ຂ່າວ ພາຍໃນປະເທດ

ນາງ ແສງເດືອນ ໂຊກດີ ໄດ້ຮັບລາງວັນ ຄໍາ 25 ບາດ

ອີງຕາມການລາຍງານຂອງທະນາຄານ ຊາຄອມແບັງ ລາວ ສາຂາປາກເຊ ໃຫ້ຮູ້ວ່າ: ທະນາຄານ ຊາຄອມແບັງ ລາວ ໄດ້ມີກິດຈະກໍາສົ່ງເສີມລູກຄ້າ ທົ່ວລະບົບທະນາຄານດັ່ງກ່າວ ທີ່ຝາກເງິນປະຢັດມີກໍານົດ ແຕ່ 6 ເດືອນ ແລະ 12 ເດືອນ ຂຶ້ນໄປ ໃນຈໍານວນເງິນແຕ່ 1 ລ້ານກີບ ຫຼື 100 ໂດລາສະຫະລັດ ຫຼື 5 ພັນບາດ ພາຍໃຕ້ຫົວຂໍ້ “ ວັນເກີດມ່ວນຊື່ນ – ແຈກພັນລາງວັນ ” ເພື່ອສະເຫຼີມສະຫຼອງ ຄົບຮອບ 10 ປີ ກັບທະນາຄານ ຊາຄອມແບັງ ລາວ ເຊິ່ງເລີ່ມຈັດຕັ້ງປະຕິບັດແຕ່ຕົ້ນເດືອນເມສາ 2018 ທີ່ຜ່ານມາ ເຖິງຕົ້ນເດືອນພະຈິກ 2018 ຈິ່ງໄດ້ຢຸດຕິກິດຈະກໍາ. ຜ່ານການຈັດຕັ້ງປະຕິບັດກິດຈະກໍາ ຜູ້ໂຊກດີໄດ້ຮັບລາງວັນພິເສດ ແມ່ນ ນາງ ແສງເດືອນ ແກ້ວກຸນນະວົງ ອາຍຸ 31 ປີ ຢູ່ບ້ານຄໍາແປງ ເມືອງຊະນະສົມບູນ ແຂວງຈໍາປາສັກ ເຊິ່ງພິທີມອບລາງວັນພິເສດດັ່ງກ່າວ ຈັດຂຶ້ນໃນວັນທີ ...

Read More »

ທ່ານ ຈູມມາລີ ໄຊຍະສອນ ພົບປະໂອ້ລົມການນໍາ 4 ແຂວງພາກໃຕ້

ທ່ານ ຈູມມາລີ ໄຊຍະສອນ  ອະດີດປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະໂອ້ລົມການນໍາ 4 ແຂວງພາກໃຕ້ ຄື: ຈໍາປາສັກ, ສາລະວັນ, ອັດຕະປື ແລະ ເຊກອງ. ການພົບປະໂອ້ລົມຄັ້ງນີ້ ຈັດຂຶ້ນຢູ່ຫ້ອງວ່າການແຂວງຈໍາປາສັກ, ເຂົ້າຮ່ວມຮັບຟັງການໂອ້ລົມມີທ່ານ ປອ.ບຸນຖອງ ດີວິໄຊ ເລຂາພັກແຂວງ ເຈົ້າແຂວງໆຈໍາປາສັກ, ທ່ານ ປອ. ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ບັນດາທ່ານເລຂາ-ຮອງເລຂາພັກແຂວງ ຈໍາປາສັກ, ສາລະວັນ, ອັດຕະປື, ເຊກອງ ພ້ອມດ້ວຍການນໍາພະແນກການກົມກອງທີ່ກ່ຽວຂ້ອງອ້ອມຂ້າງແຂວງ, ການນໍາ 9 ເມືອງ ແລະ 1 ນະຄອນ ເຂົ້າຮ່ວມ. ທ່ານ ຈູມມາລີ ໄຊຍະສອນ ໄດ້ຮັບຟັງການລາຍງານສະພາບລວມທົ່ວໄປຂອງແຂວງຈໍາປາສັກ, ການພັດທະນາເສດຖະກິດ-ສັງຄົມ, ວຽກງານພັດທະນາຊົນນະບົດ ແລະ ວຽກງານພັກ-ພະນັກງານ ໂດຍຫຍໍ້ ເຊິ່ງລາຍງານໂດຍທ່ານ ປອ. ບຸນຖອງ ດີວິໄຊ ເລຂາພັກແຂວງ ເຈົ້າແຂວງໆຈໍາປາສັກ ຊຶ່ງໃນ 9 ...

Read More »

ຍີ່ປຸ່ນສະໜັບສະໜູນ 2,4 ຕື້ກວ່າກີບ ສ້າງລາຍຮັບໃຫ້ຄົນພິການໃນ ສປປ ລາວ

ໃນວັນທີ 25 ທັນວາ 2018, ທີ່ສະຖານທູດຍີ່ປຸ່ນ ປະຈຳ ສປປ ລາວ ໄດ້ມີພິທີເຊັນສັນຍາຊ່ວຍເຫຼືອລ້າ ໂຄງການສົ່ງເສີມການມີສ່ວນຮ່ວມຂອງສັງຄົມ ແລະ ກິດຈະກຳສ້າງລາຍຮັບ ສຳລັບຄົນພິການ ໂດຍສະເພາະແມ່ນແມ່ຍິງພິການ ຢູ່ ສປປ ລາວ ປີທຳອິດ.   ພິທີລົງນາມຈັດຂຶ້ນລະຫວ່າງ ທ່ານ ທາເຄຊິ ຮິຄິຮາຣະ ເອກອັກຄະຣາຊະທູດ ປະຈຳ ສປປ ລາວ ແລະ ທ່ານ ນາງ ຄາຊຸມິ ຄຸໂບຕະ ຕາງໜ້າຈາກສະມາຄົມເພື່ອຊ່ວຍເຫຼືອ ແລະ ບັນເທົາທຸກແຫ່ງປະເທດຍີ່ປຸ່ນ,ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມເປັນສັກຂີພິຍານ.   ໂຄງການດັ່ງກ່າວ, ເປັນການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ຈຳນວນ 292.195 ໂດລາສະຫະລັດ ຫຼື 2,4 ຕື້ກວ່າກີບ ເພື່ອສະໜັບສະໜູນການສ້າງລາຍຮັບໃຫ້ຜູ້ພິການໃນ ສປປ ລາວ, ເຊິ່ງໄລຍະໂຄງການແມ່ນ 2 ປີ ແລະ ການເຊັນສັນຍາຄັ້ງນີ້ ແມ່ນການສະໜັບສະໜູນທຶນປີທຳອິດ. ໂຄງການນີ້,ໄດ້ເສີມຂະຫຍາຍຄວາມເຂົ້າໃຈ ກ່ຽວກັບຄວາມພິການໃຫ້ຊຸມຊົນ ຜ່ານການຈັດກິດຈະກໍາເສີມສ້າງຄວາມຮູ້ໃຫ້ປະຊາຊົນ ເພື່ອສ້າງໂອກາດໃຫ້ຜູ້ພິການ ໄດ້ຮ່ວມມືກັນສ້າງສະພາບແວດລ້ອມ ທີ່ທຸກຄົນເຂົ້າຮ່ວມໄດ້ ...

Read More »

ນາຍົກລັດຖະມົນຕີ ອອກຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະກຳມະການຄວບຄຸມການແຂ່ງຂັນທຸລະກິດ

ຄະນະກຳມະການຄວບຄຸມການແຂ່ງຂັນທາງທຸລະກິດ ຫຼື ຄຂທ ແມ່ນໄດ້ຮັບການແຕ່ງຕັ້ງໂດຍ ທ່ານນາຍົກລັດຖະມົນຕີ ຕາມຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະກຳມະການຄວບຄຸມການແຂ່ງຂັນທາງທຸລະກິດ ສະບັບເລກທີ 67/ນຍ, ລົງວັນທີ 04 ຕຸລາ 2018. ຄຂທ ເປັນອົງການຄຸ້ມຄອງການຈັດຕັ້ງປະຕິບັດກົດໝາຍແຂ່ງຂັນທາງທຸລະກິດຂອງ ສປປລາວ ເພື່ອຮັບປະກັນການຈັດຕັ້ງປະຕິບັດ ແລະ ບັງຄັບໃຊ້ ກົດໝາຍວ່າດ້ວຍການແຂ່ງຂັນທາງທຸລະກິດ ໃຫ້ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ນາຍົກລັດຖະມົນຕີຕົກລົງແຕ່ງຕັ້ງ ຄຂທ ໂດຍແຕ່ງຕັ້ງໃຫ້ ທ່ານ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ເປັນປະທານ ຄຂທ ແລະ ແຕ່ງຕັ້ງໃຫ້ ທ່ານ ຫົວໜ້າກົມຄຸມຄອງ, ພັດທະນາວິສາຫະກິດ ແລະ ປະກັນໄພ, ກະຊວງການເງິນ, ທ່ານ ຫົວໜ້າກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ ເປັນຮອງປະທານ ຄຂທ. ຄຂທ ປະຕິບັດສິດ ແລະ ໜ້າທີ່ຕາມທີ່ໄດ້ກຳນົດໄວ້ ໃນມາດຕາ 50 ຂອງກົດໝາຍວ່າດ້ວຍການແຂ່ງຂັນທາງທຸລະກິດ ສະບັບເລກທີ 60/ສພຊ, ລົງວັນທີ 14 ກໍລະກົດ 2015 ...

Read More »

ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງ ສປນວ ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ I (ສປນວ) ໄດ້ໄຂຂຶ້ນທີ່ສໍານັກງານຫ້ອງວ່າການປົກຄອງ ນະຄອນຫຼວງວຽງຈັນ (ນວ) ໂດຍການເປັນປະທານຂອງ ທ່ານ ອານຸພາບ ຕຸນາລົມ ປະທານ ສປນວ ເປັນກຽດເຂົ້າຮ່ວມມີ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະນໍາພັກ-ລັດ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 1 ນວ ສະມາຊິກ ສປນວ ບັນດາຄະນະນໍາ ນວ ເມືອງ ພະແນກການອ້ອມຂ້າງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ຈະດໍາເນີນເປັນເວລາ 4 ວັນ ເພື່ອຄົ້ນຄວ້າ ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນພື້ນຖານ ຂອງ ນວ ຄື: ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານປະຈໍາປີ 2018 ແລະ ທິດທາງແຜນການ ປະຈໍາປີ 2019 ຂອງ ນວ, ບົດລາຍງານຂອງອົງການກວດສອບແຫ່ງລັດປະຈໍາພາກກາງ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນ ໄຫວວຽກງານ ປະຈໍາປີ 2018 ...

Read More »

ທ່ານ ທອງລຸນ ສີສຸລິດ ສົ່ງສານສະແດງຄວາມເຫັນໃຈ ອິນໂດເນເຊຍ

ໃນວັນທີ 24 ທັນວາ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເຫັນໃຈ ເຖິງ ທ່ານ ໂຈໂກ ວີໂດໂດ ປະທານາທິບໍດີ ແຫ່ງ ສາທາ ລະນະລັດ ອິນໂດເນເຊຍ ຕໍ່ເຫດການໄພພິບັດຄື້ນຊຶນາມິ ຢູ່ພາກໃຕ້ຂອງເກາະ ສຸມາຕຣາ ແລະ ພາກຕາເວັນຕົກເກາະຈາວາ, ອິນໂດເນເຊຍ ໃນວັນທີ 22 ທັນວາ 2018 ທີ່ຜ່ານມາ. ເນື້ອໃນສານລະບຸວ່າ: ຂ້າພະເຈົ້າໄດ້ຮັບຂ່າວດ້ວຍຄວາມເສົ້າເສຍໃຈ ຕໍ່ເຫດການ ໄພພິບັດຄື້ນ ຊຶນາມິ ຢູ່ພາກໃຕ້ຂອງເກາະ ສຸມາຕຣາ ແລະ ພາກຕາເວັນຕົກເກາະຈາວາ, ອິນໂດເນເຊຍ ໃນວັນທີ 22 ທັນວາ 2018 ທີ່ຜ່ານມາ, ເຊິ່ງໄດ້ສ້າງຄວາມເສຍຫາຍທາງດ້ານຊີວິດ ແລະ ຊັບສິນ ຈຳນວນຫລວງຫລາຍແກ່ປະຊາຊົນ ອິນໂດເນເຊຍ ທີ່ດຳລົງຊີວິດຢູ່ໃນເຂດດັ່ງກ່າວ. ໃນນາມຕາມໜ້າລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ...

Read More »

ມີທຶນໃຫ້ ຄູ-ອາຈານ ໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ ອ່ານດ່ວນ….

ສະຖານທູດຍີ່ປຸ່ນປະຈໍາ ສປປ ລາວຂໍປະກາດວ່າທຶນການສຶກສາ “Teacher Training Students”, ເຊິ່ງເປີດຮັບສະໝັກສະເພາະຄູ-ອາຈານໃນບັນດາສະຖາບັນການສຶກສາໃນລະດັບສາມັນສຶກສາ ແລະ ບັນດາອາຈານໃນວິທະຍາໄລຄູ (ບໍ່ລວມມະຫາວິທະຍາໄລ) ເພື່ອໄປສຶກສາຢູ່ທີ່ປະເທດຍີ່ປຸ່ນເປັນເວລາ 1 ປີ ແລະ 6 ເດືອນ. ລາຍລະອຽດສາມາດຕິດຕໍ່ສອບຖາມໄດ້ທີ່: 020-2855-3533 (ທ່ານ ບົວເພັດ), ກົມສ້າງຄູ ແລະ 020-5811-5533 (ນາງ ສິດພະໄຊ) ກົມສາມັນສຶກສາ, ກະຊວງສຶກສາທິການ ແລະ ກິລາ. ສາມາດເບິ່ງລາຍລະອຽດຕາມລີ້ງດ້ານລຸ່ມນີ້ໄດ້: ໜ້າຫຼັກເວັບໄຊ້ຂອງ MEXT: https://www.studyjapan.go.jp/jp/smap_stopj-applications.html ແບບຟອມທີ່ກ່ຽວຂ້ອງຕ່າງໆ: https://www.studyjapan.go.jp/…/smap_stopj-applications_teac… Embassy of Japan would like to announce that the Scholarship for “Teacher Training Students”, which is for teachers at primary and secondary educational institutes, and ...

Read More »

ຫ້ອງວ່າການສູນກາງພັກ ແຈ້ງການດ່ວນທີ່ສຸດ

ຫົວໜ້າຫ້ອງວ່າການສູນກາງພັກ ແຈ້ງການດ່ວນທີ່ສຸດ ເຖິງເລຂາຄະນະພັກ ນະຄອນຫຼວງວຽງຈັນ ບັນດາ ເລຂາຄະນະພັກແຂວງ ເລື່ອງ:ການຈັດຕັ້ງເຂົ້າຮ່ວມຂະບວນການ ສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ. ເນື້ອໃນສໍາຄັນໃນແຈ້ງການດ່ວນທີ່ສຸດແມ່ນ: ຖ້າແຂວງໃດ ຫຼື ການຈັດຕັ້ງຂັ້ນໃດ ໄດ້ມີການລະດົມການປະກອບສ່ວນຈາກສັງຄົມ ແມ່ນໃຫ້ແຈ້ງໂຈະການປະຕິບັດ,ສ່ວນເງິນທີ່ລະດົມໄດ້ແລ້ວ ກໍໃຫ້ສົ່ງເງິນຄືນເຂົາເຈົ້າ. ຂໍ້ມູນຈາກ: Support Prime Minister Thongloun Sisoulith

Read More »

ອັດຕະປື ຈັດງານປີທ່ອງທ່ຽວ ຕິດພັນງານນະມັດສະການເຈົ້າໄຊເສດຖາ

ໃນຕອນແລງ ຂອງວັນທີ 24 ທັນວາ 2018 ແຂວງອັດຕະປື ໄດ້ຈັດງານປີທ່ອງທ່ຽວລາວ 2018 ໃນບຸນນະມັດສະການພະເຈົ້າໄຊຍະເສດຖາທິຣາດ ຂຶ້ນທີ່ວັດທ່າພະໄຊ, ເມືອງໄຊເສດຖາ; ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ປະທານຄະນະຊີ້ນໍາລະດັບຊາດ ຈັດງານປີທ່ອງທ່ຽວລາວ; ມີທ່ານ ຈູມມາລີ ໄຊຍະສອນ, ອະດີດປະທານປະເທດ ແລະ ພັນລະຍາ, ທ່ານ ເລັດ ໄຊຍະພອນ, ເຈົ້າແຂວງໆອັດຕະປື ພ້ອມດ້ວຍຜູ້ຕາງໜ້າ ຈາກບັນດາແຂວງໃກ້ຄຽງ, ກົງສູນໃຫຍ່ ແຫ່ງຣາຊະອານາຈັກກຳປູເຈຍ ປະຈໍາແຂວງຈຳປາສັກ, ກົງສູນໃຫຍ່ ແຫ່ງ ລາຊະອານາຈັກໄທ ປະຈຳສະຫວັນນະເຂດ ຕະຫຼອດຮອດ ສື່ມວນຊົນ ແລະ ປະຊາຊົນຊາວແຂວງອັດຕະປື ເຂົ້າຮ່ວມຢ່າງຫຼວງຫຼາຍ. ກ່ອນເລີ່ມພິທີຢ່າງເປັນທາງການ,ຜູ້ເຂົ້າຮ່ວມໄດ້ຮັບຊົມການສະແດງສິນລະປະວັນນະຄະດີ ທີ່ສ່ອງແສງໃຫ້ເຫັນເຖິງວັດທະນະທຳ, ຮີດຄອງປະເພນີ, ວິຖີດໍາລົງລົງຊີວິດ, ຄວາມສາມັກຄີຮັກແພງ, ຄວາມອຸດົມຮັ່ງມີ ແລະ ອື່ນໆ ຂອງປະຊາຊົນບັນດາເຜົ່າ ແລະ ທ້ອງຖິ່ນແຂວງອັດຕະປື. ຫຼັງຈາກນັ້ນ, ທ່ານ ອຸ່ນຫຼ້າ ໄຊຍະສິດ, ຮອງເຈົ້າແຂວງໆອັດຕະປື, ປະທານຈັດງານປີທ່ອງທ່ຽວລາວ 2018 ...

Read More »

ສະມາຄົມນັກທຸລະກິດແມ່ຍິງລາວ ຈັດພິທີສະຫຼຸບຜົນງານປະຈຳປີ 2018

ວັນທີ 22 ທັນວາ 2019 ໄດ້ມີພິທີສະຫຼຸບຜົນງານສະມາຄົມນັກທຸລະກິດແມ່ຍິງລາວປະຈໍາປີ 2018 ແລະ ວາງທິດທາງແຜນການປະຈໍາປີ 2019 , ພ້ອມນີ້ກໍມີການຈັດພິທີຮັບສະມາຊິກໃຫມ່ ແລະ ອວຍພອນປີໃຫມ່ສາກົນ, ນໍາພາໂດຍ ທ່ານປະທານສະມາຄົມນັກທຸລະກິດຍິງ ທ່ານ ນາງ ຈັນທະຈອນ ວົງໄຊ ພ້ອມດ້ວຍຄະນະບໍລິຫານທັງ 9 ທ່ານ ແລະ ສະມາຊິກ.   

Read More »