ກະຊວງການເງິນແຈ້ງ ມາດຕະການຕໍ່ຜູ້ລະເມີດກ່ຽວກັບພາສີທີ່ດິນ

ກະຊວງການເງິນ ອອກຄຳແນະນຳເພີ່ມຕື່ມກ່ຽວກັບການແຈ້ງ ແລະ ຊຳລະພາສີທີ່ດິນຜ່ານລະບົບທະນາຄານ ລົງວັນທີ 4 ທັນວາ 2018

ໃນນີ້ ຂໍ້ທີ XI ແມ່ນໄດ້ເວົ້າເຖິງ ກ່ຽວກັບມາດຕະການຕໍ່ຜູ້ລະເມີດດັ່ງນີ້:

ເຖິງບຸກຄົນ, ນິຕິບຸກຄົນ ຫາກມີການລະເມີດກ່ຽວກັບພາສີທີ່ດີ ຈະຖືກປະຕິບັດມາດຕະການດັ່ງນີ້:

  1. ຜູ້ທີ່ມາແຈ້ງເສຍພາສີທີ່ດິນຊັກຊ້າເກີນເວລາທີ່ໄດ້ກຳນົດໄວ້ຂໍ້ VII ຂອງຄຳແນະນຳສະບັບນີ້ຄື: ການເສຍພາສີທີ່ດິນແມ່ຕ້ອງໄດ້ຊໍາລະທຸກໆປີ ເປັນແຕ່ລະປີ ແລະ ເລີ່ມເສຍຕັ້ງແຕ່ວັນ 1 ມັງກອນ – 31 ທັນວາ ຂອງແຕ່ລະປີຕາມທີ່ລັດໄດ້ກຳນົດໄວ້ໃນມາດຕາ 7 ຂອງກົດໝາຍວ່າດ້ວຍງົບປະມານແຫ່ງລັດ (ສະປັບປຸງ) ບໍ່ດັ່ງນັ້ນ, ຈະຖືກປັບໃໝ 10% ຂອງຈໍານວນເງິນທີ່ຕ້ອງເສຍພາສີທີ່ດິນປະຈຳປີ
  2. ຜູ້ທີ່ແຈ້ງເສຍພາສີບໍ່ຖືກຕ້ອງ ແລະ ບໍ່ຄົບຖ້ວນຕາມເນື້ອທີ່ດິນທີ່ຕົນໄດ້ຮັບສິດໃຊ້ ແລະ ສິດນຳໃຊ້ແລ້ວ ຈະຖືກປັບໃໝ 30% ຂອງຈຳນວນເງິນທີ່ຕ້ອງເສຍພາສີທີ່ດິນໃນປີ.
  3. ຜູ້ທີ່ບໍ່ຍອມແຈ້ງເນື້ອທີ່ດິນທີ່ຕົນໄດ້ຮັບສິດ ແລະ ສິດນຳໃຊ້ແລ້ວ ຈະຖືກປັບໃໝຕາມກໍລະນີດັ່ງນີ້:

  • ປີທີໜຶ່ງ ໃຫ້ເສຍພາສີທີ່ດິນຄືນໃຫ້ຄົບຖ້ວນ ພ້ອມຄ່າປັບໃໝ 100% ຂອງຈຳນວນເງິນທີ່ຕ້ອງເສນ
  • ປີທີສອງ ໃຫ້ເສຍພາສີທີ່ດິນໃຫ້ຄົບຖ້ວນພ້ອມຄ່າປັບໃໝ 150% ຂອງຈຳນວນເງິນທີ່ຕ້ອງເສຍ
  • ປີທີສາມ ໃຫ້ເສຍພາສີທີ່ດິນຄືນໃຫ້ຄົບຖ້ວນພ້ອມຄ່າປັບໃໝ 200% ຂອງຈຳນວນເງິນທີ່ຕ້ອງເສຍ.
  • ພາຍຫຼັງປີທີສາມ ຜູ້ຊົມໃຊ້ ຫຼື ຜູ້ນຳໃຊ້ທີ່ດິນຕອນນັ້ນຈະເສຍສິດໃຊ້ ຫຼື ສິດນຳໃຊ້ ຕາມກົດໝາຍວ່າດ້ວຍທີ່ດິນທີ່ໄດ້ກຳນົດໄວ້.

  1. ຜູ້ທີ່ໄດ້ຮັບສິດໃຊ້ ຫຼື ສິດນຳໃຊ້ ດິນເປົ່າວ່າງ ຫຼື ທີ່ດິນທີ່ທຳການຜະລິດໃນຕົວເມືອງ ຫຼື ຊານເມືອງ ໂດຍບໍ່ມີການພັດທະນາ ຫຼື ບໍ່ເຮັດການຜະລິດ:
  • ໃນປີໜຶ່ງເປັນຕົ້ນໄປ ນອກຈາກເສຍພາສີທີ່ດິນຄົບຖ້ວນແລ້ວ ຍັງຈະຖືກກ່າວເຕືອນ ໂດຍແຈ້ງໃຫ້ຜູ້ກ່ຽວຊາບເປັນລາຍລັກອັກສອນ
  • ໃນປີທີສອງ ຈະຖືກປັບໃໝ 50% ຂອງຈຳນວນເງິນທີ່ຕ້ອງເສຍພາສີທີ່ດິນ
  • ໃນປີທີສາມ ຈະຖືກປັບໃໝ 100% ຂອງຈຳນວນເງິນທີ່ຕ້ອງເສຍພາສີທີ່ດິນ
  • ໃນປີທີສີ່ ຈະຖືກປັບໃໝ 10 ຂອງມູນຄ່າທີ່ດິນ ຕາມທີ່ໄດ້ປະເມີນໄວ້ແຕ່ລະທ້ອງຖິ່ນ
  • ກໍລະນີ ດິນນາ ເຊິ່ງມີຊົນລະປະທານ ແລະ ມີນໍ້າສະດວກ ແຕ່ບໍ່ເຮັດນາແຊງ ຫຼື ປູດພືດອື່ນໆ.

ນອກຈາກເສຍພາດີທີ່ດິນແລ້ວ ຍັງຈະຖືກປັບໃໝ 50% ຂອງພາສີທີ່ດິນນາທີ່ຕ້ອງເສຍ.

  1. ຜູ້ທີ່ມີໜ້າທີ່ເສຍພາສີທີ່ດິນ ຫາກບໍ່ຈິງໃຈໃຫ້ຄວາມຮ່ວມມື, ບໍ່ສະໜອງຂໍ້ມູນ,​ສະໜອງຂໍ້ມູນທີ່ບໍ່ຊັດເຈນ, ກໍ່ຄວາມຫຍຸງຍາກ, ຂົ່ມຂູ່, ດ່າວ່າ ຫຼື ໃສ່ຮ້າຍປ້າຍສີ ແລະ ການກະທຳໃດໆທີ່ບໍ່ດີ ກັບພະນັກງານເກັບພາສີທີ່ດິນ ນອກຈາກເສຍພາສີທີ່ດິນແລ້ວ ຍັງຈະຖືກປັບໃໝ 50% ຂອງພາສີທີ່ດິນທີ່ຕ້ອງເສຍໃນປີນັ້ນ ພ້ອມທັງປະກອຍສຳນວນຄະດີ ເພື່ອດຳເນີນຄະດີຕາມລະບຽບກົດໝາຍ.
  2. ພະນັກງານ ຫຼື ເຈົ້າໜ້າທີ່ເກັບພາສີທີ່ດິນ ທີ່ໄດ້ສວຍໃຊ້ໜ້າທີ່ຂອງຕົນ ໃນການເກັບພາສີທີ່ດິນບໍ່ຖືກຕ້ອງຕາມອັດຕາພາສີທີ່ດິນ ທີ່ໄດ້ກຳນົດໄວ້ໃນລັດຖະບັນຍັດວ່າດ້ວຍພາສີທີ່ດິນ ເພື່ອຜົນປະໂຫຍດສ່ວນຕົວຈະຖືກວິໄນ ພ້ອມທັງສົ່ງເງິນຄືນໃຫ້ຄົບຖ້ວຍ ແລະ ດຳເນີນຄະດີຕາມທີ່ກົດໝາຍກຳນົດໄວ້.

ຄຳແນະນຳສະບັບນີ້ ມີຜົນນຳໃຊ້ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ,​ ຜ່ານການຈັດຕັ້ງປະຕິບັດຕົວຈິ່ງຫາກມີຂໍ້ຫຍຸ້ງຍາກ ແມ່ນໃຫ້ລາຍງານມາຍັງລັດຖະມົນຕີກະຊວງການເງິນ ເພື່ອສືບຕໍ່ຄົ້ນຄວ້າປັບປຸງ, ແກ້ໄຂ, ຄຳແນະນຳສະບັບນີ້ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ທັນເວລາ.

ສະບັບເຕັມ: ຄຳແນະນຳ

Comments