ຂີດເສັ້ນ ຮອດທ້າຍເດືອນທັນວາ ຖ້າກາຍ ຈະປະຕິບັດຕາມລະບຽບກົດໝາຍ ຢ່າງເຂັ້ມງວດ

ທ່ານ ສົມບູນ ອິນທະປັດຖາ ຫົວໜ້າຫ້ອງການ ກະຊວງການເງິນ ໄດ້ອອກແຈ້ງການ ເລກທີ 3387/ຫກງ ລົງວັນທີ 11 ທັນວາ 2018 ເຖິງບັນດາທ່ານຜູ້ອໍານວຍການບໍລີສັດ ທີ່ຂຶ້ນກັບການຄຸ້ມຄອງຂອງສູນກາງ ເລື່ອງ: ການສົ່ງເອກະສານລາຍງານການເງິນ (ປິດສະຫຼຸບບັນຊີ) ປະຈໍາປີ 2017.

ຜ່ານການກວດກາໃນຕົ້ນປີ 2018 ຮອດປັດຈຸບັນ ຍັງມີບໍລິສັດທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງ ກົມສ່ວສາອາກອນ ທີ່ຍັງບໍ່ທັນໄດ້ສົ່ງເອກະສານລາຍງານການເງິນ ຈໍານວນ 80 ບໍລິສັດ ແລະ ບໍລິສັດທີ່ສົ່ງເອກະສານລາຍງານແລ້ວ ແຕ່ບໍ່ມາພົວພັນສະໜອງຂໍ້ມູນ ໃຫ້ກົມບັນຊີ ຈໍານວນ 25 ບໍລີສັດ.

-ບໍລິສັດບໍ່ໄດ້ສົ່ງມອບເອກະສານລາຍງານການເງິນ ປະຈໍາປີ ຄັ້ງທີ 2 (ຈໍານວນ 53 ບໍລິສັດ)

-ບໍລິສັດບໍ່ໄດ້ສົ່ງມອບເອກະສານລາຍງານການເງິນ ປະຈໍາປີ ຄັ້ງທີ 1 (ຈໍານວນ 27 ບໍລິສັດ)

-ບໍລິສັດທີ່ສົ່ງເອກະສານລາຍງານແລ້ວ ແຕ່ບໍ່ມາພົວພັນສະໜອງຂໍ້ມູນ ໃຫ້ກົມບັນຊີ ຈໍານວນ 25 ບໍລີສັດ.

ດັ່ງນັ້ນທາງຈຶ່ງແຈ້ງໃຫ້ບັນດາບໍລິສັດທີ່ມີລາຍຊື່ ຕ້ອງສົ່ງເອກະສານລາຍງານການເງິນ ປະຈໍາປີ 2017 ໃຫ້ກົມສ່ວຍສາອາກອນ ແລະ ກົມບັນຊີ ກະຊວງການເງິນ ບໍ່ໃຫ້ກາຍ ວັນທີ 31 ທັນວາ 2018.

ຖ້າກາຍກໍານົດ ກະຊວງການເງິນຈະປະຕິບັດມາດຕະການ ຕາມກົດໝາຍ ແລະ ລະບຽບການດ້ານການບັນຊີ ຕໍ່ ບໍລິສັດ ຢ່າງເຂັ້ມງວດ.

 

Comments