ມວນຊົນເມືອງຊຳເໜືອ ຕ້ອນຮັບຂະບວນຄາລາວານ ສະຫະພັນກຳມະບານລາວ

ໃນວັນທີ 17 ຕຸລາ 2018, ມວນຊົນຊາວເມືອງຊຳເໜືອ ນຳໂດຍ ທ່ານ ລຽນໄຊ ບຸນມະ ນີວັນ ເລຂາພັກເມືອງ, ເຈົ້າເມືອງຊໍາເໜືອ ພ້ອມດ້ວຍຄະນະ ໄດ້ຈັດພິທີຕ້ອນຮັບຂະບວນຄາລາວານ ຂອງສະຫະພັນກຳມະບານລາວ ຫວນຄືນສູ່ເມືອງວຽງໄຊ ຖານທີ່ໝັ້ນຂອງການປະຕິວັດລາວ ຢ່າງສົມກຽດ ຢູ່ທີ່ເດີນສວນແກ້ວຫຼັກເມືອງ.

ຂະບວນຄາລາວານດັ່ງກ່າວ, ນຳໂດຍ ທ່ານ ປ້ານ ນ້ອຍມະນີ ກຳມະການສູນກາງພັກ ສະມາ ຊິກສະພາແຫ່ງຊາດ ປະທານສູນກາງສະຫະພັນກຳມະບານລາວ, ມີ ປະທານ, ຮອງປະທານສະຫະພັນກຳມະບານ ຈາກກະຊວງທະບວງກົມ, ອົງການຈັດຕັ້ງຂອງລັດ ແລະ ບັນດາແຂວງໃນຂອບເຂດທົ່ວປະເທດ, ມີຂະບວນລົດ ທັງໝົດ 76 ຄັນ.

ການຈັດຂະບວນຄາລາວານ ຫວນຄືນສູ່ເມືອງວຽງໄຊໃນຄັ້ງນີ້, ເປັນການຫວນຄືນສູ່ມູນເຊື້ອປະຫວັດສາດ ຂອງການນຳພາອັນສະຫຼາດສ່ອງໃສ ໃນໄລຍະຕໍ່ສູ້ກູ້ຊາດອັນລະອິດລະອ້ຽວ, ເຊິ່ງໄດ້ເຮັດໃຫ້ເມືອງວຽງໄຊ ກາຍເປັນຖີ່ນກຳເນີດ ຂອງ ສປປ ລາວ ທັງເປັນການປະກອບສ່ວນສ້າງຂະບວນການ ໃຫ້ແກ່ງານສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊ ຄົບຮອບ 50 ປີ ທີ່ຈະຈັດຂຶ້ນ ໃນທ້າຍເດືອນພະຈິກ 2018 ນີ້ ໃຫ້ມີຄວາມໝາຍສຳຄັນ, ພ້ອມທັງຕິດພັນກັບກິດຈະກຳ ປີທ່ອງທ່ຽວລາວ 2018.

 

ຂປລ.

 

Comments