ຮັບຮອງບ້ານທ່າຊະໂນ ເປັນບ້ານໃຫຍ່ພັດທະນາ ຄ້າຍຄືຕົວເມືອງນ້ອຍໃນຊົນນະບົດ

ພິທີປະກາດຮັບຮອງບ້ານ ທ່າຊະໂນ ເປັນບ້ານໃຫຍ່ພັດທະ ນາຄ້າຍຄືຕົວເມືອງນ້ອຍໃນ ຊົນນະບົດເປັນແຫ່ງທີ 5 ຂອງ ນະຄອນໄກສອນ ພົມວິຫານ ໄດ້ຈັດຂຶ້ນໃນວັນທີ 20 ພະຈິກ 2018 ນີ້, ທີ່ສະໂມສອນຫ້ອງການບ້ານດັ່ງກ່າວ

ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ທອງທ່ຽງ ສີດາວົງ ຄະນະປະຈໍາພັກແຂວງ ຫົວ ໜ້າຄະນະຈັດຕັ້ງແຂວງສະຫວັນນະເຂດ, ມີທ່ານ ບຸນຍູ້ ທໍາມະວົງ ກໍາມະການພັກ ແຂວງ ເລຂາພັກນະຄອນ ເຈົ້ານະຄອນໄກສອນ ພົມວິຫານ, ພະແນກການອ້ອມຂ້າງແຂວງ, ຫ້ອງການອ້ອມຂ້າງນະຄອນ, ການນຳຈາກເມືອງອຸທຸມພອນ ແລະເມືອງໄຊພູທອງ, ແຂກ ຖືກເຊີນ ພ້ອມດ້ວຍອຳນາດ ການປົກຄອງ ແລະພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ.


ທ່ານ ແສງມະນີ ຊະນະວົງໄຊ ເລຂາພັກບ້ານ ນາຍໆບ້ານ ໃຫຍ່ບ້ານທ່າຊະໂນ ແຈ້ງໃຫ້ຊາບວ່າ: ບ້ານທ່າຊະໂນ ແມ່ນບ້ານໃຫຍ່ມີພົນລະເມືອງທັງໜົດ 2.197 ຄົນ, ຍິງ 1.119 ຄົນ, ມີຄອບຄົວ 356 ຄອບຄົວ, ປະຊາຊົນພາຍໃນບ້ານມີລາຍຮັບສະເລ່ຍ 2.100 ໂດລາ/ຄົນ /ປີ, ຄອບຄົວຮັັ່ງມີ ກວມ 66% ຂອງຄອບຄົວທັງໜົດ,

ດ້ານວຽກງານພື້ນຖານໂຄງລ່າງ ໄດ້ຮັບການພັດທະນາຢ່າງເປັນລະບົບຕໍ່ເນື່ອງ ໂດຍສະເພາະເສັ້ນທາງໄດ້ຍົກລະດັບປູຢາງ ສໍາເລັດສາມາດທ່ຽວໄປ-ມາ ໄດ້ສະດວກດີຕະຫຼອດປີ, ພື້ນຖານການຜະລິດແມ່ນໄດ້ມີການຜະລິດ ແລະ ປຸງແຕ່ງເປັນສິນຄ້າຫຼາຍຂຶ້ນ ໂດຍມີສູນຜະລິດເມັດພັນເຂົ້າທ່າຊະໂນ ໄດ້ໃຫ້ການສະໜັບສະໜູນທາງດ້ານເຕັກນິກວິທະຍາສາດ ໃນການຜະລິດແນວພັນເຂົ້າໃຫ້ປະຊາຊົນ ເຮັດໃຫ້ມີຫຼາຍຄອບຄົວໄດ້ເປັນ ຄອບຄົວຕົວແບບທາງດ້ານ ການຜະລິດເຂົ້າຂາຍເປັນສິນຄ້າ

ນອກນີ້, ພາຍໃນບ້ານຍັງມີສິ່ງອຳນວຍຄວາມສະດວກ ສະບາຍດ້ານອື່ນໆ ທີ່ເປັນເງື່ອນ ໄຂສໍາຄັນໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ

ດ້ວຍເຫດຜົນດັ່ງກ່າວ, ບ້ານທ່າສະໂນ ຈຶ່ງມີເງື່ອນໄຂຄົບຖ້ວນໃນການຮັບຮອງເອົາເປັນບ້ານໃຫຍ່ພັດທະນາຄ້າຍຄືຕົວເມືອງນ້ອຍໃນຊົນນະບົດ.
ເພື່ອຢັ້ງຢືນເຖິງຜົນສໍາເລັດໃນຄັ້ງນີ້, ໃນພິທີ, ທ່ານ ສີທາ ສົງວິໄລ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງທ່ານເຈົ້າແຂວງສະຫວັນນະເຂດ ວ່າດ້ວຍການປະກາດຮັບຮອງເອົາບ້ານທ່າຊະໂນ ເປັນບ້ານໃຫຍ່ພັດທະນາຄ້າຍຄື ຕົວເມືອງນ້ອຍໃນຊົນນະບົດ ແຫ່ງທີ 5 ຂອງນະຄອນ ໂດຍ ໃຫ້ກຽດຂຶ້ນມອບໃບຢັ້ງຢືນໂດຍທ່ານ ທອງທ່ຽງ ສີດາວົງ ຄະນະປະຈໍາພັກແຂວງ.

ຂໍ້ມູນຈາກ: ນສພ ສະຫວັນພັດທະນາ

Comments