ເມືອງວຽງໄຊ ຖານທີ່ໝັ້ນການປະຕິວັດ ຄົບຮອບ 50 ປີ

ໃນໂອກາດ ສະເຫຼີມສະຫຼອງ ເມືອງວຽງໄຊ ຖານທີ່ໝັ້ນການປະຕິວັດ ຄົບຮອບ 50 ປີ ທາງ ກຸ່ມບໍລິສັດ ເຄແອນຊີ ແລະ ທີມງານ ວາລະສານ TARGET ຂໍສະແດງຄວາມຍິນດີ ປິຕິຊົມຊື່ນ ພ້ອມກັບປະຊາຊົນລາວ ບັນດາເຜົ່າໃນທົ່ວປະເທດເພື່ອ ຮ່ວມກັນສະເຫຼີມສະຫຼອງເມືອງວຽງໄຊ ຖານທີ່ໝັ້ນການປະຕິວັດ ຄົບຮອບ 50 ປີ ໃຫ້ມີຄວາມໝາຍເລິກເຊິ່ງ”

 ເມືອງວຽງໄຊ ເປັນເມືອງແຫ່ງປະຫວັດສາດຂອງການຕໍ່ສູ້ ແລະ ນໍາພາຂອງພັກປະຊາຊົນປະຕິວັດລາວ ຕະຫຼອດໄລຍະ 30 ປີ ຢູ່ເຂດຖານທີ່ໝັ້ນຢ່າງລະອິດລະອ້ຽວ ແລະ ການເສຍສະຫຼະອັນສູງສົ່ງຂອງພວກເພິ່ນ ພວກເຮົາຈິ່ງມີ ເອກະລາດ ອິດສະຫຼະພາບ ເປັນເຈົ້າຂອງປະເທດຊາດ ຢ່າງສົມບູນ ໃນວັນທີ 2 ທັນວາ 1975 ຈົນມາເຖິງປັດຈຸບັນ.

ປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕະຫຼອດໄລຍະ 43 ປີ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາ ພາຍໃຕ້ລະບອບໃໝ່ ພາຍໃຕ້ຄັນທຸງຂອງພັກ ພາຍໃຕ້ການນໍາພາຂອງລັດຖະບານແຫ່ງ ສປປ ລາວ ແມ່ນໄດ້ມີຄວາມກ້າວໜ້າໃນຫຼາຍດ້ານ ຊີວິດການເປັນຢູ່ຂອງປະຊາຊົນ ບັນດາເຜົ່າ ໃນທົ່ວປະເທດໄດ້ຮັບການປັບປຸງດີຂຶ້ນເປັນກ້າວ ຊື່ສຽງຮຽງນາມຂອງ ສປປ ລາວ ເປັນທີ່ຮູ້ຈັກຂອງບັນດາປະເທດເພື່ອນມິດ ແລະ ໃນໂລກ.

43 ປີ ພັກ ແລະ ລັດ ໄດ້ສຸມທຸກກໍາລັງເຫື່ອແຮງ ສະຕິປັນຍາ ເພື່ອນໍາພາປະເທດຊາດໄປສູ່ຄວາມສີວິໄລຮຸ່ງເຮືອງ ເອົາໃຈໃສ່ແກ້ໄຂ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ບັນດາເຜົ່າ ໃນທົ່ວປະເທດໃຫ້ພົ້ນທຸກ ພ້ອມທັງວາງຄາດໝາຍ ເພື່ອນໍາພາປະເທດໃຫ້ຫຼຸດພົ້ນ ຈາກປະເທດດ້ອຍພັດທະນາ ໃນອະນາຄົດ.

ລັດຖະບານ ໄດ້ວາງຄາດໝາຍ ແຜນການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ໃນປີ 2019 ໂດຍຈະມີການຈັດສັນງົບປະມານການລົງທຶນ ຈຳນວນ 2.548 ຕື້ກວ່າກີບ ເພື່ອສູ້ຊົນສ້າງຄອບຄົວໃຫ້ມີເງື່ອນໄຂບັນລຸມາດຖານພົ້ນທຸກ ໃຫ້ໄດ້ 4.649 ຄອບຄົວ, ສ້າງບ້ານໃຫ້ມີເງື່ອນໄຂບັນລຸມາດຖານພົ້ນທຸກ 220 ບ້ານ, ສ້າງບ້ານພັດທະນາ ໃຫ້ໄດ້ 100 ບ້ານ.

  ປັດຈຸບັນ ສາມາດລຶບລ້າງຄອບຄົວທຸກຍາກໄດ້ 5.179 ຄອບຄົວ, ລື່ນຄາດໝາຍທີ່ວາງໄວ້ 346 ຄອບຄົວ, ຍັງເຫຼືອ 64.593 ຄອບຄົວ ສາມາດລຶບລ້າງບ້ານທຸກຍາກໄດ້ 153 ບ້ານ, ຍັງເຫຼືອ 1.536 ບ້ານ, ບ້ານພັດທະນາໄດ້ 253 ບ້ານ, ເມືອງທຸກຍາກຍັງເຫຼືອ 23 ເມືອງ ແລະ ສ້າງບ້ານໃຫຍ່ທີ່ມີລັກສະນະຕົວເມືອງນ້ອຍໃນຊົນນະບົດໄດ້ 28 ບ້ານ.

-ບັນນາທິການ ວາລະສານ TARGET

Comments