ຂ່າວ ພາຍໃນປະເທດ

ຄາດວ່າກາງປີ 2019 ໄຫຫີນ 999 ໜ່ວຍຈະຖືກຈົດເຂົ້າມໍລະດົກໂລກ.

ວິທະຍຸກະຈາຍສຽງແຫ່ງຊາດລາຍງານໃນວັນທີ 28 ພະຈິກ 2018 ວ່າ: (ຮູບປະກອບ) ທ່ານ ບໍ່ແສງຄໍາ ວົງດາລາ, ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ສຳພາດວ່າ: ຫຼັງຈາກທີ່ລາວເຮົາໄດ້ຍື່ນເອກະສານຕ່າງໆ ຢ່າງຄົບຖ້ວນຕໍ່ອົງການ UNESCO ເພື່ອສະເໜີເອົາໄຫຫີນຊຽງຂວາງເຂົ້າເປັນມໍລະດົກໂລກໄປແລ້ວກ່ອນໜ້ານີ້, ຫຼັງຈາກນັ້ນ ໃນຕົ້ນເດືອນ ຕຸລາ 2018 ນີ້ ອົງການດັ່ງກ່າວໄດ້ສົ່ງຄະນະວິຊາການກ່ຽວຂ້ອງມາກວດກາຕົວຈິງຢູ່ ແຂວງຊຽງຂວາງ ເປັນທີ່ຮຽບຮ້ອຍແລ້ວ. ໃນຂະນະດຽວກັນ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກໍໄດ້ສົ່ງຄະນະວິຊາການກ່ຽວຂ້ອງໄປປ້ອງກັນບົດ ກ່ຽວກັບການຂໍສະເໜີ ໄຫຫີນຊຽງຂວາງເຂົ້າເປັນມໍລະດົກໂລກທີ່ນະຄອນຫຼວງປາຣີ, ປະເທດຝຣັ່ງ ຮຽບຮ້ອຍແລ້ວ, ຄາດວ່າໃນກາງປີ 2019 ອົງການ UNESCO ຈະຮັບຮອງເອົາໄຫຫີນຊຽງຂວາງ ເຂົ້າເປັນມໍລະດົກໂລກຢ່າງເປັນທາງການ ຊຶ່ງຈະກາຍເປັນມໍລະດົກໂລກແຫ່ງທີ 3 ຂອງລາວ ຖັດຈາກ ນະຄອນຫຼວງພະບາງ ແລະ ວັດພູຈຳປາສັກ.  ໄຫຫີນຊຽງຂວາງ ທີ່ສະເໜີເຂົ້າເປັນມໍລະດົກໂລກຄັ້ງນີ້ ລວມມີ 999 ໜ່ວຍໃນ 11 ແຫ່ງ, ກວມເອົາ 4 ເມືອງ ...

Read More »

ສາກົນ ຊ່ວຍເຫຼືອການແກ້ໄຂໄພພິບັດຢູ່ໃນລາວ ລວມມູນຄ່າ…… ເປັນມະຫາສານ

ການແກ້ໄຂໄພພິບັດຢູ່ລາວ ຮັບການຊ່ວຍເຫຼືອຈາກສາກົນ ມີມູນຄ່າມະຫາສານ ອີງຕາມບົດລາຍງານຂອງທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຕໍ່ກອງປະຊຸມສະພາ ຄັ້ງວັນທີ 27 ພະຈິກນີ້, ໃຫ້ຮູ້ວ່າ: ການຊ່ວຍເຫຼືອຂອງສາກົນໃນວຽກງານແກ້ໄຂໄພພິບັດຢູ່ລາວເຮົາ ແຕ່ວັນທີ 24 ກໍລະກົດ-18 ພະຈິກ 2018 ມີມູນຄ່າຢ່າງມະຫາສານຄື: ມີ 20 ຕື້ກີບ, 93 ລ້ານບາດ (ສະກຸນເງິນໄທ) ແລະ 14 ລ້ານໂດລາສະຫະລັດ ແລະ ໃນກອງປະຊຸມພົບປະເຈລະຈາສອງຝ່າຍລາວ-ເຢຍລະມັນ ເມື່ອເດືອນກັນຍາຜ່ານມາຊຶ່ງຝ່າຍເຢຍລະມັນກໍໄດ້ປະກາດຈະໃຫ້ການຊ່ວຍເຫຼືອຟື້ນຟູຫຼັງໄພພິບັດຕື່ມອີກ 10 ລ້ານເອີໂຣ ແລະ ຜູ້ໃຫ້ທຶນຍັງໃຫ້ຄວາມສໍາຄັນຕໍ່ວຽກງານການຟື້ນຟູຫຼັງໄພພິບັດ ໂດຍຈະເຂົ້າມາສຶກສາປະເມີນຜົນຊ່ວຍເຫຼືອຝ່າຍລາວຕື່ມອີກ ຊຶ່ງບັນຫານີ້ ຈະໄດ້ນໍາໄປປຶກສາຫາລືຮ່ວມກັນ ໃນກອງປະຊຸມການຈັດຕັ້ງປະຕິບັດຂະບວນການໂຕະມົນ ປະຈໍາປີ 2018 ທີ່ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-5 ທັນວານີ້ ທີ່ນະຄອນຫຼວງວຽງຈັນ. ນອກນີ້, ກໍໄດ້ມີການປຶກສາຫາລືສອງຝ່າຍຮ່ວກັບ ສ ເກົາຫຼີ ໃນການວາງແຜນໃຫ້ແກ່ການຊ່ວຍເຂດພື້ນທີ່ ທີ່ໄດ້ຮັບຜົນກະທົບດັ່ງກ່າວຕື່ມອີກ. ທີ່ມາ: Support Prime Minister Thongloun Sisoulith ຂໍຂອບໃຈ ...

Read More »

ເມືອງວຽງໄຊ ຖານທີ່ໝັ້ນການປະຕິວັດ ຄົບຮອບ 50 ປີ

ໃນໂອກາດ ສະເຫຼີມສະຫຼອງ ເມືອງວຽງໄຊ ຖານທີ່ໝັ້ນການປະຕິວັດ ຄົບຮອບ 50 ປີ ທາງ ກຸ່ມບໍລິສັດ ເຄແອນຊີ ແລະ ທີມງານ ວາລະສານ TARGET ຂໍສະແດງຄວາມຍິນດີ ປິຕິຊົມຊື່ນ ພ້ອມກັບປະຊາຊົນລາວ ບັນດາເຜົ່າໃນທົ່ວປະເທດເພື່ອ “ຮ່ວມກັນສະເຫຼີມສະຫຼອງເມືອງວຽງໄຊ ຖານທີ່ໝັ້ນການປະຕິວັດ ຄົບຮອບ 50 ປີ ໃຫ້ມີຄວາມໝາຍເລິກເຊິ່ງ”  ເມືອງວຽງໄຊ ເປັນເມືອງແຫ່ງປະຫວັດສາດຂອງການຕໍ່ສູ້ ແລະ ນໍາພາຂອງພັກປະຊາຊົນປະຕິວັດລາວ ຕະຫຼອດໄລຍະ 30 ປີ ຢູ່ເຂດຖານທີ່ໝັ້ນຢ່າງລະອິດລະອ້ຽວ ແລະ ການເສຍສະຫຼະອັນສູງສົ່ງຂອງພວກເພິ່ນ ພວກເຮົາຈິ່ງມີ ເອກະລາດ ອິດສະຫຼະພາບ ເປັນເຈົ້າຂອງປະເທດຊາດ ຢ່າງສົມບູນ ໃນວັນທີ 2 ທັນວາ 1975 ຈົນມາເຖິງປັດຈຸບັນ. ປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕະຫຼອດໄລຍະ 43 ປີ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາ ພາຍໃຕ້ລະບອບໃໝ່ ພາຍໃຕ້ຄັນທຸງຂອງພັກ ພາຍໃຕ້ການນໍາພາຂອງລັດຖະບານແຫ່ງ ສປປ ລາວ ແມ່ນໄດ້ມີຄວາມກ້າວໜ້າໃນຫຼາຍດ້ານ ...

Read More »

ທ່ານ ບຸນຍັງ ວໍລະຈິດ ຢ້ຽມຊົມຫໍວາງສະແດງພາຫະນະ ອາວຸດຍຸດໂທ ປ້ອງກັນເມືອງ ວຽງໄຊ

ຕອນເຊົ້າວັນທີ 30 ພະຈິກ 2018 ທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແລະ ຄະນະ ໄດ້ຢ້ຽມຊົມຫໍວາງສະແດງ ພາຫະນະອາ ວຸດຍຸດໂທ ປ້ອງກັນເມືອງ ວຽງໄຊ, ແຂວງ ຫົວພັນ ແຕ່ປີ 1964-1975 ຊຶ່ງເປັນໄລຍະຕໍ່ສູ້ກູ້ຊາດຕ້ານການຮຸກຮານຂອງພວກຈັກກະພັດອາເມລິກາ ໂດຍສະເພາະການດຳເນີນ 3 ກ້ຽງຢູ່ລາວ ຄື: ຂ້າກ້ຽງ, ທຳລາຍກ້ຽງ ແລະ ດັບສູນກ້ຽງ. ຂໍ້ມູນຈາກ: ວິທະຍຸກະຈາຍສຽງແຫ່ງຊາດ.

Read More »

ແຂວງເທື່ອທຽນເຫວ້ ໄດ້ຮັບຫຼຽນໄຊແຮງງານຊັ້ນໜຶ່ງ ຂອງປະທານປະເທດລາວ

ວັນທີ 29 ພະຈິກ, ຢູ່ແຂວງເທື່ອທຽນເຫວ້  ໂດຍໄດ້ຮັບການມອບສິດຈາກປະທານປະເທດແຫ່ງ ສປປ.ລາວ, ທ່ານ ສັນຕິພາບ ພົມວິຫານ, ເລຂາພັກແຂວງ, ເຈົ້າແຂວງໆສະຫວັນນະເຂດ ໄດ້ມອບຫຼຽນໄຊແຮງງານຊັ້ນໜຶ່ງ ໃຫ້ແຂວງເທື່ອທຽນ – ເຫວ້. ນີ້ແມ່ນລາງວັນອັນສູງສົ່ງຈາກ ສປປ.ລາວ ມອບໃຫ້ແຂວງເທື່ອທຽນເຫວ້ ຍ້ອນແຂວງມີການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນສາມັກຄີພິເສດ, ມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງສອງແຂວງ, ປະຊາຊົນສອງປະເທດຫວຽດນາມ – ລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງຫວຽດນາມ – ລາວ ແລະ 55 ປີ ແຫ່ງວັນສ້າງຕັ້ງສາຍພົວພັນການທູດຫວຽດນາມ – ລາວ. ເນື່ອງໃນໂອກາດດັ່ງກ່າວ, ທ່ານສັນຕິພາບ ພົມວິຫານ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການຊ່ວຍເຫຼືອຂອງພັກ, ລັດ ແລະ ປະຊາຊົນຫວຽດນາມເວົ້າລວມ ແລະ ແຂວງເທື່ອທຽນເຫວ້ ເວົ້າສະເພາະ. ພ້ອມກັນນັ້ນ, ທ່ານສັນຕິພາບ ພົມວິຫານ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ຜັນຂະຫຍາຍ ປະຕິບັດບົດບັນທຶກວ່າດ້ວຍການຮ່ວມມືລະຫວ່າງສອງປະເທດ ເພື່ອປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ນໍ້າໃຈສາມັກຄີ ແລະ ພ້ອມກັນປົກປັກຮັກສາ, ພັດທະນາ, ກ້າວຂຶ້ນຕາມເສັ້ນທາງທີ່ສອງພັກໄດ້ວາງອອກ. ...

Read More »

ລັດກຽມງົບປະມານ 2.548 ຕື້ກີບ  ເພື່ອລຶບລ້າງຄວາມທຸກຍາກ…. 

ລັດຖະບານ ໄດ້ວາງຄາດໝາຍ ແຜນການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ໃນປີ 2019 ໂດຍຈະມີການຈັດສັນງົບປະມານການລົງທຶນ ຈຳນວນ 2.548 ຕື້ກີບ ເພື່ອສູ້ຊົນສ້າງຄອບຄົວໃຫ້ມີເງື່ອນໄຂບັນລຸມາດຖານພົ້ນທຸກ ໃຫ້ໄດ້ 4.649 ຄອບຄົວ, ສ້າງບ້ານໃຫ້ມີເງື່ອນໄຂບັນລຸມາດຖານພົ້ນທຸກ 220 ບ້ານ, ສ້າງບ້ານພັດທະນາ ໃຫ້ໄດ້ 100 ບ້ານ. ພ້ອມກັນນີ້, ຈະສ້າງຕົວແບບບ້ານໃຫຍ່ມີລັກສະນະຕົວເມືອງນ້ອຍ ໃນຊົນນະບົດໃຫ້ໄດ້ ແຂວງລະ 1-2 ບ້ານ. ໃນວັນທີ 29 ພະຈິກ 2018, ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ລາຍງານ ຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ກ່ຽວກັບການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຕິດພັນກັບເປົ້າໝາຍການພັດທະນາແບບຍືນຍົງ ໂດຍລະບຸວ່າ: ໃນໄລຍະເຄິ່ງສະໄໝທີ່ຜ່ານມາ ລັດຖະບານໄດ້ຈັດສັນ ແລະ ລະດົມທຶນຮອນ ເຂົ້າໃນການຈັດຕັ້ງປະຕິບັດ ວຽກງານການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ມີມູນຄ່າລວມປະມານ 3.373 ຕື້ກີບ, ...

Read More »

ສອງຝ່າຍຕົກລົງສ້າງຕັ້ງສາຍພົວພັນມິດຕະພາບ ແລະ ສ້າງນະຄອນມິດຕະພາບ.

ໃນວັນທີ 26 ພະຈິກ 2018 ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງສະຫວັນນະເຂດ, ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ໄດ້ຕ້ອນຮັບການມາຢ້ຽມຢາມ ແລະ ພົບປະຂອງ ທ່ານ ຕູ້ ເຈຍຫາວ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານປະຊາຊົນແຂວງຫູ ໜານ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ພ້ອມຄະນະ. ໃນໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ໄດ້ກ່າວຕ້ອນ ຮັບການນຳຂອງແຂວງຫູໜານ ສປ ຈີນ ພ້ອມທັງລາຍງານສະພາບການພັດທະນາໂດຍສັງເຂບ, ຈາກນັ້ນ ທ່ານ ຕູ້ ເຈຍ ຫາວ ກໍໄດ້ກ່າວໂດຍຫຍໍ້ກ່ຽວກັບສະພາບລວມຂອງແຂວງຫູ ໜານ ແລະ ຈຸດປະສົງຂອງການ ເດີນທາງມາຄັ້ງນີ້ວ່າ: ເພື່ອເສີມ ສ້າງສາຍພົວພັນມິດຕະພາບ ລະຫວ່າງແຂວງສະຫວັນນະເຂດ ສປປ ລາວ ແລະ ແຂວງ ຫູໜານ ສປ ຈີນ, ກໍຄືນະຄອນໄກສອນພົມວິຫານ ກັບນະຄອນຊຽງຖານ ເຊິ່ງໄດ້ຕົກລົງເຫັນດີ ເປັນເອກະພາບໃນດ້ານພື້ນ ຖານກ່ຽວກັບການສ້າງສາຍພົວພັນມິດຕະພາບຂອງສອງແຂວງກໍຄືສອງນະຄອນ ແລະ ...

Read More »

ກະຊວງສຶກສາ ຈະເຂົ້າຮ່ວມກອງປະຊຸມການສຶກສາຂອງໂລກ.

ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ ຂອງຫົວໜ້າກົມອາຊີ-ປາຊີຟິກ ກະຊວງການຕ່າງປະເທດ ອັງກິດ ທ່ານ ນາງ Kate White ຍັງໄດ້ເຂົ້າຢ້ຽມຂໍ່ານັບລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ເມື່ອວັນທີ 22 ພະຈິກ 2018 ຜ່ານມານີ້. ເພື່ອປຶກສາຫາລືກ່ຽວກັບການກະກຽມເຂົ້າຮ່ວມກອງປະຊຸມການສຶກສາຂອງໂລກ (Education World Forum) ໂດຍເປັນການເຊີນທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຄະນະ ເພື່ອເຂົ້າຮ່ວມກອງປະຊຸມການສຶກສາຂອງໂລກ (Education World Forum) ທີ່ຈະຈັດຂຶ້ນຢູ່ປະເທດອັງກິດ ໃນເດືອນມັງກອນ 2019 ພ້ອມທັງເປັນການກຽມຄວາມພ້ອມທາງດ້ານເອກະສານ, ດ້ານເນື້ອໃນ ແລະ ອື່ນໆ ທີ່ເຫັນວ່າມີຄວາມສໍາຄັນໃນຂະແໜງການສຶກສາ ແລະ ກິລາ. ນອກຈາກນັ້ນ, ຍັງໄດ້ມີການປຶກສາຫາລື ໃນວຽກງານການຮ່ວມມືຂະແໜງການສຶກສາ ແລະ ກິລາ ລະຫວ່າງ 2 ປະເທດ ໃນຕໍ່ໜ້າ ແລະ ການກະກຽມຮ່າງສັນຍານເຊັນ MOU ຮ່ວມກັນ ລະຫວ່າງ 2 ...

Read More »

ສະຫວັນນະເຂດ ລະດົມຊາວນາສຸມໃສ່ການຜະລິດລະດູແລ້ງ.

ການຜະລິດເຂົ້ານາແຊງ ຂອງປະຊາຊົນຊາວແຂວງສະຫວັນນະເຂດປີ 2019 ແມ່ນກຳລັງຂຸ້ນຂ້ຽວກະກຽມທາງດ້ານພື້ນຖານໂຄງລ່າງຊົນລະປະທານ ແລະ ເນື້ອທີ່ການຜະລິດ ເຊິ່ງໜ່ວຍງານປູກຝັງຂອງ ຫ້ອງການກະສິກຳ-ປ່າໄມ້ແຕ່ລະເມືອງ ໄດ້ປະສານຫາອຳນາດການປົກຄອງບ້ານໃຫ້ ມີການອະນາໄມຄອງເໝືອງ, ຊົນລະປະທານເພື່ອກຽມໃສ່ການຜະລິດລະດູແລ້ງ. ຕາມການໃຫ້ຂໍ້ມູນຂອງຂະແໜງປູກຝັງພະແນກກະສິກຳ-ປ່າໄມ້ ແຂວງສະຫວັນນະເຂດ ປັດຈຸບັນສາມາດສາມາດເກັບກຳ ຂໍ້ມູນກ່ຽວກັບແຜນການຜະລິດ ເຂົ້ານາແຊງໄດ້ແລ້ວ ຊຶ່ງໄດ້ແບ່ງເປັນເຂດດັ່ງນີ້: ເຂດທົ່ງພຽງແຄມຂອງ ມີນະຄອນໄກສອນ ພົມວິຫານ ມີເນື້ອທີ່ຜະລິດ ເຂົ້ານາແຊງ 500 ເຮັກຕາ, ເມືອງສອງຄອນ 4.300 ເຮັກຕາ, ເມືອງໄຊບູລີ 8.980, ເມືອງໄຊພູທອງ 500 ເຮັກຕາ, ໃນເຂດດັ່ງກ່າວລວມເນື້ອທີ່ການຜະລິດເຂົ້ານາແຊງທັງໝົດ 14.280 ເຮັກຕາ, ໃຊ້ແນວພັນ 857 ໂຕນ, ເຂດທົ່ງພຽງໃຈກາງ ມີເມືອງຈຳພອນ 13.300 ເຮັກຕາ, ເມືອງຊົນະບູລີ 3.300 ເຮັກຕາ, ເມືອງພະລານໄຊ 520 ເຮັກຕາ, ໃນເຂດທົ່ງພຽງໃຈກາງນີ້ລວມເນື້ອທີ່ການຜະລິດເຂົ້ານາແຊງທັງໝົດ 17.120 ເຮັກຕາ, ໃຊ້ແນວພັນ 1.027 ໂຕນ, ເຂດພູດອຍມີ ເມືອງພີນ 250 ເຮັກຕາ, ເມືອງ ເຊໂປນ ...

Read More »

ປິດສັນຈອນພາຫະນະ ທີ່ຈະຜ່ານໄປໂຮງງານເບຍລາວ

ພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ ເລກທີ 5844/ຍທຂ ນວ ລົງວັນທີ 19 ພະຈິກ 2018 ເລື່ອງ: ການປິດເສັ້ນທາງການສັນຈອນຂອງພາຫະນະທຸກປະເພດ ເພື່ອອໍານວຍຄວາມສະດວກໂຄງການກໍ່ສ້າງ ທາງຍົກລະດັບຂົວຂ້າມທາງ ສໍາລັບຄົນຍ່າງຢູ່ຈຸດ ຕໍ່ໜ້າບໍລິສັດເບຍລາວ ຈໍາກັດ ໃນລະຫວ່າງວັນທີ 4 ທັນວາ 2018. ໂດຍເລີ່ມແຕ່ເວລາ 16 ໂມງ 00 ຂອງວັນທີ 4 ທັນວາ 2018 ເຖິງເວລາ 6 ໂມງ 00 ຕອນເຊົ້າວັນທີ 5 ທັນວາ 2018. ພະຫະນະທີ່ສັນຈອນແມ່ນໃຫ້ງົດແຕ່ 4 ແຍກໄຟອໍານາດໜອງໄຮ ຫາ ບໍລິສັດເບຍລາວ. ສໍາລັບທ່ານທີ່ຕ້ອງການໄປຂົວມິດຕະພາບ ແມ່ນໃຫ້ໃຊ້ເສັ້ນທາງ ດົງຄໍາຊ້າງ ອອກໃສ່ຖະໜົນທ່າເດື່ອ. ຂອບໃຈແຫຼ່ງຂໍ້ມູນ

Read More »