ໂຮງໝໍມະໂຫສົດ ຈະເປັນໂຮງໝໍ ທີ່ມີອຸປະກອນ ແລະ ເຄື່ອງຈັກທັນສະໄໝທີ່ສຸດ

ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນ ກະຊວງສາທາລະນະສຸກ ກ່າວວ່າ ໂຄງການກໍ່ສ້າງໂຮງໝໍມະໂຫສົດ ຊຶ່ງໄດ້ຮັບການຊ່ວຍເຫຼືອລ້າຈາກ ປະຊາຊົນ ແລະ ລັດຖະບານ ສປ ຈີນ ເປັນໂຄງການໃຫຍ່ ແລະ ສຳຄັນຍິ່ງ.

ພາຍຫຼັງທີ່ມີການ ຈັດພິທີວາງຫິນສີລາລຶກ ໃນປີ 2017 ຜ່ານມາ ປະຊາຊົນໃນທົ່ວປະເທດ ກໍຄືບັນດາອົງການຈັດຕັ້ງສາກົນ, ຕ່າງປະເທດ ກໍຮັບຊາບທົ່ວເຖິງ ແລະ ມີຄວາມຫວັງ, ມີຄວາມດີໃຈທີ່ຈະມີໂຮງໝໍທີ່ທັນສະໄໝເກີດຂຶ້ນ.

ໂຄງການກໍ່ສ້າງໂຮງໝໍມະໂຫສົດເປັນໂຄງການໃຫຍ່ກວ່າໝູ່, ຕຽງຫຼາຍກວ່າໝູ່, ມູນຄ່າລົງ
ທຶນຫຼາຍກວ່າໝູ່, ມາດຕະຖານໃນການກໍ່ສ້າງສູງກວ່າໝູ່ໃນບັນດາໂຄງການຊ່ວຍເຫຼືອສ້າງໂຮງໝໍ ຂອງ ສ.ປ ຈີນ ໃຫ້ແກ່ບັນດາປະເທດຕ່າງໆຜ່ານມາ ແລະ ກໍເປັນໂຄງການທີ່ມີຄວາມໝາຍສໍາຄັນເຊິ່ງ ປະມຸກລັດ ຂອງ ສ.ປ.ປ ລາວ ແລະ ສ.ປ ຈີນ ໄດ້ໃຫ້ກຽດເຂົ້າຮ່ວມເປັນປະທານເປີດພິທີວາງສີລາລຶກໄປແລ້ວໃນວັນທີ່ 14 ພະຈິກ 2017.


ທ່ານ ເສີນເຣີ້ນ ຕາງໜ້າ ກຸ່ມບໍລິສັດ ວິສະວະກໍາ ສາກົນ ຈົງຢວນ ຈໍາກັດ (IPPR) ກ່າວວ່າໂຄງການກໍ່ສ້າງໂຮງໝໍມະໂຫສົດ ແມ່ນຈະມີການມ້າງອາຄານເກົ່າສ່ວນໜຶ່ງເພື່ອກໍ່ສ້າງອາຄານໜຶ່ງມີຕຽງ 600 ຕຽງ ແລະ ທີ່ທັນສະໄໝ ແລະ ມີການຄຸ້ມຄອງເປັນວິທະຍາ. ເນື້ອທີ່ທັງໝົດຂອງໂຄງການແມ່ນ 30.300 ຕາແມັດ, ເນື້ອທີ່ການກໍ່ສ້າງແມ່ນ 54.800 ຕາແມັດ ໃນນັ້ນການກໍ່ສ້າງໃຕ້ດິນປະມານ 10.000 ຕາແມັດ,ອາຄານຕົ້ນຕໍລວມມີ ອາຄານກວດກາສັງລວມ 5 ຊັ້ນ, ອາຄານເຕັກນິກ 4 ຊັ້ນ,ອາຄານນອນຄົນເຈັບ 8 ຊັ້ນ, ອາຄານພະຍາດຊຶມເຊື້ອແຖບຮ້ອນ 4 ຊັ້ນ, ອາຄານຫໍລາຍງານ 1 ຊັ້ນ ແລະ ຫ້ອງໃຕ້ດິນເປັນຕົ້ນ,ທັງໝົດມີຫົກພາກສ່ວນ.


ໃນການອອກແບບການກໍ່ສ້າງ, ກຸ່ມບໍລິສັດ ວິສະວະກໍາ ສາກົນ ຈົງຢວນ ຈໍາກັດ (IPPR) ຈະອອກແບບຕາມຊົງລາວ ແລະ ຫຼຸດຜ່ອນຜົນກະທົບທາງດ້ານສິ່ງແວດລ້ອມໃຫ້ຫຼາຍທີ່ສຸດ, ແຕ່ລະຂັ້ນຕອນຂອງການກໍ່ສ້າງກໍ່ປະຕິບັດຕາມຫຼັກການຮັກສາສິ່ງແວດລ້ອມ,ເປັນສີຂຽວ ແລະ ປະຢັດພະລັງງານ.

ເມື່ອສ້າງສໍາເລັດແລ້ວ ໂຮງໝໍມະໂຫສົດຈະເປັນໂຮງໝໍແຫ່ງໜຶ່ງທີ່ມີອຸປະກອນ ແລະ ເຄື່ອງຈັກທັນສະໄໝທີ່ສຸດ, ມີບົດບາດໃນການປິ່ນປົວ ແລະ ການແພດສົມບູນກວ່າເກົ່າ, ສາມາດຮັບຄົນເຈັບຕະຫຼອດ 24 ຊົ່ວໂມງ.

ທ່ານ ກ່າວອີກວ່າ ໂຄງການດັ່ງກ່າວຈະຊ່ວຍຊຸກຍູ້ສົ່ງເສີນການພັດທະນາເສດຖະກິດ ແລະ ເປັນຂີດຫຼັກໝາຍອັນສໍາຄັນໃນປະຫວັດສາດມິດຕະພາບ ລາວ-ຈີນ, ຜູ້ພັດທະນາຈະຖືໂຄງການນີ້ເປັນໂອກາດເພື່ອເປີດ ແລະ ຄົ້ນຄວ້າວິທີການຮ່ວມມືແບບໃໝ່ທາງດ້ານການແພດລະຫວ່າງສອງປະເທດລາວ-ຈີນ.

ພິທີເປີດໂຄງການກໍ່ສ້າງອາຄານໂຮງໝໍມະໂຫສົດຫຼັງໃໝ່ ມີຂຶ້ນຢ່າງເປັນທາງການ ໃນວັນທີ 14 ທັນວາ 2018 ນີ້ ທີ່ໂຮງໝໍມະໂຫສົດ, ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮວ່ມໃນພິທີ ມີທ່ານ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ, ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນ ກະຊວງສາທາລະນະສຸກ, ທ່ານ ວາງ ຊີຮຸ່ຍ ທີ່ປຶກສາດ້ານເສດຖະກິດ – ການຄ້າສະຖານທູດຈີນປະຈໍາສປປ.ລາວ.

ຂໍ້ມູນຈາກ: ຂປລ.

Comments