ສະຫວັນນະເຂດ ລະດົມຊາວນາສຸມໃສ່ການຜະລິດລະດູແລ້ງ.

ການຜະລິດເຂົ້ານາແຊງ ຂອງປະຊາຊົນຊາວແຂວງສະຫວັນນະເຂດປີ 2019 ແມ່ນກຳລັງຂຸ້ນຂ້ຽວກະກຽມທາງດ້ານພື້ນຖານໂຄງລ່າງຊົນລະປະທານ ແລະ ເນື້ອທີ່ການຜະລິດ ເຊິ່ງໜ່ວຍງານປູກຝັງຂອງ ຫ້ອງການກະສິກຳ-ປ່າໄມ້ແຕ່ລະເມືອງ ໄດ້ປະສານຫາອຳນາດການປົກຄອງບ້ານໃຫ້ ມີການອະນາໄມຄອງເໝືອງ, ຊົນລະປະທານເພື່ອກຽມໃສ່ການຜະລິດລະດູແລ້ງ.

ຕາມການໃຫ້ຂໍ້ມູນຂອງຂະແໜງປູກຝັງພະແນກກະສິກຳ-ປ່າໄມ້ ແຂວງສະຫວັນນະເຂດ ປັດຈຸບັນສາມາດສາມາດເກັບກຳ ຂໍ້ມູນກ່ຽວກັບແຜນການຜະລິດ ເຂົ້ານາແຊງໄດ້ແລ້ວ ຊຶ່ງໄດ້ແບ່ງເປັນເຂດດັ່ງນີ້: ເຂດທົ່ງພຽງແຄມຂອງ ມີນະຄອນໄກສອນ ພົມວິຫານ ມີເນື້ອທີ່ຜະລິດ ເຂົ້ານາແຊງ 500 ເຮັກຕາ, ເມືອງສອງຄອນ 4.300 ເຮັກຕາ, ເມືອງໄຊບູລີ 8.980, ເມືອງໄຊພູທອງ 500 ເຮັກຕາ, ໃນເຂດດັ່ງກ່າວລວມເນື້ອທີ່ການຜະລິດເຂົ້ານາແຊງທັງໝົດ 14.280 ເຮັກຕາ, ໃຊ້ແນວພັນ 857 ໂຕນ, ເຂດທົ່ງພຽງໃຈກາງ ມີເມືອງຈຳພອນ 13.300 ເຮັກຕາ, ເມືອງຊົນະບູລີ 3.300 ເຮັກຕາ, ເມືອງພະລານໄຊ 520 ເຮັກຕາ, ໃນເຂດທົ່ງພຽງໃຈກາງນີ້ລວມເນື້ອທີ່ການຜະລິດເຂົ້ານາແຊງທັງໝົດ 17.120 ເຮັກຕາ, ໃຊ້ແນວພັນ 1.027 ໂຕນ, ເຂດພູດອຍມີ ເມືອງພີນ 250 ເຮັກຕາ, ເມືອງ ເຊໂປນ 300 ເຮັກຕາ, ເມືອງ ທ່າປາງທອງ 800 ເຮັກຕາ, ເມືອງວິລະບູລີ 250 ເຮັກຕາ ໂດຍໃນເຂດນີ້ມີເນື້ອ ທີ່ທັງໝົດ 1.600 ເຮັກຕາ, ໃຊ້ແນວພັນ 96 ໂຕນ,

ສ່ວນເມືອງ ອຸທຸມພອນ, ເມືອງອາດສະພັງທອງ, ເມືອງອາດສະພອນ ແລະ ເມືອງນອງ ບໍ່ມີແຜນຜະລິດເຂົ້ານາແຊງ ເນື່ອງຈາກບໍ່ມີເງື່ອນໄຂໃນການຜະລິດ ແລະ ເຮັດໃຫ້ທົ່ວແຂວງລວມມີເນື້ອທີ່ການຜະລິດເຂົ້ານາແຊງ ປີ 2019 ທັງໝົດແມ່ນ 33.000 ເຮັກຕາ.

ນອກຈາກນີ້ຍັງມີແຜນສ້ອມແປງຊົນລະປະທານ 35 ແຫ່ງໃນ 6 ເມືອງຄື: ເມືອງໄຊບູລີ 17 ໂຄງການ, ມູນຄ່າ 4,89 ຕື້, ເມືອງຈຳພອນ 7 ໂຄງການ, ມູນຄ່າ 1,5 ຕື້, ເມືອງຊົນນະບູລີ 6 ໂຄງການ, ມູນຄ່າ 344 ລ້ານ ກີບ, ເມືອງສອງຄອນ 3 ໂຄງການ, ມູນຄ່າ 635 ລ້ານກີບ, ເມືອງໄຊພູທອງ 1 ໂຄງການ ມູນຄ່າ 150 ລ້ານກີບ, ເມືອງ ທ່າປາງທອງ 1 ໂຄງການ ມູນຄ່າ 486 ລ້ານກີບ.

ຂ່າວ: ປະໄມຈິດ
ຂອບໃຈພາບປະກອບຈາກອິນເຕີເນັດ.

Comments