ໂຄງການສົ່ງເສີມຄວາມສະເໝີພາບບົດ ບາດ ຍິງ-ຊາຍ ໃນໂຮງຮຽນມັດທະຍົມສຶກສາ

ໃນວັນທີ 29 ພະຈິກ 2018 ທີ່ສະຖານທູດຍີ່ປຸ່ນ ປະຈຳ ສປປ ລາວ ໄດ້ມີພິທີເຊັນສັນຍາໃຫ້ການຊ່ວຍເຫຼືອລ້າ ເພື່ອສະໜັບສະໜູນໃຫ້ແກ່ອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ (NGO) ໃນການສືບຕໍ່ຈັດຕັ້ງປະຕິບັດ “ໂຄງການສົ່ງເສີມຄວາມສະເໝີພາບບົດ ບາດ ຍິງ-ຊາຍ ໃນໂຮງຮຽນມັດທະຍົມສຶກສາ” ໃນໄລຍະສຸດທ້າຍ ປີ 2019 ຢູ່ເມືອງຜາອຸດົມ ແຂວງບໍ່ແກ້ວ, ມູນຄ່າ 505.210 ໂດລາສະຫະລັດ.

ລະຫວ່າງ ທ່ານ ທາເຄຊິ ຮິຄິຮາຣະ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ແລະ ທ່ານ ນາງ ຈິຢະ ນະງະຊິມະ ຜູ້ຮັບຜິດຊອບໂຄງການແພລນສາກົນ ຍີ່ປຸ່ນ ປະຈຳ ສປປ ລາວ (Plan International Japan) ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.

ໂຄງການດັ່ງກ່າວ ໄດ້ເນັ້ນການກໍ່ສ້າງສິ່ງອໍານວຍຄວາມສະດວກ ພາຍໃນໂຮງຮຽນມັດທະຍົມສຶກສາ ແລະ ສະໜັບສະໜູນການຮຽນຮູ້ ກ່ຽວກັບບົດບາດຂອງຍິງ-ຊາຍ ໃນແຂວງບໍ່ແກ້ວ.

ໂຄງ​ການ​ນີ້ ແມ່ນ​ຖືກ​ຈັດ​ຕັ້ງ​ປະ​ຕິ​ບັດ​ພາຍ​ໃນ 3 ປີ ຕັ້ງ​ແຕ່​ເດືອນ​ທັນ​ວາ 2016 ຫາ ເດືອນ​ພະ​ຈິກ 2019 ​ແນ່​ໃສ່​ການ​ສົ່ງ​ເສີມ​ຄວາມ​ສະ​ເໝີ​ພາບ​ຍິງ-ຊາຍ, ສ້າງ​ສະ​ພາບ​ແວດ​ລ້ອມ ​ການ​ສຶກ​ສາ​ໃຫ້​ດີ​ຂຶ້ນກວ່າ​ເກົ່າ​ ໃຫ້​ນ້ອງ​ນັກ​ຮຽນ​ແມ່​ຍິງ ​ໂດຍ​ສະ​ເພາະໃນ ​ໂຮງ​ຮຽນຊັ້ນ​ມັດທະຍົມສຶກສາ 11 ແຫ່ງ​ ໃນ​ເມືອງ​ຜາ​ອຸ​ດົມ ​ແຂວງ​ບໍ່​ແກ້ວ.

ສຳລັບ​ການ​ດຳ​ເນີນ​ໂຄງ​ການ ​ໄລ​ຍະ​ທີ 1-2 ​ເລີ່ມປະຕິບັດແຕ່​ປີ 2017-2018 ແມ່ນ​ໄດ້​ມີ​ການ​ສ້າງ​ຄວາມ​ຮູ້​ ໃຫ້​ແກ່​ຜູ້​ເຝິກ​ອົບ​ຮົມ​ເລື່ອງ​ເພດ ແລະ ເຝິກ​ອົບ​ຮົມ​ເລື່ອງ​ເພດ​ໃຫ້​ແກ່​ຄູ, ຕົວ​ແທນ​ຜູ້​ປົກ​ຄອງ, ຜູ້​ນຳ​ສະ​ພາ​ສະ​ໂມ​ສອນ​ນັກ​ຮຽນ, ມີກ​ານ​​ອົບ​ຮົມ​ ດ້ານ​ການ​ບູ​ລະ​ນະ​ຮັກ​ສາ​ອຸ​ປະ​ກອນ ເຊິ່ງ​ລວມ​ມີ 730 ຄົນ​ເຂົ້າ​ຮ່ວມ ແລະ ໄດ້​ສ້າງ​ຫໍ​ພັກ​ໃຫ້​ແກ່ 2 ໂຮງ​ຮຽນ​ອີກ​ດ້ວຍ.

ຂ່​າວ-ພາບ: ສົ​ມ​ຫວັງ

 

Comments