ເງື່ອນໄຂ ຂອງທຸລະກິດທີ່ຈະໄດ້ນະໂຍບາຍສົ່ງເສີມການລົງທຶນດ້ານພາສີ ແລະ ອາກອນ.

ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ ໄດ້ອອກບົດແນະນຳ ວ່າດ້ວຍ ການໃຫ້ນະໂຍບາຍສົ່ງເສີມການລົງທຶນດ້ານພາສີ ແລະ ອາກອນມູນຄ່າເພີ່ມ ສຳລັບແຜນນຳເຂົ້າຂອງວິສາຫະກິດ ເລກທີ 01/ຄລທ.ສ, ລົງວັນທີ 02 ມັງກອນ 2019 ເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກ ທີ່ພົວພັນກັບຕົວຊີ້ວັດຄວາມສະດວກຂອງການດໍາເນີນທຸລະກິດ ຢູ່ ສປປ ລາວ ແລະ ເຮັດໃຫ້ການຈັດຕັ້ງປະຕິບັດ ການໃຫ້ນະໂຍບາຍດ້ານພາສີ ແລະ ອາກອນມູນຄ່າເພີ່ມ, ຖືກຕ້ອງຕາມຂັ້ນຕອນ ແລະ ວິທີການດຳເນີນງານໃນການອະນຸມັດຮັບຮອງແຜນນໍາເຂົ້າ ເພື່ອມາຮັບໃຊ້ວຽກງານກິດຈະການລົງທຶນ ແລະ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກແກ່ຜູ້ລົງທຶນຢູ່ ສປປ ລາວ.


ການໃຫ້ນະໂຍບາຍສົ່ງເສີມການລົງທຶນດ້ານພາສີ ແລະ ອາກອນມູນຄ່າເພີ່ມ ໝາຍເຖິງ ການໃຫ້ນະໂຍບາຍ ດ້ວຍການກຳນົດລາຍການສິນຄ້າທີ່ຈະນໍາເຂົ້າຖາວອນ ແລະ ຊົ່ວຄາວ ທີ່ກຳນົດໃນແຜນນໍາເຂົ້າ (Master List) ເພື່ອມາຮັບໃຊ້ວຽກງານການຜະລິດ ແລະ ພັດທະນາກິດຈະການລົງທຶນຂອງບັນດາວິສາຫະກິດ ທີ່ນອນໃນກິດຈະການສົ່ງເສີມການລົງທຶນ ຕາມກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ ແລະ ກິດຈະການລົງທຶນທີ່ມີສັນຍາກັບລັດຖະບານ. ວິສາຫະກິດ ທີ່ລົງທຶນຢູ່ ສປປ ລາວ ທີ່ມີຈຸດປະສົງສະເໜີຂໍນະໂຍບາຍ ຕ້ອງມີເງື່ອນໄຂ ດັ່ງນີ້:

1. ຕ້ອງເປັນນິຕິບຸກຄົນ. 
2. ວິສາຫະກິດນັ້ນ ຕ້ອງນອນໃນກິດຈະການສົ່ງເສີມການລົງທຶນ ຕາມກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ. 
3. ຕ້ອງມີການລົງທຶນຢ່າງໜ້ອຍ 1,2 ຕື້ກີບ ຫຼື ມີການນຳໃຊ້ວິຊາການລາວ ແຕ່ 30 ຄົນ ຫຼື ມີການນຳໃຊ້ແຮງງານລາວ ທີ່ມີສັນຍາແຮງງານ ຢ່າງຕໍ່າ 1 ປີ ແຕ່ 50 ຄົນຂຶ້ນໄປ. 
4. ຕ້ອງດຳເນີນທຸລະກິດປົກກະຕິ ແລະ ປະຕິບັດພັນທະພາສີ-ອາກອນ ຕາມກົດໝາຍ ແລະ ລະບຽບການ ໂດຍມີໃບຢັ້ງຢືນການເສຍພັນທະອາກອນປະຈໍາປີ. 

ນອກຈາກນັ້ນ, ການຂໍນະໂຍບາຍດ້ານພາສີ ແລະ ອາກອນມູນຄ່າເພີ່ມ ຕ້ອງປະກອບມີບັນດາເອກະສານ ດັ່ງນີ້:

1. ໃບສະເໜີຂໍນະໂຍບາຍດ້ານພາສີ ແລະ ອາກອນມູນຄ່າເພີ່ມ ສຳລັບ ແຜນນໍາເຂົ້າ ຂອງບໍລິສັດ; 
2. ໃບມອບສິດ ໃຫ້ຜູ້ດຳເນີນແລ່ນເອກະສານ ໂດຍການຢັ້ງຢືນ ແລະ ຮັບຮອງຈາກຜູ້ອຳນວຍການຂອງວິສາຫະກິດນັ້ນ; 
3. ບົດລາຍງານສະພາບການດຳເນີນທຸລະກິດໂດຍຫຍໍ້ ໂດຍປະກອບມີເນື້ອໃນດ້ານການນໍາເຂົ້າຕົວຈິງຂອງປີຜ່ານມາ, ດ້ານແຮງງານ ແລະ ອື່ນໆ;  
4. ຮ່າງແຜນນໍາເຂົ້າ ປະຈໍາປີ  (ຕາມແບບພິມ/ຕາຕະລາງ ທີ່ ຂະແໜງການແຜນການ ແລະ ການລົງທຶນ ກຳນົດ) ແລະ ແບບ Soft File; 
5. ສຳເນົາ ໃບອະນຸຍາດລົງທຶນ (ຖ້າມີ); ໃບທະບຽນວິສາຫະກິດ; ໃບອະນຸຍາດດໍາເນີນກິດຈະການຈາກຂະແໜງການກ່ຽວຂ້ອງ; ໃບຢັ້ງຢືນການມອບພັນທະອາກອນ ປະຈໍາປີ ໃນປີຜ່ານມາ; ສັນຍາທີ່ເຊັນກັບລັດຖະບານ (ໃນກໍລະນີ ໂຄງການລົງທຶນສຳປະທານ) ແລະ ໃບອະນຸຍາດປຸກສ້າງ (ກໍລະນີ ບໍລີສັດ/ໂຮງງານ ຂໍປຸກສ້າງໃໝ່); 
6. ສຳເນົາ ແຜນນໍາເຂົ້າ ໃນປີຜ່ານມາ; 
7. ສຳເນົາ ແຜນການ ປະຈໍາປີ ຂອງວິສາຫະກິດ ທີ່ຜ່ານການຮັບຮອງຈາກ ຂະແໜງອຸດສາຫະກໍາ ແລະ ການຄ້າ (ໃນກໍລະນີ ບັນດາວິສາຫະກິດ ຫຼື ໂຮງງານທີ່ທໍາການຜະລິດ). ສໍາລັບ ການນໍາເຂົ້າ ທາດເຄມີ ຕ້ອງມີໃບຢັ້ງຢືນທາດເຄມີ ຈາກກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງອຸດສາຫະກໍາ ແລະ ການຄ້າ ກ່ອນ. 

ນອກຈາກນັ້ນ, ໂຄງການໃຫຍ່ທີ່ມີສັນຍາສຳປະທານກັບລັດຖະບານ ແລະ ມີມະຕິຮັບຮອງຈາກສະພາແຫ່ງຊາດ ທີ່ມີມູນຄ່າການລົງທຶນ 1 ຕື້ ໂດລາສະຫະລັດ ຂຶ້ນໄປ ແມ່ນລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເປັນຜູ້ເຊັນໃບຮັບຮອງແຜນນຳເຂົ້າ.

ສຳລັບຂໍ້ມູນເພີ່ມເຕີມ ທ່ານສາມາດພົວພັນຫາກະຊວງແຜນການ ແລະ ການລົງທຶນ

ຫ້ອງການກະຊວງ ໂທ:+856 21 217010

ກົມສົ່ງເສີມການລົງທຶນ (ຫ້ອງການບໍລິການການລົງທຶນປະຕູດຽວ)

ໂທ: +856 21 217012

ແຟັກ: +856 21 215491

ອີເມລ: [email protected]

ຂອບໃຈຂໍ້ມູນາຈາກ: ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ / Lao PDR Trade Portal

Comments