ສາກົນ ຊ່ວຍເຫຼືອການແກ້ໄຂໄພພິບັດຢູ່ໃນລາວ ລວມມູນຄ່າ…… ເປັນມະຫາສານ

ການແກ້ໄຂໄພພິບັດຢູ່ລາວ ຮັບການຊ່ວຍເຫຼືອຈາກສາກົນ ມີມູນຄ່າມະຫາສານ
ອີງຕາມບົດລາຍງານຂອງທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຕໍ່ກອງປະຊຸມສະພາ ຄັ້ງວັນທີ 27 ພະຈິກນີ້, ໃຫ້ຮູ້ວ່າ: ການຊ່ວຍເຫຼືອຂອງສາກົນໃນວຽກງານແກ້ໄຂໄພພິບັດຢູ່ລາວເຮົາ ແຕ່ວັນທີ 24 ກໍລະກົດ-18 ພະຈິກ 2018 ມີມູນຄ່າຢ່າງມະຫາສານຄື: ມີ 20 ຕື້ກີບ, 93 ລ້ານບາດ (ສະກຸນເງິນໄທ) ແລະ 14 ລ້ານໂດລາສະຫະລັດ ແລະ ໃນກອງປະຊຸມພົບປະເຈລະຈາສອງຝ່າຍລາວ-ເຢຍລະມັນ ເມື່ອເດືອນກັນຍາຜ່ານມາຊຶ່ງຝ່າຍເຢຍລະມັນກໍໄດ້ປະກາດຈະໃຫ້ການຊ່ວຍເຫຼືອຟື້ນຟູຫຼັງໄພພິບັດຕື່ມອີກ 10 ລ້ານເອີໂຣ ແລະ ຜູ້ໃຫ້ທຶນຍັງໃຫ້ຄວາມສໍາຄັນຕໍ່ວຽກງານການຟື້ນຟູຫຼັງໄພພິບັດ ໂດຍຈະເຂົ້າມາສຶກສາປະເມີນຜົນຊ່ວຍເຫຼືອຝ່າຍລາວຕື່ມອີກ ຊຶ່ງບັນຫານີ້ ຈະໄດ້ນໍາໄປປຶກສາຫາລືຮ່ວມກັນ ໃນກອງປະຊຸມການຈັດຕັ້ງປະຕິບັດຂະບວນການໂຕະມົນ ປະຈໍາປີ 2018 ທີ່ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-5 ທັນວານີ້ ທີ່ນະຄອນຫຼວງວຽງຈັນ. ນອກນີ້, ກໍໄດ້ມີການປຶກສາຫາລືສອງຝ່າຍຮ່ວກັບ ສ ເກົາຫຼີ ໃນການວາງແຜນໃຫ້ແກ່ການຊ່ວຍເຂດພື້ນທີ່ ທີ່ໄດ້ຮັບຜົນກະທົບດັ່ງກ່າວຕື່ມອີກ.

ທີ່ມາ: Support Prime Minister Thongloun Sisoulith
ຂໍຂອບໃຈ
ຂໍ້ມູນ : ໄກ່ແຈ້

Comments