ສອງຝ່າຍຕົກລົງສ້າງຕັ້ງສາຍພົວພັນມິດຕະພາບ ແລະ ສ້າງນະຄອນມິດຕະພາບ.

ໃນວັນທີ 26 ພະຈິກ 2018 ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງສະຫວັນນະເຂດ, ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ໄດ້ຕ້ອນຮັບການມາຢ້ຽມຢາມ ແລະ ພົບປະຂອງ ທ່ານ ຕູ້ ເຈຍຫາວ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານປະຊາຊົນແຂວງຫູ ໜານ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ພ້ອມຄະນະ.

ໃນໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ໄດ້ກ່າວຕ້ອນ ຮັບການນຳຂອງແຂວງຫູໜານ ສປ ຈີນ ພ້ອມທັງລາຍງານສະພາບການພັດທະນາໂດຍສັງເຂບ, ຈາກນັ້ນ ທ່ານ ຕູ້ ເຈຍ ຫາວ ກໍໄດ້ກ່າວໂດຍຫຍໍ້ກ່ຽວກັບສະພາບລວມຂອງແຂວງຫູ ໜານ ແລະ ຈຸດປະສົງຂອງການ ເດີນທາງມາຄັ້ງນີ້ວ່າ: ເພື່ອເສີມ ສ້າງສາຍພົວພັນມິດຕະພາບ ລະຫວ່າງແຂວງສະຫວັນນະເຂດ ສປປ ລາວ ແລະ ແຂວງ ຫູໜານ ສປ ຈີນ, ກໍຄືນະຄອນໄກສອນພົມວິຫານ ກັບນະຄອນຊຽງຖານ ເຊິ່ງໄດ້ຕົກລົງເຫັນດີ ເປັນເອກະພາບໃນດ້ານພື້ນ ຖານກ່ຽວກັບການສ້າງສາຍພົວພັນມິດຕະພາບຂອງສອງແຂວງກໍຄືສອງນະຄອນ ແລະ ໄດ້ເຊັນບົດບັນທຶກການຮ່ວມມື ມີເນື້ອໃນດັ່ງນີ້:

1. ທັງສອງຝ່າຍປະຕິບັດ ໂດຍສອດຄ່ອງກັບລະບຽບການ ແລະ ກົດໝາຍຂອງ ສປປ ລາວ ແລະ ສປ ຈີນ, ບົນຫຼັກການສະເໝີພາບ ແລະ ຕ່າງຝ່າຍຕ່າງມີປະໂຫຍດ, ຕົກລົງເຫັນດີແລກປ່ຽນຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ກະສິກຳ, ວັດທະນະທຳ, ການທ່ອງທ່ຽວ, ການສຶກສາ, ເຝິກອົບຮົມບຸກຄະລາ ກອນ… ໃນຮູບແບບຫຼາຍຝ່າຍ ເພື່ອຮ່ວມກັນສົ່ງເສີມການພັດທະນາໃຫ້ຈະເລີນຮຸ່ງເຮືອງ.
2. ຍັງຮັກສາການພົວພັນ ແລກປ່ຽນຄະນະຜູ້ແທນລະດັບການນຳແຂວງ ແລະ ພະແນກການຂອງສອງແຂວງເພື່ອອຳນວຍຄວາມສະດວກໃນການປຶກສາຫາລື, ແລກປ່ຽນການ ຮ່ວມມືໃນຂົງເຂດທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.
3. ບົນພື້ນຖານແລກປ່ຽນ ມິດຕະພາບ ແລະ ອີງໃສ່ສະພາບການຕົວຈິງ, ການນຳຂັ້ນສູງທັງສອງຝ່າຍຈະລົງນາມໃນການສ້າງຕັ້ງສາຍພົວພັນມິດຕະພາບຂອງສອງແຂວງໃນເວລາອັນເໝາະສົມ.
4. ສຳລັບການສ້າງນະຄອນມິດຕະພາບລະຫວ່າງນະຄອນໄກສອນ ພົມວິຫານ ແຂວງ ສະຫວັນນະເຂດ ແລະ ນະຄອນ ຊຽງຖານ ແຂວງຫູໜານ ພາຍຫຼັງທີ່ການນຳທັງສອງຝ່າຍ ໄດ້ເຊັນບົດບັນທຶກສ້າງແຂວງມິດຕະພາບຮ່ວມກັນ ໃຫ້ທັງສອງຝ່າຍມີການພົວພັນກັນໂດຍກົງໃນໂອກາດຕໍ່ໄປ.
5. ສອງຝ່າຍເຫັນດີມອບ ໃຫ້ພະແນກການຕ່າງປະເທດ ແລະ ຫ້ອງການພົວພັນຕ່າງປະເທດຂອງສອງແຂວງເປັນໃຈກາງປະສານພົວພັນລະຫວ່າງ ກັນເພື່ອຊຸກຢູ້ໃຫ້ການພົວພັນ ຮ່ວມມືໃນດ້ານຕ່າງໆໄດ້ຖືກ ຈັດຕັ້ງປະຕິບັດເປັນຮູບປະທຳ.

ໃນໂອກາດດັ່ງກ່າວກໍໄດ້ມີພິທີເຊັນບົດບັນທຶກ ສ້າງສາຍພົວພັນມິດຕະພາບລະຫວ່າງແຂວງສະຫວັນນະເຂດ ແລະ ແຂວງຫູໜານ ໂດຍທ່ານ ປອ ບຸນ ມາ ເກດເກສອນ ຫົວໜ້າພະແນກການຕ່າງປະເທດແຂວງ ສະຫວັນນະເຂດ ແລະ ທ່ານ ຊຸຍ ເຈິງຊຽນ ຫົວໜ້າຫ້ອງການຕ່າງປະເທດ ແຂວງຫູໜານ ແລະ ບົດບັນທຶກເພື່ອສ້າງນະຄອນມິດຕະພາບ ລະຫວ່າງ ນະຄອນໄກສອນ ພົມວິຫານ ກັບ ນະຄອນ ຊຽງຖານ ແຂວງຫູໜານ ເປັນກຽດເຊັນບົດບັນທຶກໂດຍທ່ານ ບຸນຍູ້ ທຳມະວົງ ເລຂາພັກ-ເຈົ້ານະຄອນໄກສອນ ພົມວິຫານ, ທ່ານ ສາວ ຈົງຟາງ ເລຂາພັກ ນະຕອນ ຊຽງຖານໂດຍ ຊ່ອງໜ້າການນຳທັງສອງ ແຂວງ.

 

ຂໍ້ມູນຈາກ: ນສພ ສະຫວັນພັດທະນາ

 

Comments