ສອງນາຍົກ ເຂົ້າຮ່ວມເປັນສັກຂີພິຍານ ພິທີລົງນາມເອກະສານສັນຍາ ລະຫວ່າງ ສອງລັດຖະບານ

ວັນທີ 14 ທັນວາ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ພົນເອກ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໄດ້ເຂົ້າຮ່ວມເປັນສັກຂີພິຍານ ພິທີລົງນາມ ໃນບັນດາເອກະສານສັນຍາ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ຣາຊະອານາຈັກໄທ.

ເອກະສານທີ່ນຳມາລົງນາມໃນຄັ້ງນີ້, ປະກອບມີ: ຖະແຫຼງການຮ່ວມກອງປະຊຸມຮ່ວມນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການ ຄັ້ງທີ 3, ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມຶືທາງດ້ານກົດໝາຍ ແລະ ຍຸຕິທໍາ, ບົດບັນທຶກການຮ່ວມມື ໃນຂົງເຂດການຄົມມະນາຄົມຂົນສົ່ງ, ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານການສຶກສາທິການ, ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການກໍ່ສ້າງສວນພຶກສາສາດ, ຂອບການຮ່ວມມື ວ່າດ້ວຍການກວດຄົນເຂົ້າ-ອອກເມືອງ ແລະ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຊື້-ຂາຍໄຟຟ້າ ລາວ-ໄທ.

ຂ່າວ-ພາບ: ຂປລ.

Comments