ປິດສັນຈອນພາຫະນະ ທີ່ຈະຜ່ານໄປໂຮງງານເບຍລາວ

ພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ ເລກທີ 5844/ຍທຂ ນວ ລົງວັນທີ 19 ພະຈິກ 2018 ເລື່ອງ: ການປິດເສັ້ນທາງການສັນຈອນຂອງພາຫະນະທຸກປະເພດ ເພື່ອອໍານວຍຄວາມສະດວກໂຄງການກໍ່ສ້າງ ທາງຍົກລະດັບຂົວຂ້າມທາງ ສໍາລັບຄົນຍ່າງຢູ່ຈຸດ ຕໍ່ໜ້າບໍລິສັດເບຍລາວ ຈໍາກັດ ໃນລະຫວ່າງວັນທີ 4 ທັນວາ 2018.

ໂດຍເລີ່ມແຕ່ເວລາ 16 ໂມງ 00 ຂອງວັນທີ 4 ທັນວາ 2018 ເຖິງເວລາ 6 ໂມງ 00 ຕອນເຊົ້າວັນທີ 5 ທັນວາ 2018.

ພະຫະນະທີ່ສັນຈອນແມ່ນໃຫ້ງົດແຕ່ 4 ແຍກໄຟອໍານາດໜອງໄຮ ຫາ ບໍລິສັດເບຍລາວ.

ສໍາລັບທ່ານທີ່ຕ້ອງການໄປຂົວມິດຕະພາບ ແມ່ນໃຫ້ໃຊ້ເສັ້ນທາງ ດົງຄໍາຊ້າງ ອອກໃສ່ຖະໜົນທ່າເດື່ອ.

ຂອບໃຈແຫຼ່ງຂໍ້ມູນ

Comments