ນະຄອນຫຼວງວຽງຈັນ ຕ້ອນຮັບ ຄະນະຜູ້ແທນຜູ້ຊົງຄຸນວຸດທິທົ່ວປະເທດ

ໃນວັນທີ 13 ທັນວາ 2018 ທີ່ສຳນັກງານປົກຄອງນະຄອນຫຼວງວຽງຈັນ ນະຄອນຫຼວງວຽງຈັນ ໄດ້ຕ້ອນຮັບຄະນະຜູ້ແທນຜູ້ຊົງຄຸນວຸດທິທົ່ວປະເທດ ເຊີ່ງເປັນຄົນລາວທີ່ອາໄສຢູ່ຕ່າງປະເທດ ຈຳນວນ 11 ປະເທດ ທີ່ເດີນທາງມາຮ່ວມກອງປະຊຸມຜູ້ຊົງຄຸນວຸດທິທົ່ວປະເທດ ຄັ້ງທີ III ປະຈຳປີ 2018 ທີ່ນະຄອນຫຼວງວຽງຈັນ. ຕາງໜ້າອົງການປົກຄອງນະຄອນຫຼວງວຽງຈັນ ຕ້ອນຮັບໂດຍທ່ານ ປອ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ. ຝ່າຍຄະນະຜູ້ແທນຜູ້ຊົງຄຸນວຸດທິ ໂດຍ ທ່ານ ນາງ ໄພວັນ ພູມິນ-ພົນເສນາ ກຳມະການ ສນຊ ສະໄໝທີ x ພ້ອມດ້ວຍຄະນະ ເຊີ່ງມີບັນດາຜູ້ຊົງຄຸນວຸດທິ ທີ່ມາຈາກປະເທດອາເມລິກາ, ການາດາ, ຝຣັ່ງ, ອົດສະຕາລີ, ນິວຊີແລນ, ຍີ່ປຸ່ນ, ອັງກິດ, ສະວິດເຊີແລນ, ໂອຕຣິດ, ແບນຊິກ, ເຢຍລະມັນ…

ໂອກາດມາຢ້ຽມຢາມ ນວ ໃນຄັ້ງນີ້ ຄະນະຜູ້ແທນຜູ້ຊົງຄຸນວຸດທິ ໄດ້ເຂົ້າຮ່ວມທ່ຽວຊົມຣາຕີວຽງຈັນ, ໄດ້ຢ້ຽມຊົມ ຫ້ອງຜັງເມືອງນະຄອນຫຼວງ ແລະ ຮັບຟັງການບັນຍາຍກ່ຽວກັບແຜນຜັງ ແລະ ຍຸດທະສາດການພັດທະນາຕົວເມືອງ ຂອງ ນວ; ແລ້ວກໍໄດ້ເຂົ້າຮ່ວມງານລ້ຽງຕ້ອນຮັບທີ່ຫ້ອງຮັບແຂກ ຂອງສຳນັກປົກຄອງນະຄອນຫຼວງວຽງຈັນ. ຈາກນັ້ນ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ກ່າວຄຳເຫັນຕ້ອນຮັບ ເຊີ່ງໄດ້ລາຍງານສະພາບກ່ຽວກັບນະຄອນຫຼວງວຽງຈັນ ໃນຫົວຂໍ້ການພົບປະ “ວຽງຈັນພວມຢູ່ໃສ ແລະ ຈະກ້າວເດີນໄປໃນທິດທາງໃດ” ໂດຍໄດ້ລາຍງານກ່ຽວກັບສະພາບຂອງວຽງຈັນໃນປັດຈຸບັນ, ການພັດທະນາດ້ານເສດຖະກິດ, ພື້ນຖານໂຄງລ່າງ, ວັດທະນະທຳ-ສັງຄົມ ແລະ ວິໄສທັດ, ຍຸດທະສາດການພັດທະນານະຄອນຫຼວງວຽງຈັນ ແຕ່ນີ້ ຮອດປີ 2030.

ເຊີ່ງຕອນທ້າຍ ທ່ານ ເຈົ້າຄອງນະຄອນຫຼວງວຽງຈັນ ກໍໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການມີໜ້າຂອງບັນດາທ່ານໃນກອງປະຊຸມຜູ້ຊົງຄຸນວຸດທິທົ່ວປະເທດ, ໂດຍສະເພາະແມ່ນການສະຫຼະເວລາເຂົ້າຮ່ວມລາຍການ ຣາຕີວຽງຈັນ ທັງໄດ້ເນັ້ນໜັກວ່າ ພວກທ່ານເປັນຕົວແທນ ຜູ້ຊົງຄຸນວຸດທິ ຕົວແທນຂອງ 11 ປະເທດຈົ່ງເສີມຂະຫຍາຍບົດບາດຄວາມຮັບຜິດຊອບຂອງຕົນໃຫ້ສູງ, ຊັກຊວນ ຄົນເສື້ອສາຍລາວທີ່ໄດ້ດຳລົງຊີວິດຢູ່ຕ່າງປະເທດ ອ້ອມຂ້າງຕົນ ຈົ່ງອ່ວາຍໜ້າມາຫາປະເທດຊາດ, ມາສ້າງສາພັດທະນາ ນະຄອນຫຼວງວຽງຈັນ ໃຫ້ເປັນນະຄອນທີ່ໜ່າຢູ່ ແລະ ຍືນຍົງ ວັດທະນາ, ລັດຖະບານ ແລະ ປະຊາຊົນລາວຢູ່ພີ້ ຄິດຮອດຄິດເຖີງພີ່ນ້ອງຢູ່ສະເໝີ ແລະ ຍັງຄອງຄອຍຕໍ່ການກັບຄືນມາບ້ານເກີດເມືອງນອນ ຂອງພວກທ່ານ ໄດເນີ້ !

#ວຽງຈັນວັນໃໝ່ຂ່າວສານທັນສະໄໝເພື່ອຊາວວຽງ.

Comments