ຮອງປະທານປະເທດ ມອບເຮືອນຕອບບຸນແທນຄຸນ ໃຫ້ພະນັກງານເສຍອົງຄະ.

ພິທີມອບ-ຮັບເຮືອນຕອບບຸນແທນຄຸນໃຫ້ພະນັກງານເສຍອົງຄະ ຈັດຂຶ້ນໃນຕອນເຊົ້າວັນທີ 29 ພະຈິກ 2018 ຜ່ານມານີ້ ທີ່ບ້ານ ນາໄກ່ ເມືອງວຽງໄຊ ແຂວງຫົວພັນ ກ່າວມອບໂດຍທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ແຫ່ງ ສປປ ລາວ, ມີທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງໆຫົວພັນ, ທ່ານ ປອ ຄຳແກ້ວ ສານບຸນຄູນໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ,ມີພາກສ່ວນກ່ຽວຂ້ອງຂັ້ນສູນກາງ, ຂັ້ນແຂວງ, ເມືອງ, ບໍລິສັດຜູ້ຮັບເໝົາ ແລະ ຄອບຄົວທີ່ໄດ້ຮັບເຮືອນເຂົ້າຮ່ວມເປັນສັກຂີພິຍານ.

ໂຄງການກໍ່ສ້າງເຮືອນຕອບບຸນແທນຄຸນໃຫ້ພະນັກງານເສຍອົງຄະຄັ້ງນີ້ປະກອບມີ 5 ຫຼັງເຊິ່ງແມ່ນທຶນລະດົມຈາກຄອບຄົວທ່ານ ພັນຄຳ ວິພາວັນ ມູນຄ່າທັງໝົດ 600 ລ້ານກີບ, ແຕ່ລະຫຼັງມູນຄ່າ 120 ລ້ານກີບ, ໂດຍແມ່ນພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງເປັນຜູ້ອອກແບບໃນນາມເຈົ້າຂອງໂຄງການ.

ໃນນີ້ປຸກສ້າງໃຫ້ຄອບຄົວເສຍອົງຄະຢູ່ເມືອງຊຽງຄໍ້ຈຳນວນ 3 ຫຼັງ, ເມືອງຊໍາໃຕ້ ແລະ ເມືອງວຽງໄຊເມືອງລະ 1 ຫຼັງ ຄື: ຄອບຄົວທ່ານ ຈັນທາ ບ້ານມ່ວງ, ຄອບຄົວທ່ານ ເມາະ ບ້ານຊຽງຄໍ້, ຄອບຄົວທ່ານ ສຸວັນ ບ້ານພຽງໂຮມ ເມືອງຊຽງຄໍ້, ຄອບຄົວທ່ານ ບຸນຄໍາ ບ້ານນາເກືອ ເມືອງຊໍາໃຕ້ ແລະ ຄອບຄົວທ່ານ ແກ້ວ ບ້ານໝັ້ນ ເມືອງວຽງໄຊ

ໂດຍແມ່ນບໍລິສັດແສງທອງກໍ່ສ້າງ ແລະ ບໍລິສັດບຸນທະວີຊັບກໍ່ສ້າງເປັນຜູ້ຮັບເໝົາກໍ່ສ້າງ, ລັກສະນະຂອງເຮືອນເປັນເຮືອນວິນລາຊັ້ນດຽວແຕ່ລະຫຼັງມີຂະໜາດ 6 X 7 ແມັດ ໂຄງສ້າງເບຕົງເສີມເຫຼັກມີ 2 ຫ້ອງນອນ ແລະ 1 ຫ້ອງຮັບແຂກ, ຫຼັງຄາມຸງດ້ວຍກະເບື້ອງ, ຝາກໍ່ດ້ວຍດິນຈີ່, ພື້ນປູດ້ວຍກາໂລ, ເຮືອນຈຳນວນ 5 ຫຼັງນີ້ໄດ້ລົງມືກໍ່ສ້າງວັນທີ 23 ສິງຫາ ແລະ ກໍ່ສ້າງສຳເລັດວັນທີ 10 ພະຈິກ 2018 ໃຊ້ເວລາກໍ່ສ້າງ 3 ເດືອນ.

ຂໍ້ມູນຂ່າວຫົວພັນ, ລາຍງານ.

Comments