ປະຊາຊົນ ບ້ານງາຍເໜືອ ປະສົບໄພນ້ຳຖ້ວມ

ທ່ານ ບຸນເຫຼັກ ຫຼ້າສຸກັນ, ຮອງເຈົ້າເມືອງໆ ບຸນເໜືອ, ແຂວງ ຜົ້ງສາລີ ໃຫ້ຮູ້ວ່າ: ຍ້ອນຝົນຕົກໜັກນັບແຕ່ວັນທີ 6 ຫາ 8 ມັງກອນ 2019 ໄດ້ເຮັດໃຫ້ລະດັບນໍ້າງາຍ ຢູ່ເມືອງບຸນເໜືອ, ແຂວງ ຜົ້ງສາລີ ຍຶ່ງຂຶ້ນສູງແລ້ວໄຫຼຊຸເຂົ້າເນື້ອທີ່ທຳການຜະລິດຂອງປະຊາຊົນ ບ້ານງາຍເໜືອ ທີ່ຢູ່ລຽບຕາມນ້ຳງາຍ ເສຍຫາຍໄປ 4 ຄອບຄົວ.

ຕາມຂໍ້ມູນທີ່ເກັບກໍາໄດ້ໃນເບື້ອງຕົ້ນ, ຜົນເສຍຫາຍທີ່ເກີດຂຶ້ນ ມີ ຟືນ 8 ແມັດກ້ອນ, ເນື້ອທີ່ປູກຜັກທຽມ ແລະ ສັດປີກຈຳນວນໜຶ່ງ.

ປັດຈຸບັນ ຝົນໄດ້ເຊົາຕົກ ແລະ ໄດ້ເຮັດໃຫ້ສະພາບກັບຄືນສູ່ພາວະປົກກະຕິແລ້ວ, ແຕ່ອົງການປົກຄອງເມືອງ ຍັງໄດ້ສົ່ງພະນັກງານວິຊາການກ່ຽວຂ້ອງລົງເກັບກຳຂໍ້ມູນລະອຽດ ເພື່ອຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຕາມຄວາມສາມາດຕົວຈິງ.

ຂໍ້ມູນຈາກ: ວິທະຍຸກະຈາຍສຽງແຫ່ງຊາດ.

Comments