ລັດກຽມງົບປະມານ 2.548 ຕື້ກີບ  ເພື່ອລຶບລ້າງຄວາມທຸກຍາກ…. 

ລັດຖະບານ ໄດ້ວາງຄາດໝາຍ ແຜນການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ໃນປີ 2019 ໂດຍຈະມີການຈັດສັນງົບປະມານການລົງທຶນ ຈຳນວນ 2.548 ຕື້ກີບ ເພື່ອສູ້ຊົນສ້າງຄອບຄົວໃຫ້ມີເງື່ອນໄຂບັນລຸມາດຖານພົ້ນທຸກ ໃຫ້ໄດ້ 4.649 ຄອບຄົວ, ສ້າງບ້ານໃຫ້ມີເງື່ອນໄຂບັນລຸມາດຖານພົ້ນທຸກ 220 ບ້ານ, ສ້າງບ້ານພັດທະນາ ໃຫ້ໄດ້ 100 ບ້ານ. ພ້ອມກັນນີ້, ຈະສ້າງຕົວແບບບ້ານໃຫຍ່ມີລັກສະນະຕົວເມືອງນ້ອຍ ໃນຊົນນະບົດໃຫ້ໄດ້ ແຂວງລະ 1-2 ບ້ານ.

ໃນວັນທີ 29 ພະຈິກ 2018, ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ລາຍງານ ຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ກ່ຽວກັບການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຕິດພັນກັບເປົ້າໝາຍການພັດທະນາແບບຍືນຍົງ ໂດຍລະບຸວ່າ: ໃນໄລຍະເຄິ່ງສະໄໝທີ່ຜ່ານມາ ລັດຖະບານໄດ້ຈັດສັນ ແລະ ລະດົມທຶນຮອນ ເຂົ້າໃນການຈັດຕັ້ງປະຕິບັດ ວຽກງານການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ມີມູນຄ່າລວມປະມານ 3.373 ຕື້ກີບ, ມີ 2.005 ກິດຈະກຳ ແລະ ໂຄງການຍ່ອຍ (ບໍ່ນັບທຶນຂອງບັນດາຂະແໜງການ ທີ່ປະຕິບັດຢູ່ຊົນນະບົດ ຂອງທ້ອງຖິ່ນຕ່າງໆ) ເຊິ່ງເປັນງົບປະມານຂອງລັດ 546 ຕື້ກວ່າກີບ, ນອກນັ້ນ ເປັນທຶນຊ່ວຍເຫຼືອລ້າ ຫຼື ກູ້ຢືມຈາກຕ່າງປະເທດ, ສະຖາບັນການເງິນ, ສິນເຊື່ອຈາກທະນາຄານນະໂຍບາຍ ແລະ ກອງທຶນພັດທະນາປະເພດຕ່າງໆ.
ປັດຈຸບັນ ສາມາດລຶບລ້າງຄອບຄົວທຸກຍາກໄດ້ 5.179 ຄອບຄົວ, ລື່ນຄາດໝາຍທີ່ວາງໄວ້ 346 ຄອບຄົວ, ຍັງເຫຼືອ 64.593 ຄອບຄົວ ສາມາດລຶບລ້າງບ້ານທຸກຍາກໄດ້ 153 ບ້ານ, ຍັງເຫຼືອ 1.536 ບ້ານ, ບ້ານພັດທະນາໄດ້ 253 ບ້ານ, ເມືອງທຸກຍາກຍັງເຫຼືອ 23 ເມືອງ ແລະ ສ້າງບ້ານໃຫຍ່ທີ່ມີລັກສະນະຕົວເມືອງນ້ອຍໃນຊົນນະບົດໄດ້ 28 ບ້ານ. 

ທີ່ມາ: ຂ່າວສານປະເທດລາວ. 

Comments