ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ ໄດ້ກ່າວໃນກອງປະຊຸມສະຫລຸບຕີລາຄາ ການຈັດຕັ້ງປະຕິບັດ ວຽກງານການເງິນ ປະຈໍາປີ 2018 ແລະ ທິດທາງແຜນການປະຈໍາປີ 2019 ຂອງຂະແໜງການເງິນ ວ່າ: ຜ່ານການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ປີ 2018 ທີ່ຜ່ານມາເຫັນວ່າ: ມີຫຼາຍດ້ານຍັງພົບຄວາມຫຍຸ້ງຍາກ ແລະ ທ້າທາຍສູງ,
ບັນຫາລວມແມ່ນຍັງເປັນແຜນທີ່ສືບຕໍ່ແກ້ໄຂ ສະພາບຄວາມຝືດເຄືອງ ທາງດ້ານການເງິນ-ງົບປະມານ ທີ່ເກີດຂຶ້ນມາໃນໄລຍະຫຼາຍສົກປີງົບປະມານທີ່ຜ່ານມາ, ຊຶ່ງຕ້ອງໃຊ້ເວລາພໍສົມຄວນ ຈຶ່ງຈະສາມາດຟື້ນໂຕ ແລະ ກັບເຂົ້າສູ່ສະພາບປົກກະຕິໄດ້,
ນອກຈາກນີ້, ສະພາບແວດລ້ອມຂອງພາກພື້ນ ແລະ ສາກົນ ໂດຍລວມ ກໍຍັງບໍ່ທັນເອື້ອອໍານວຍເທົ່າທີ່ຄວນ, ບັນຫາການເຕີບໂຕ ທາງດ້ານເສດຖະກິດ ຂອງປະເທດ ພາກພື້ນ ແລະ ຄູ່ຄ້າຂອງປະເທດເຮົາບໍ່ທັນຟື້ນໂຕດີ, ສະພາບດ້ານການເງິນຂອງໂລກ ຍັງມີການຜັນແປຫຼາຍດ້ານ ເປັນຕົ້ນອັດຕາດອກເບ້ຍຂອງຕະຫຼາດການເງິນສາກົນເພີ່ມຂຶ້ນສູງ, ລາຄານໍ້າມັນມີ ຈັງຫວະເໜັງຕິງໄວຊຶ່ງສົ່ງຜົນເຮັດໃຫ້ຕົ້ນທຶນການຄ້າ, ການລົງທຶນ ແລະ ການຜະລິດສູງຂຶ້ນ.
ສະເພາະພາຍໃນປະເທດ ເຖິງວ່າໃນດ້ານມະຫາພາກ ເສດຖະກິດແຫ່ງຊາດ ຍັງມີຄວາມໝັ້ນທ່ຽງ ແລະ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແຕ່ໃນຈັງຫວະທີ່ຊ້າລົງ ເນື່ອງຈາກປັດໄຈພາຍນອກ ແລະ ພາຍໃນປະເທດ, ໂດຍສະເພາະຜົນກະທົບ ຈາກການເພີ່ມຂຶ້ນຂອງ ຕົ້ນທຶນການຜະລິດ,
ນອກຈາກນີ້ໃນປີ 2018 ຍັງໄດ້ຮັບຜົນກະທົບຈາກໄພທໍາມະຊາດຫຼາຍ ເປັນຕົ້ນນໍ້າຖ້ວມຫຼາຍບ່ອນ ເຮັດໃຫ້ມີຜົນກະທົບຕໍ່ການຜະລິດ ແລະ ພື້ນຖານໂຄງລ່າງ, ຖະໜົນຫົນທາງເປ່ເພ.
ພ້ອມນັ້ນ, ສະພາບທາງດ້ານການເງິນ-ເງິນຕາ ກໍຍັງມີຄວາມຫຍຸ້ງຍາກ, ຄ່າເງິນກີບທຽບໃສ່ ເງິນຕາສະກຸນຫຼັກອ່ອນຄ່າ ລົງຫຼາຍກວ່າຊຸມປີຜ່ານມາ, ການປ່ອຍສິນເຊື່ອຂອງທະນາຄານ ເລີ່ມຫັນເຂົ້າສູ່ຄວາມເຂັ້ມງວດຂຶ້ນກວ່າເກົ່າ ຊຶ່ງເປັນສິ່ງທ້າທາຍ ແລະ ກະທົບຕໍ່ກັບການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ພໍສົມຄວນ.
ທ່ານ ສົມດີ ດວງດີ ຍັງໃຫ້ຮູ້ຕື່ມວ່າ: ສະພາບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2018 ທີ່ຜ່ານມາ, ຍັງມີຫຼາຍສິ່ງທ້າທາຍ ແລະ ມີວຽກທີ່ຍັງຈະຕ້ອງໄດ້ ພ້ອມກັນສູ້ຊົນປະຕິບັດໃນປີ 2019 ໃຫ້ສາມາດບັນລຸແຜນການທີ່ກໍານົດໄວ້ ໂດຍສະເພາະແຜນງົບປະມານແຫ່ງລັດໃນປີ 2019 ແມ່ນຍັງສືບຕໍ່ສູ້ຊົນແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານງົບປະມານ ແລະ ຫັນ ປ່ຽນໃໝ່ ໂດຍກ້າວເຂົ້າສູ່ການປະຕິຮູບ ການຄຸ້ມຄອງການເງິນ ພາກລັດຢ່າງຕັ້ງໜ້າ, ຫັນເປັນທັນສະໄໝຢ່າງທັນການ ແລະ ກວ້າງຂວາງ, ເຮັດໃຫ້ການເກັບລາຍຮັບ ແລະ ປະຕິບັດລາຍຈ່າຍງົບປະມານມີປະສິດທິຜົນ ແລະ ເຂັ້ມງວດຂຶ້ນກວ່າເກົ່າ,
ແນໃສ່ເຮັດໃຫ້ເສດຖະກິດແຫ່ງຊາດ ເຕີບໂຕຕາມຄາດໝາຍວາງໄວ້ຢ່າງໜ້ອຍ 6,7% (ເທົ່າກັບ 165.475 ຕື້ກີບ), ຊຶ່ງຄາດໝາຍ ທີ່ສະພາແຫ່ງຊາດໄດ້ຮັບຮອງປະກອບມີ ຄາດໝາຍລາຍຮັບທັງໝົດ ຕ້ອງສູ້ຊົນໃຫ້ໄດ້ 26.305,29 ຕື້ກີບ ຫຼື ທຽບເທົ່າປະມານ 16% ຂອງ GDP.ໃນນັ້ນ, ລາຍຮັບພາຍໃນມີຈຳນວນ 24.240,00 ຕື້ກີບ ທຽບເທົ່າ 14,65% ຂອງ GDP;
ສ່ວນຄາດໝາຍ ລາຍຈ່າຍງົບປະມານທັງໝົດ ບໍ່ເກີນ 33.394,07 ຕື້ກີບ, ເທົ່າກັບ 20,18% ຂອງ GDP ແລະ ຄາດຄະເນຈະຂາດດຸນທັງໝົດ 7,088,78 ຕື້ກີບ ເທົ່າກັບ 4,28% ຂອງ GDP,
ຊຶ່ງຖືວ່າ ຍັງເປັນການຂາດດຸນທີ່ຢູ່ໃນລະດັບສູງສົມຄວນ ແລະ ມີຄວາມຈໍາເປັນຍັງຈະຕ້ອງໄດ້ລະດົມແຫຼ່ງ ດຸ່ນດ່ຽງຈາກພາຍໃນ ແລະ ຕ່າງປະເທດ ໃຫ້ພຽງພໍກັບຄວາມຈໍາເປັນຈ່າຍຕ່າງໆ ຕາມແຜນການ ທີ່ໄດ້ກໍານົດໄວ້.
ແຫຼ່ງຂ່າວ: ກະຊວງການເງິນ.