ຂ່າວ ພາຍໃນປະເທດ

ການປະຕິບັດແຜນງົບປະມານຖ້າທຽບໃສ່ໄລຍະດຽວກັນຂອງປີກາຍເພີ່ມຂຶ້ນ

ທ່ານ ນາງ ບົວສະຫວັນ ລຸຍບົວທອງ ຮອງຫົວໜ້າພະແນກການເງິນປະຈຳແຂວງສະຫວັນນະເຂດ ໄດ້ລາຍງານສະພາບການປະຕິບັດແຜນງົບປະມານໃນ 11 ເດືອນຜ່ານມາ ຊຶ່ງທົ່ວແຂວງສາມາດເກັບລາຍຮັບໄດ້ 1.182,7 ຕື້ກວ່າກີບ, ເທົ່າກັບ 76.83% ຂອງແຜນການປິ ຖ້າທຽບໃສ່ໄລຍະດຽວກັນຂອງປີກາຍເພີ່ມຂຶ້ນ 8,90% ແຍກໃຫ້ເຫັນ: ລາຍຮັບພູດສູນກາງປະຕິບັດຢູ່ແຂວງປະຕິບັດໄດ້ 629,1 ຕື້ກີບ, ເທົ່າ ກັບ 78,35% ຂອງແຜນການປີ, ຖ້າທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 1,02% (ໃນນີ້ ລາຍ ຮັບພາສີປະຕິບັດໄດ້ 624,984 ຕື້ກີບ, ເທົ່າກັບ 78,16% ຂອງ ແຜນການປີ), ລາຍຮັບພູດ ທ້ອງຖິ່ນປະຕິບັດໄດ້ 553,613 ຕື້ກີບ, ເທົ່າກັບ 75,17% ຂອງແຜນການປີ ຖ້າທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 19,49%, ໃນນີ້ ລາຍຮັບສວຍສາອາກອນ ປະຕິບັດໄດ້ 530,761 ຕື້ກີບ, ລາຍຮັບຈາກຊັບສິນລັດປະຕິບັດໄດ້ 22,851 ຕື້ກີບ, ເທົ່າກັບ 86,67% ຂອງແຜນການປີ, ໃນນີ້ ມີລາຍຮັບຈາກບັນດາເມືອງ 60,528 ຕື້ກີບ, ເທົ່າກັບ ...

Read More »

ຫາລືສ້າງແຜນພັດທະນາ ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດລາວ

ໃນວັນທີ 26 ທັນວາ 2018, ຢູ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ມີກອງປະຊຸມ ກ່ຽວກັບການສ້າງແຜນພັດທະນາ ສະພາບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດລາວ ພາຍໃຕ້ການເປັນປະທານຂອງ ທ່ານ ຈັນແສງ ພິມມະວົງ ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ. ກອງປະຊຸມຄັ້ງນີ້, ເພື່ອສືບຕໍ່ປຶກສາຫາລື ແລະ ປະກອບຄໍາເຫັນຕໍ່ຮ່າງແຜນພັດທະນາ ສະພາບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດລາວ ໃນການຈັດຕັ້ງຜັນຂະຫຍາຍ ກົດໝາຍວ່າດ້ວຍ ວິທະຍາສາດ ແລະ ເຕັກໂນໂລຊີ ທີ່ສະພາແຫ່ງຊາດ ໄດ້ຮັບຮອງເອົາໃນປີ 2013 ຜ່ານມາ ວ່າດ້ວຍການສ້າງຕັ້ງ ສະພາບັນດິວິທະຍາສາດ ແລະ ເຕັກໂນໂລຊີ. ເພື່ອໃຫ້ວຽກງານດັ່ງກ່າວ, ໄດ້ມີການຄຸ້ມຄອງ ແລະ ສົ່ງເສີມການຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີ ຂອງປະເທດ ເພື່ອກ້າວເຂົ້າສູ່ການພັດທະນາເສດຖະກິດ-ສັງຄົມ ໃນຍຸກອຸດສາຫະກຳຄັ້ງທີ່ 4 ຫຼື ເອີ້ນວ່າ ຍຸກ 4.0.   ຮູບປະກອບຈາກອິນເຕີເນັດ. ...

Read More »

ເມືອງຫ້ວຍຊາຍ ປະກາດບ້ານສາມັກຄີປອງດອງ

 ພິທີປະກາດບ້ານ ປາກງາວ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເປັນບ້ານສາມັກຄີປອງດອງເປັນບ້ານທີ 4 ຂອງເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມຂອງທ່ານ ສິງທອງ ວິໄລສຸກ ກໍາມະການພັກແຂວງ,ຮອງປະທານແນວລາວສ້າງຊາດແຂວງບໍ່ແກ້ວ ພ້ອມດ້ວຍຄະນະນໍາຂອງແຂວງ ແລະ ເມືອງ,ຄະນະພັກຮາກຖານ,ອໍານາດການປົກຄອງບ້ານ ເຂົ້າຮ່ວມ. (ຄຣິບຂ່າວ) ປະກາດບ້ານ ປາກງາວ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເປັນບ້ານສາມັກຄີປອງດອງ ພາບ ຂ່າວ: ບຸນຈັນ ນັກຂ່າວເມືອງຫ້ວຍຊາຍ27/12/2018 Posted by ໂທລະພາບແຂວງບໍ່ແກ້ວ ຂ່າວ on Wednesday, December 26, 2018   ຂອບໃຈຂໍ້ມູນຈາກ: ໂທລະພາບແຂວງບໍ່ແກ້ວ.

Read More »

ກຸ່ມພັດທະນາເດັກໃນຊຸມຊົນແຂວງ ອຸດົມໄຊ ແລະ ຜົ້ງສາລີ ໄດ້ຮັບການເຝິກອົບຮົມ.

ກຸ່ມພັດທະນາເດັກໃນຊຸມຊົນ ຫຼື CCDG  2 ແຂວງຄື: ແຂວງອຸດົມໄຊ ແລະ ແຂວງຜົ້ງສາລີ, ໄດ້ຮັບການເຝິກອົບຮົມກ່ຽວກັບການຈັດກິດຈະກຳການຮຽນ-ການສອນ, ການຈັດສະພາບແວດລ້ອມ ແລະ ການສອນ ແບບເອົາເດັກເປັນໃຈກາງ. ກອງປະຊຸມໄດ້ຈັດຂື້ນຢູ່ທີ່ສະໂມສອນ ພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ, ເຊິ່ງແບ່ງອອກເປັນ 2 ຊຸດ; ຊຸດທີ 1 ໄດ້ຈັດຂື້ນລະຫວ່າງວັນທີ 14-18 ທັນວາ 2018 ມີຜູ້ເຂົ້າຮ່ວມ 72 ຄົນ, ຍິງ 64 ຄົນ; ສ່ວນຊຸດທີ 2 ຈັດຂື້ນໃນວັນທີ 19-23 ທັນວາ 2018 ນີ້ໄດ້ສຳເລັດ ແລະ ປິດລົງ ສຳລັບເມືອງເປົ້າໝາຍແຂວງ ອຸດົມໄຊ ເຂົ້າຮ່ວມມີ 3 ເມືອງຄື ເມືອງຫຼາ, ນາໝໍ້ ແລະ ເມືອງແບງ, ສຳລັບເມືອງເປົ້າໝາຍແຂວງ ຜົ້ງສາລີ ເຂົ້າຮ່ວມມີເມືອງຂວາ, ເຊິ່ງມີຜູ້ດູແລເດັກຈາກການຄັດເລືອກ ຂອງຄະນະພັດທະນາ ການສຶກສາຂັ້ນບ້ານເຂົ້າຮ່ວມລວມຈຳນວນທັງໝົດ 105 ຄົນ, ຍິງ 93 ...

Read More »

ຢາກເຂົ້າຮ່ວມເຝີກອົບຮົມ ພັດທະນາທັກສະການເປັນຜູ້ນຳ ອ່ານດ່ວນ.

ທ່ານຮູ້ບໍ່ວ່າການເປັນຜູ້ນຳທີ່ດີຕ້ອງເຮັດແນວໃດ? ໂອກາດດີໆມາແລ້ວໃນການເຂົ້າມາຮ່ວມເຝິກອົບຮົມ ແລະ ຮັບຟັງການເປັນຜູ້ນຳກັບອະດີດຜູ້ເຂົ້າຮ່ວມໂຄງການແລກປ່ຽນ YSEALI ພາຍໃຕ້ຫົວຂໍ້ “ການເປັນຜູ້ນຳທີ່ດີ”. ສຳລັບຜູ້ທີ່ມີອາຍຸແຕ່ 18-35 ປີ ທີ່ຢາກພັດທະນາທັກສະການເປັນຜູ້ນຳ ແລະຮຽນຮູ້ການສ້າງຄວາມສຳພັນກັບຜູ້ຄົນໃນກຸ່ມ ຫຼື ສັງຄົມທີ່ຢູ່ຮ່ວມກັນ. ລາຍລະອຽດ http://bit.ly/YSEALI-Leadership-Workshop ສາມາດລົງທະບຽນທີ່ https://bit.ly/2Aap9ks ປລ. ດ່ວນມີຈຳນວນບ່ອນນັ່ງຈຳກັດ ແລະ ໝົດເຂດຮັບສະໝັກວັນທີ 10 ມັງກອນ 2019 ເພາະພວກເຮົາເຊື່ອວ່າທ່ານກໍ່ສາມາດເປັນຜູ້ນຳທີ່ດີໄດ້. ສະນັ້ນ, ເຂົ້າມາຮ່ວມກັນຄົ້ນຫາການເປັນຜູ້ນຳທີ່ດີໃນຕົວເອງນຳກັນ! ສອບຖາມເພີ່ມເຕີມ : +8562077627272 ສົມສຸກ ວ່າງຊື່ຊ້າ (ອັງເປົາ) Do you know how to be a good leader? Application is now opened for “YSEALI leadership workshop” where you can hear from our outstanding YSEALI alumni ...

Read More »

ກະຊວງການຕ່າງປະເທດ ຈັດປາຖະກະຖາ ລະນຶກວັນສຳຄັນຕ່າງໆຂອງຊາດ.

ຕອນເຊົ້າຂອງ ວັນທີ 26 ທັນວາ 2018, ກະຊວງການຕ່າງປະເທດ ໄດ້ຈັດພິທີ ປາຖະກະຖາ ລະນຶກວັນສຳຄັນຕ່າງໆຂອງຊາດ ຄື: ວັນສ້າງຕັ້ງເມືອງວຽງໄຊ-ຖານທີ່ໝັ້ນຂອງການປະຕິວັດລາວ ຄົບຮອບ 50 ປີ(30/11/1968–30/11/2018), ວັນສະຖາປະນາ ສປປ ລາວ ຄົບຮອບ 43 ປີ (2/12/1975-2/12/2018) ແລະ ວັນຄ້າຍວັນເກີດ ຂອງປະທານ ໄກສອນ ພົມວິຫານ ຄົບຮອບ 98 ປີ (13/12/1920-13/12/ 2018), ໂດຍການເປັນປະທານ ຂອງທ່ານ ສົມສະຫວາດ ເລັ່ງສະຫວັດ, ອະດີດ ຮອງນາຍົກລັດຖະມົນຕີ, ມີຄະນະພັກ-ຄະນະນຳ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ແລະ ພະນັກ ງານ-ລັດຖະກອນ ອ້ອມຂ້າງກະຊວງການຕ່າງປະເທດ ເຂົ້າຮ່ວມ. ໃນໂອກາດດັ່ງກ່າວ, ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ເລົ່າປະຫວັດມູນເຊື້ອເມືອງວຽງໄຊ- ຖານທີ່ໝັ້ນຂອງການປະຕິວັດລາວ ໂດຍຍົກໃຫ້ເຫັນວ່າ: ເມືອງວຽງໄຊ ແມ່ນບ່ອນກໍາເນີດອົງການແນວລາວຮັກຊາດ ແລະ ເປັນໃຈກາງແຫ່ງການເຕົ້າໂຮມຄວາມສາມັກຄີ ທົ່ວປວງຊົນລາວທັງຊາດ ເພື່ອສ້າງກໍາແຮງສັງລວມ ຕີເອົາຊະນະສັດຕູຢ່າງເຂັ້ມແຂງ, ທັງເປັນບ່ອນກໍ່ສ້າງ ...

Read More »

ທ່ານບຸນຖອງ ດີວິໄຊ ຕ້ອນຮັບຄະນະຜູ້ແທນສັນຕິພາບຫວຽດນາມ

ຄະນະຜູ້ແທນຄະນະສັນຕິພາບ ຫວຽດນາມ ນຳໂດຍ ສະຫາຍ ຟາມ ວັນເຈືອງ, ອະດີດຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ຮອງປະທານ ຄະນະສັນຕິພາບ ຫວຽດນາມ ໄດ້ເຂົ້າຢ້ຽມຢາມທ່ານ ບຸນຖອງ ດີວິໄຊ ເລຂາພັກແຂວງ,ເຈົ້າແຂວງໆຈໍາປາສັກ ໃນວັນທີ 26 ທັນວາ 2018 ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງ ວັນທີ 24-28 ທັນວາ 2018.   ຂອບໃຈພາບຈາກ: ເຟສບຸກທ່ານ ສົມສະໜຸກ ມີໄຊ.

Read More »

ນາຍົກ ເນັ້ນພັກ-ລັດ ຖືເອົາປະຊາຊົນເປັນກົກ-ເອົາຊົນນະບົດເປັນເປົ້າໝາຍ ໃນການລຶບລ້າງຄວາມທຸກຍາກ.

15 ປີຜ່ານມາ ກອງທຶນລຶບລ້າງຄວາມທຸກຍາກ (ທລຍ) ໄດ້ມີຜົນສໍາເລັດຫຼາຍດ້ານໃນການຈັດຕັ້ງປະຕິບັດວຽກງານແກ້ໄຂຄວາມທຸກຍາກໃຫ້ປະຊາຊົນ ຢູ່ໃນເຂດຊົນນະບົດຫ່າງໄກສອກຫຼີກ ຂອງ 43 ເມືອງທຸກຍາກ ໃນ 10 ແຂວງ ຂອງ ສປປ ລາວ ເຊິ່ງຜູ້ໄດ້ຮັບຜົນປະໂຫຍດກວມເອົາ 1,2 ລ້ານກວ່າຄົນ ມີຊີວິການເປັນຢູ່ທີ່ດີຂຶ້ນ. ໃນວັນທີ 26 ທັນວາ 2018 ທີ່ສຳນັກງານຍາຍົກລັດຖະມົນຕີ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ໃນນາມເຄີຍເປັນຜູ້ຊີ້ນຳ ກອງທຶນລຶບລ້າງຄວາມທຸກຍາກ ແຕ່ປີ 2003-2006 ໄດ້ໃຫ້ສຳພາດຕໍ່ສື່ມວນຊົນລາວ ໃນໂອກາດວັນສ້າງຕັ້ງກອງທຶນລຶບລ້າງຄວາມທຸກຍາກ, ຄົບຮອບ 15 ປີ ວ່າ: ພັກ ແລະ ລັດຖະບານ ໄດ້ຖືເອົາປະຊາຊົນເປັນກົກ-ເອົາຊົນນະບົດເປັນເປົ້າໝາຍ ໃນການພັດທະນາປະເທດ ແລະ ທຸກສິ່ງທຸກຢ່າງຕ້ອງເຮັດໃຫ້ປະຊາຊົນ ຄ່ອຍໆຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ພະຍາຍາມເອົາປະເທດເຮົາຄ່ອຍໆ ກ້າວຂຶ້ນໃຫ້ເປັນປະເທດທີ່ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ. ທ່ານ ນາຍົກໄດ້ເນັ້ນຕື່ມວ່າ: ກອງ​ທຶນ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ ໄດ້ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆມາ, ເຊິ່ງ​ລັດ​ຖະ​ບານ​ ໄດ້ລົງທຶນຢ່າງມະຫານສານ ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ ເປັນ​ຕົ້​ນ​ ...

Read More »

ສະມາຄົມຈີນ ນະຄອນຫຼວງວຽງຈັນ ຄັດເລືອກເອົາຄະນະບໍລິຫານງານ ຊຸດ ທີ 21

ໃນວັນທີ 24 ທັນວາ 2018 ຜ່ານມາ ທີ່ຫ້ອງການສະມາຄົມຈີນ ນະຄອນຫຼວງວຽງຈັນ, ໄດ້ຈັດກອງປະຊຸມແຈ້ງຜົນ ຂອງການປ່ອນບັດຄັດເລືອກເອົາຄະນະບໍລິຫານງານ ຊຸດທີ 21 ຂອງສະມາຄົມຈີນນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງ ທ່ານ ບຸນທ່ຽງ ຂຸນສີ ປະທານແນວລາວສ້າງຊາດ ນະຄອນຫຼວງວຽງຈັນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ຂໍ້ມູນຈາກ: ຂປລ.

Read More »

ລັດຖະບານ ຕ້ອງການງົບ 1.200 ຕື້ກີບ ເພື່ອສ້ອມແປງທາງທົ່ວປະເທດ

ປີ 2019, ກົມຂົວທາງ ກະຊວງໂຍທາ​ທິການ ​ແລະ ຂົນ​ສົ່ງ ຕ້ອງການ​ງົບປະມານສ້ອມແປງທາງ​ຫຼາຍ​ກວ່າ 1.200 ຕື້ກີບ ​ໃສ່ຈໍານວນ 20 ໂຄງການ ແລະ 148 ສັນຍາ, ໃນນີ້, ຈະມີການສ້ອມແປງ ແລະ ຟື້ນຟູເສັ້ນທາງ, ຍົກລະດັບເສັ້ນທາງ, ກໍ່ສ້າງຮ່ອງລະບາຍນໍ້າ, ຕິດຕັ້ງຫຼັກປ້ອງກັນຄວາມສ່ຽງການເກີດອຸບັດຕິເຫດ ແລະ ອື່ນໆ. ສະເພາະ​ປີ 2018 ນີ້, ໄດ້ສ້ອມ​ແປງ​ທາງ​ຫຼວງ​ແຫ່ງ​ຊາດ ​ທັງ​ໝົດ 25 ​ໂຄງການໃນ​ມູນ​ຄ່າ 596 ຕື້ກວ່າ​ກີບ ແລະ 41 ສັນຍາ. ຮອງ​ຫົວໜ້າ​ກົມ​ຂົວ​ທາງ ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ໃຫ້​ຮູ້​ວ່າ: ພາຍຫຼັງ​ມອບ​ໝາຍ​ໃຫ້​ຂະ​ແໜງ​ການ​ກ່ຽວຂ້ອງ​ແຕ່ລະ​ທ້ອງ​ຖິ່ນ ​ລົງ​ສຳ​ຫຼວດ​ກວດກາ​ສະພາບ​ເສັ້ນທາງ​ຫຼວງ​ແຫ່ງ​ຊາດ​ທີ່​ເປ່​ເພ ​ເພື່ອ​ກະກຽມ​ຂຶ້ນ​ແຜນ​ສ້ອມ​ແປງ​ໃນ​ປີ 2019 ນີ້, ໂດຍ​ມີ​ທັງ​ໝົດ 20 ​ໂຄງການ ແລະ 148 ສັນຍາ ​ເຊິ່ງມີຄວາມຕ້ອງການ​ງົບປະມານ​ໃນການກໍ່ສ້າງ ຫຼື ສ້ອມແປງງຫຼາຍ​ກວ່າ 1.200 ຕື້ກີບ ​ໃນ​ນີ້​, ບູລິ​ມະ​ສິດ​ປະ​ເພດ​ໜຶ່ງການ​ສ້ອມ​ແປງ ​ແລະ ...

Read More »