ກະຊວງສຶກສາ ຈະເຂົ້າຮ່ວມກອງປະຊຸມການສຶກສາຂອງໂລກ.

ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ ຂອງຫົວໜ້າກົມອາຊີ-ປາຊີຟິກ ກະຊວງການຕ່າງປະເທດ ອັງກິດ ທ່ານ ນາງ Kate White ຍັງໄດ້ເຂົ້າຢ້ຽມຂໍ່ານັບລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ເມື່ອວັນທີ 22 ພະຈິກ 2018 ຜ່ານມານີ້.

ເພື່ອປຶກສາຫາລືກ່ຽວກັບການກະກຽມເຂົ້າຮ່ວມກອງປະຊຸມການສຶກສາຂອງໂລກ (Education World Forum) ໂດຍເປັນການເຊີນທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຄະນະ ເພື່ອເຂົ້າຮ່ວມກອງປະຊຸມການສຶກສາຂອງໂລກ (Education World Forum) ທີ່ຈະຈັດຂຶ້ນຢູ່ປະເທດອັງກິດ ໃນເດືອນມັງກອນ 2019 ພ້ອມທັງເປັນການກຽມຄວາມພ້ອມທາງດ້ານເອກະສານ, ດ້ານເນື້ອໃນ ແລະ ອື່ນໆ ທີ່ເຫັນວ່າມີຄວາມສໍາຄັນໃນຂະແໜງການສຶກສາ ແລະ ກິລາ.

ນອກຈາກນັ້ນ, ຍັງໄດ້ມີການປຶກສາຫາລື ໃນວຽກງານການຮ່ວມມືຂະແໜງການສຶກສາ ແລະ ກິລາ ລະຫວ່າງ 2 ປະເທດ ໃນຕໍ່ໜ້າ ແລະ ການກະກຽມຮ່າງສັນຍານເຊັນ MOU ຮ່ວມກັນ ລະຫວ່າງ 2 ກະຊວງສຶກສາຂອງ 2 ປະເທດ, ຂັ້ນສະຖາບັນ, ມະຫາວິທະຍາໄລຕ່າງໆ ເພື່ອຈະມີການສຶກສາ, ການໃຫ້ທຶນໄປຮຽນລະດັບປະລິນຍາຕີ, ປະລິນຍາໂທ ແລະ ການໃຫ້ທຶນເຝິກອົບຮົມໃນສາຂາວິຊາຕ່າງໆ ໂດຍສະເພາະແມ່ນການເຝິກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນຂອງລາວ, ເຊິ່ງຈະມີການເຝິກອົບຮົມຢູ່ທັງພາຍໃນ ສປປ ລາວ ແລະ ຢູ່ປະເທດອັງກິດ.

ໃນໂອກາດດັ່ງກ່າວ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ລັດຖະບານອັງກິດ ທີ່ຍາມໃນກໍຍັງເຫັນຄວາມສໍາຄັນໃນຂະແໜງການສຶກສາ ແລະ ກິລາ ຂອງ ສປປ ລາວ, ໃນລະໄລຍະຜ່ານມາ ໄດ້ໃຫ້ການຊ່ວຍເຫຼືອຕະຫຼອດ ໃນດ້ານການໃນການຮ່ວມມື ແລະ ໃຫ້ການສະໜັບສະໜູນ ແກ່ ສປປ ລາວ ໂດຍສະເພາະການຮຽນການສອນທາງດ້ານພາສາອັງກິດ ແລະ ການຮ່ວມມືໃນດ້ານການສຶກສາໃນແຕ່ລະຂະແໜງການຕ່າງໆ, ການພັດທະນາວຽກງານການສິດສອນພາສາຕ່າງປະເທດ, ການເຝິກອົບຮົມຄູເຝິກທົ່ວປະເທດດ້ານພາສາອັງກິດ ໃຫ້ມີຄວາມຮູ້ຄວາມສາມາດ ພັດທະນາການຮຽນການສອນໃຫ້ໄດ້ຮັບທັງດ້ານປະລິນາມ ແລະ ຄຸນະພາບສູງຂຶ້ນເລື້ອຍໆ.

ຂໍ້ມູນຈາກ: ສູນໂຄສະນາຂ່າວສານ ການສຶກສາ ແລະ ກິລາ.

Comments