ຄາດວ່າກາງປີ 2019 ໄຫຫີນ 999 ໜ່ວຍຈະຖືກຈົດເຂົ້າມໍລະດົກໂລກ.

ວິທະຍຸກະຈາຍສຽງແຫ່ງຊາດລາຍງານໃນວັນທີ 28 ພະຈິກ 2018 ວ່າ:

(ຮູບປະກອບ)

ທ່ານ ບໍ່ແສງຄໍາ ວົງດາລາ, ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ສຳພາດວ່າ: ຫຼັງຈາກທີ່ລາວເຮົາໄດ້ຍື່ນເອກະສານຕ່າງໆ ຢ່າງຄົບຖ້ວນຕໍ່ອົງການ UNESCO ເພື່ອສະເໜີເອົາໄຫຫີນຊຽງຂວາງເຂົ້າເປັນມໍລະດົກໂລກໄປແລ້ວກ່ອນໜ້ານີ້, ຫຼັງຈາກນັ້ນ ໃນຕົ້ນເດືອນ ຕຸລາ 2018 ນີ້ ອົງການດັ່ງກ່າວໄດ້ສົ່ງຄະນະວິຊາການກ່ຽວຂ້ອງມາກວດກາຕົວຈິງຢູ່ ແຂວງຊຽງຂວາງ ເປັນທີ່ຮຽບຮ້ອຍແລ້ວ.

ໃນຂະນະດຽວກັນ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກໍໄດ້ສົ່ງຄະນະວິຊາການກ່ຽວຂ້ອງໄປປ້ອງກັນບົດ ກ່ຽວກັບການຂໍສະເໜີ ໄຫຫີນຊຽງຂວາງເຂົ້າເປັນມໍລະດົກໂລກທີ່ນະຄອນຫຼວງປາຣີ, ປະເທດຝຣັ່ງ ຮຽບຮ້ອຍແລ້ວ,

ຄາດວ່າໃນກາງປີ 2019 ອົງການ UNESCO ຈະຮັບຮອງເອົາໄຫຫີນຊຽງຂວາງ ເຂົ້າເປັນມໍລະດົກໂລກຢ່າງເປັນທາງການ ຊຶ່ງຈະກາຍເປັນມໍລະດົກໂລກແຫ່ງທີ 3 ຂອງລາວ ຖັດຈາກ ນະຄອນຫຼວງພະບາງ ແລະ ວັດພູຈຳປາສັກ.

 ໄຫຫີນຊຽງຂວາງ ທີ່ສະເໜີເຂົ້າເປັນມໍລະດົກໂລກຄັ້ງນີ້ ລວມມີ 999 ໜ່ວຍໃນ 11 ແຫ່ງ, ກວມເອົາ 4 ເມືອງ ຄື: ເມືອງ ແປກ, ພູກູດ, ຜາໄຊ ແລະ ເມືອງ ຄໍາ.

 

ຂ່າວ: ບຸນຕຽງ ຈັນທະວົງ

ຂອບໃຈພາບຈາກອິນເຕີເນັດ

Comments