ຜູ້ຕາງໜ້າ ADB ຢ້ຽມຂໍ່ານັບທ່ານຮອງເຈົ້າແຂວງ ອຸດົມໄຊ

ທ່ານ ຢາຊູຊິ ເນກິຊິ ຜູ້ຕາງໜ້າສໍານັກງານ ທະນາຄານ ພັດທະນາອາຊີ (ADB) ພ້ອມດ້ວຍຄະນະ ແລະ ບັນດາສື່ມວນຊົນ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ຄຳພຽງ ຢາຈົ່ງວ່າ ຮອງເຈົ້າແຂວງອຸດົມໄຊ ໃນວັນທີ 13 ທັນວາ 2018 ເພື່ອລາຍງານ ຜົນສໍາເລັດຂອງການຈັດຕັ້ງປະຕິບັດໂຄງການພັດທະນາ ກ່ຽວກັບການທ່ອງທ່ຽວ ແບບຍືນຍົງ ແລະ ຄວາມຄືບໜ້າ ຂອງໂຄງການກໍ່ສ້າງເສັ້ນທາງ ເຂົ້າຫາຖ້ຳຈອມອອງ ຢູ່ແຂວງອຸດົມໄຊໂຄງການກໍ່ສ້າງເສັ້ນທາງດັ່ງກ່າວ, ແມ່ນໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2015 ມີຄວາມຍາວເກືອບ 50 km ຜ່ານ 11 ບ້ານ ມູນຄ່າການກໍ່ສ້າງ 9,5 ລ້ານໂດລາສະຫະລັດ ໂດຍການກູ້ຢືມດອກເບ້ຍຕໍ່າ ຈາກ ADB ແລະ ຄາດວ່າຈະໃຫ້ສຳເລັດໃນປີ 2021.

ໃນໂອກາດດັ່ງກ່າວ, ທ່ານ ຢາຊູຊິ ໄດ້ລາຍງານຕໍ່ທ່ານຮອງເຈົ້າແຂວງວ່າ: ການມາຢ້ຽມຢາມຄັ້ງນີ້, ແມ່ນມາຕິດຕາມຜົນສຳເລັດໃນວຽກງານສົ່ງເສີມການທ່ອງທ່ຽວ ໃນນີ້ພວກເຮົາໄດ້ລົງຢ້ຽມຢາມບ້ານຍໍ້ ເມືອງ ແບ່ງ ແລະ ຖ້ຳຈອມອອງ ຢູ່ບ້ານຈອມອອງ ເມືອງໄຊ.

ໃນໄລຍະຜ່ານມາ ADB ໄດ້ໃຫ້ການສະໜັບສະໜູນລັດຖະບານລາວ ຫຼາຍຂະແໜງການ ເປັນຕົ້ນຂະແໜງການທ່ອງທ່ຽວ, ການສຶກສາ, ສາທາ ແລະ ກະສິກຳ.

ຂໍ້ມູນຈາກ: ຂປລ.

Comments