທັງເປັນການສ້າງກົງຈັກພື້ນຖານໂຄງລ່າງເສດຖະກິດໃຫ້ພັດທະນາ ອີກດ້ວຍ.

ຂໍ້ມູນຈາກ: ຂປລ.
ຂ່າວ: ດວງພະສິດ

Comments