ອຸດົມໄຊ ຈັດງານບຸນກິນຈຽງ ຕິດພັນກັບການສົ່ງເສີມ ປີທ່ອງທ່ຽວ 2018

ບຸນກິນຈຽງຖືເປັນບຸນປະເພນີໜຶ່ງ ທີ່ຈັດຂຶ້ນທຸກໆປີ ເພື່ອສະເຫຼີມສະຫຼອງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ທັງເປັນການສະຫຼອງຜົນສຳເລັດດ້ານຕ່າງໆໃນໜຶ່ງປີເຊັ່ນວ່າ: ການເກັບກ່ຽວຜົນລະປູກ, ການຄ້າ ເຊິ່ງສະແດງໃຫ້ເຫັນເຖິງຄວາມອຸດົມສົມບູນ ທີ່ມີຢູ່ມີກິນ, ນຸ່ງງາມຂອງຊົນເຜົ່າມົ້ງ.

ທ່ານ ວາລີ ຈື້ນໍເຢັ້ງ ປະທານກວດກາພັກ-ລັດ ເມືອງໄຊ ແຂວງອຸດົນໄຊ, ປະທານຈັດງານບຸນກິນຈຽງໄດ້ໃຫ້ຮູ້ຕື່ມອີກວ່າ: ບຸນກິນຈຽງຖືເປັນບຸນປະເພນີຂອງຊົນເຜົ່າມົ້ງທີ່ເຄີຍຈັດຕັ້ງປະຕິບັດມາແຕ່ດົນນານ, ເຊິ່ງປີນີ້ກໍມີຫຼາກຫຼາຍກິດຈະກຳເຊັ່ນ: ໂຍນໝາກຄອນ, ຕີໝາກຂ່າງ, ຍິງໜ້າເກັກ, ງົວຊົນງົວ, ເຕະບານ ແລະ ອີກຫຼາຍກິດຈະກຳ ທີ່ສະແດງໃຫ້ເຫັນເຖິງຄວາມສວຍງາມ ທີ່ເປັນວິຖິຊີວິດ ວັດທະນະທຳ ແລະ ສີສັນຂອງຊົນເຜົ່າມົ້ງ ແຂວງອຸດົມໄຊ.

ອີກໜຶ່ງຈຸດເດັ່ນຂອງບຸນດັ່ງກ່າວ ແມ່ນການແຕ່ງກາຍຂອງບັນດາບ່າວ ສາວ ທີ່ມີຄວາມງົດງາມ ແລະ ເປັນເອກະລັກ ເພາະໃນໄລຍະບຸນນີ້ ບັນດາບ່າວ ສາວເຜົ່າມົ້ງ ໄດ້ພ້ອມກັນນຸ່ງຊຸດປະຈຳຊົນເຜົ່າ ທີ່ສວຍງາມ ໂດຍຊຸດທີ່ນຸ່ງກໍຈະໄດ້ຮັບການປະຍຸກ ແລະ ອອກແບບ ໃຫ້ມີຄວາມທັນສະໄໝຕາມໄລຍະເວລາ, ແຕ່ກໍ່ຍັງຮັກສາຊຸດເກົ່າແກ່ ທີ່ເປັນເອກະລັກຂອງເຜົ່າມົ້ງ ໃນສະໄໝກ່ອນໄວ້ ແລະ ນີ້ຄືສະເໜ່ ຂອງບຸນກິນຈຽງ (ນໍ່ເປ້ເຈົ່າ) ຂອງພີ່ນ້ອງເຜົ່າລາວມົ້ງ.

ງານບຸນກິນຈຽງ (ນໍເປ້ເຈົ່າ) ຂອງເຜົ່າມົ້ງ ເພື່ອສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ຕິດພັນກັບການສົ່ງເສີມປີທ່ອງທ່ຽວລາວ 2018 ຢ່າງຟົດຟື້ນ ເມື່ອທ້າຍອາທິດຜ່ານມານີ້ ໂດຍມີທ່ານ ຄຳພຽງ ຢາຈົງວາ ຮອງເຈົ້າແຂວງ ອຸດົມໄຊ ພ້ອມດ້ວຍອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າພາຍໃນແຂວງກໍຄືແຂວງໃກ້ຄຽງເຂົ້າຮ່ວມ.

ຂໍ້ມູນຈາກ: ຂປລ.

 

Comments