ແຂວງເທື່ອທຽນເຫວ້ ໄດ້ຮັບຫຼຽນໄຊແຮງງານຊັ້ນໜຶ່ງ ຂອງປະທານປະເທດລາວ

ວັນທີ 29 ພະຈິກ, ຢູ່ແຂວງເທື່ອທຽນເຫວ້  ໂດຍໄດ້ຮັບການມອບສິດຈາກປະທານປະເທດແຫ່ງ ສປປ.ລາວ, ທ່ານ ສັນຕິພາບ ພົມວິຫານ, ເລຂາພັກແຂວງ, ເຈົ້າແຂວງໆສະຫວັນນະເຂດ

ໄດ້ມອບຫຼຽນໄຊແຮງງານຊັ້ນໜຶ່ງ ໃຫ້ແຂວງເທື່ອທຽນ – ເຫວ້. ນີ້ແມ່ນລາງວັນອັນສູງສົ່ງຈາກ ສປປ.ລາວ ມອບໃຫ້ແຂວງເທື່ອທຽນເຫວ້ ຍ້ອນແຂວງມີການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນສາມັກຄີພິເສດ, ມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງສອງແຂວງ, ປະຊາຊົນສອງປະເທດຫວຽດນາມ – ລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງຫວຽດນາມ – ລາວ ແລະ 55 ປີ ແຫ່ງວັນສ້າງຕັ້ງສາຍພົວພັນການທູດຫວຽດນາມ – ລາວ.

ເນື່ອງໃນໂອກາດດັ່ງກ່າວ, ທ່ານສັນຕິພາບ ພົມວິຫານ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການຊ່ວຍເຫຼືອຂອງພັກ, ລັດ ແລະ ປະຊາຊົນຫວຽດນາມເວົ້າລວມ ແລະ ແຂວງເທື່ອທຽນເຫວ້ ເວົ້າສະເພາະ.

ພ້ອມກັນນັ້ນ, ທ່ານສັນຕິພາບ ພົມວິຫານ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ຜັນຂະຫຍາຍ ປະຕິບັດບົດບັນທຶກວ່າດ້ວຍການຮ່ວມມືລະຫວ່າງສອງປະເທດ ເພື່ອປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ນໍ້າໃຈສາມັກຄີ ແລະ ພ້ອມກັນປົກປັກຮັກສາ, ພັດທະນາ, ກ້າວຂຶ້ນຕາມເສັ້ນທາງທີ່ສອງພັກໄດ້ວາງອອກ.

ຂໍ້ມູນຈາກ: ຂປລ.

Cr. VOV World

 

Comments