ໂຄງການສ່ວນຫຼາຍ ດຳເນີນການໂດຍບໍ່ໄດ້ຜ່ານ ການສຳຫຼວດ-ອອກແບບລະອຽດ

ໃນປີ 2017 ກະຊວງ ຍທຂ ໄດ້ດຳເນີນການຈັດຕັ້ງກວດກາ ບັນດາໂຄງການກໍ່ສ້າງ ແລະ ສ້ອມແປງຂົວ-ທາງໄດ້ພົບເຫັນຈຳນວນ 18 ໂຄງການ ແລະ ຈຳນວນ 12 ໂຄງການ ​ໃນປີ 2018 ທີ່ມີມູນຄ່າສູງເກີນຄວາມເປັນຈິງ ເຊິ່ງລັດຖະບານ​ ໄດ້​ດຳ​ເນີນການ​ແກ້​ໄຂ ຢ່າງ​ທັນ​ການ ​ແລະ ສາມາດປະຢັດງົບປະມານ ຂອງລັດໄດ້ ລວມເປັນເງິນປະມານ 3.560 ຕື້ກວ່າກີບ ຫຼື ປະມານ 418 ລ້ານໂດລາສະຫະລັດ.

(ຮູບປະກອບ)

ການກໍ່ສ້າງ ແລະ ສ້ອມແປງຖະໜົນຫົນທາງ ໃນໄລຍະຜ່ານມາ ​ເຫັນວ່າມີຄຸນນະພາບຕ່ຳ ​ແຕ່​ມີມູນຄ່າການກໍ່ສ້າງສູງ ​ເກີນ​ຄວາມ​ເປັນ​ຈິງ, ທັງແກ່ຍາວເວລາການກໍ່ສ້າງນັ້ນ ​ແມ່ນເກີດຈາກໂຄງການລົງທຶນກ່ອນ (ໂດຍບໍ່ຜ່ານການປະມູນ), ການອະນຸມັດໂຄງການສ່ວນຫຼາຍ ດຳເນີນການໂດຍບໍ່ໄດ້ຜ່ານ ການສຳຫຼວດ-ອອກແບບລະອຽດ, ການຊຳລະສະສາງຊັກຊ້າ, ລວມທັງຄວາມຮັບຜິດຊອບຂອງ​ຜູ້​ຮັບ​ເໝົາ ​ແລະ ນັກວິຊາການ ຈຳນວນໜຶ່ງ ຍັງ​ຂາດຈັນຍາບັນ ຈັນຍາທຳ ​ແລະ ຄວາມໂປ່ງໃສ.

(ຮູບປະກອບ)

ເພື່ອແກ້ໄຂບັນຫາດັ່ງກ່າວ ທາງກະຊວງ ຍທຂ ຈະໄດ້ສືບຕໍ່ຄົ້ນຄວ້າມາດຕະການແກ້ໄຂ​ໃນຕໍ່ໜ້າ ໂດຍໄດ້ສ້າງເອກະສານ ສຶກສາອົບຮົມ ນຳພາດ້ານການເມືອງ-ແນວຄິດ ຂອງບັນດາສະມາຊິກພັກ, ພະນັກງານວິຊາການຂອງຂະແໜງ ໂຍທາທິການ ແລະ ຂົນສົ່ງ, ນັບ​ທັງລະບຽບການຄຸ້ມຄອງ ດ້ານວິຊາສະເພາະ ແລະຈະໄດ້ສັງລວມປຶ້ມຄູ່ມືໂດຍຫຍໍ້ເນື້ອໃນທີ່ສຳຄັນ ໂດຍສະເພາະແມ່ນລາຄາຕໍ່າສຸດ ແລະ ສູງສຸດ ເພື່ອເປັນຄູ່ມືໃຫ້ແກ່ການນຳຂອງແຂວງ, ນະຄອນຫຼວງ ແລະ ສະມາຊິກສາພາແຫ່ງຊາດ ຢູ່ຂັ້ນທ້ອງຖິ່ນ ເປັນຜູ້ຕິດຕາມກວດກາຊ່ວຍ.

ຂໍ້ມູນດັ່ງກ່າວຖືກລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ສະເໜີໂດຍທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ).

ຮູບປະກອບຈາກອິນເຕີເນັດ

Comments