ສ້າງໂອກາດ ເຂົ້າເຖິງບໍລິການດ້ານການເງິນ ໃນ ສປປ ລາວ ຄັ້ງທຳອິດ

ໃນວັນທີ 29 ພະຈິກ 2018, ສະມາຄົມການເງິນຈຸລະພາກ ຮ່ວມກັບທະນາຄານແຫ່ງ ສປປ ລາວ ໂດຍການສະໜັບສະໜູນຈາກອົງກອນ ອາດາ (ADA) ປະເທດລຸກຊຳບວກ ​ໄດ້ຈັດກອງປະຊຸມ ເພື່ອປຶກສາຫາລື ແລະ ສົນທະນາກ່ຽວກັບທ່ວງທ່າ ແລະ ວິວັດທະນາການຂອງ ການເງິນຈຸລະພາກ ກໍ​ຄືການສ້າງ​ເງື່ອນ​ໄຂ ​ແລະ ​ໂອກາດ ເຂົ້າເຖິງການບໍລິການ ດ້ານການເງິນໃນ ສປປ ລາວ ​ເຊິ່ງຈັດ​ຂຶ້ນຄັ້ງທຳອິດ ທີ່​ນະຄອນຫຼວງ​ວຽງຈັນ.

ໂດຍມີ ທ່ານ ພັນທະບູນ ໄຊຍະເພັດ ຮອງຫົວໜ້າກົມຄຸ້ມຄອງ ສະຖາບັນການເງິນ, ທະນາຄານແຫ່ງ ສປປ ລາວ, ຜູ້ຕາງໜ້າຈາກບັນດາ ກະຊວງທີ່ກ່ຽວຂ້ອງ, ຜູ້ໃຫ້ທຶນ ແລະ ສະມາຊິກສະມາຄົມ ການເງິນຈຸລະພາກ​ເຂົ້າ​ຮ່ວມ.

ທ່ານ ສົມພອນ ສີແສງລັດ ປະທານສະພາບໍລິຫານ ສະມາຄົມການເງິນຈຸລະພາກ ກ່າວວ່າ: ຈຸດປະສົງ ຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເພີ່ມຄວາມເຂົ້າໃຈ ກ່ຽວກັບການເງິນຈຸລະພາກ ການເຂົ້າເຖິງການ ບໍລິການ ທາງດ້ານການເງິນຢູ່ໃນ ສປປ ລາວ ໃຫ້ກັບລູກຄ້າ ແລະ ປະຊາຊົນທົ່ວໄປ; ເພື່ອສ້າງການຮ່ວມມື ໃຫ້ແໜ້ນແຟ້ນ ແລະ ແລກປ່ຽນບົດຮຽນລະຫວ່າງ ຜູ້ມີສ່ວນຮ່ວມຫຼັກ ໃນການໃຫ້ບໍລິການທາງ ດ້ານການ ເງິນໃນ ສປປ ລາວ.

ພ້ອມ​ນັ້ນ ຍັງ​ມີ​ການປຶກສາຫາລື ປະເດັນສຳຄັນຕ່າງໆເຊັ່ນ: ຍຸດທະສາດການເຂົ້າເຖິງ ການບໍລິການທາງດ້ານການເງິນ, ປະສົບການໃນການຄຸ້ມຄອງ ແລະ ປະຕິບັດຕາມລະບຽບ ຫຼັກການ, ການນຳໃຊ້ເຕັກໂນໂລຊີ ແລະ ຊ່ອງທາງການບໍລິການຕ່າງໆ, ນັບ​ທັງການໃຫ້ຄວາມຮູ້ແກ່ລູກຄ້າ ແລະ ການປົກປ້ອງຜູ້ບໍລິໂພກ.

ໃນໂອກາດນີ້, ທ່ານ ພັນທະບູນ ໄຊຍະເພັດ ກ່າວວ່າ: ກອງປະຊຸມຄັ້ງນີ້ ແມ່ນມີຄວາມສຳຄັນຫຼາຍ ​ເພາະມີ​ຕົວ​ແທນຈາກຫຼາຍພາກສ່ວນ ທີ່ກ່ຽວຂ້ອງໃນຂະແໜງ ການເງິນຈຸລະພາກທັງສູນກາງ ແລະ ທ້ອງຖິ່ນ​ເຂົ້າ​ຮ່ວມ ເພື່ອຮັບຟັງບົດຮຽນຕ່າງໆ ກ່ຽວກັບບັນຫາໃໝ່ຄື: ການເຂົ້າເຖິງການ ບໍລິການ ທາງດ້ານການເງິນ, ການແລກປ່ຽນສົນທະນາ ແລະ ການຮ່ວມມືກັນໃນຍຸກ 4.0.

 ໃນລະຫວ່າງກອງປະຊຸມ, ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງ ການບັນລະຍາຍການເຂົ້າເຖິງ ການບໍລິການ ດ້ານການເງິນ ແບບທົ່ວເຖິງໃນ ສປປ ລາວ ຈາກຜູ້ຊ່ຽວຊານທີ່ມາຈາກ ຂະແໜງການຕ່າງໆເຊັ່ນ: ທະນາຄານ ແຫ່ງ ສປປ ລາວ, ທະນາຄານພັດທະນາລາວ, ທະນາຄານການຄ້າຕ່າງ ປະເທດລາວ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງອຸດສາຫະກຳ ແລະ ການຄ້າ, ສະພາອຸດສາຫະກຳ ແລະ ການຄ້າ ແຫ່ງ ສ ປປ ລາວ ແລະ ບັນດາສະຖາບັນການເງິນຈຸລະພາກ.

ປັດຈຸບັນ, ສະມາຄົມການເງິນຈຸລະພາກ ມີສະມາ ຊິກທັງໝົດ 109 ​ແຫ່ງ, ໃນນັ້ນ ມີ 91 ສະຖາບັນການເງິນຈຸລະພາກ.

ຂ່າວ: ສິງຄຳ, ພາບ: ອ່າຍຄຳ

 

Comments