ຂ່າວ ພາຍໃນປະເທດ

ອັງກິດ ໃຫ້ທຶນຊ່ວຍເຫຼືອ ການເກັບກູ້ລະເບີດຢູ່ສອງແຂວງ

ໃນວັນທີ 14 ມັງກອນ 2019 ຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ໄດ້ມີພິທີ ເຊັນບົດບັນທືກຄວາມເຂົ້າໃຈໂຄງການລະຫວ່າງ ຄະນະຄຸ້ມຄອງແຫ່ງຊາດ ເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງໃນ ສປປ ລາວ ( ຄຊກລ ) ກັບ ອົງການເກັບກູ້ລະເບີດ ແມັກ ປະຈຳ ສປປ ລາວ. ຮ່ວມລົງນາມບົດບັນທືກຄວາມເຂົ້າໃຈໂດຍ ທ່ານ ພູຂຽວ ຈັນທະສົມບູນ ຫົວໜ້າຫ້ອງການ ຄຊກລ ແລະ ນາງ ບລອດຊຳ ກີວມໍໄຊ ຫົວໜ້າອົງການເກັບກູ້ລະເບີດ ແມັກ ປະຈຳ ສປປ ລາວ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ປອ ຄຳແກ້ວ ສານບຸນຄູນໄຊ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ Hung Evans ເອກອັກຄະລັດຖະທູດ ຣາຊະອານາຈັກອັງກິດ ປະຈຳ ສປປ ລາວ, ມີບັນດາຜູ້ຕາງໜ້າກະຊວງການຕ່າງປະເທດ, ຕາງໜ້າອຳນາດການປົກຄອງທ້ອງຖິ່ນ ແຂວງຊຽງຂວາງ ແລະ ແຂວງ ...

Read More »

ເຝິກຊ້ອມໃຫຍ່ ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີ

ໃນຕອນເຊົ້າຂອງວັນທີ 14 ມັງກອນ 2019 ຜ່ານມານີ້, ທີ່ ວິທະຍາຄານກົມມະດຳ, ນໍ້າຊວງ, ເມືອງໂພນໂຮງ, ແຂວງວຽງຈັນ, ໄດ້ຈັດໃຫ້ມີການເຝິກຊ້ອມໃຫຍ່ ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ( 20/01/1949-20/01/2019) ເຊິ່ງສະແດງໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວ ແລະ ຄວາມເຂັ້ມແຂງ ຂອງກອງທັບປະຊາຊົນລາວ, ພາຍໃຕ້ການນຳພາອັນປີຊາສາມາດ ແລະ ສະຫຼາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວຕະຫຼອດໄລຍະເວລາ 70 ປີຜ່ານມາ. ເປັນກຽດເຂົ້າຮ່ວມຊົມການຊ້ອມໃຫຍ່ໃນຄັ້ງນີ້ມີ ທ່ານ ພັນຄຳ ວິພາວັນ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ທ່ານ ທອງລຸນ ສີສຸລິດ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ , ທ່ານພົນເອກ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ພ້ອມດ້ວຍບັນດານາຍ ແລະ ພົນທະຫານ ແລະ ແຂກຮັບເຊີນຈາກພາກສ່ວນຕ່າງໆ. ຂອບໃຈແຫຼ່ງທີ່ມາ.

Read More »

ໂຮງຮຽນສາມັນ ກິນນອນຊົນເຜົ່າ ແຂວງອຸດົມໄຊ ເປີດບັ້ນສອບເສັງພາກຮຽນ I

ໂຮງຮຽນສາມັນ ກິນນອນຊົນເຜົ່າ ແຂວງອຸດົມໄຊ ເປີດບັ້ນສອບເສັງພາກຮຽນທີ່ ໜຶ່ງສົກຮຽນ 2018 – 2019, ພິທີຈັດຂຶ້ນໃນວັນທີ 14 ມັງກອນ 2019  ຜ່ານມານີ້,  ໂຮງຮຽນແຫ່ງນີ້ມີນັກຮຽນທັງໝົດ 594 ຄົນ ຍິງ 254 ຄົນ ປະກອບມີ 4 ໝວດພາສາ ແລະ 12 ເຜົ່າ. ລາຍລະອຽດຕິດຕາມໄດ້ຈາກຄຣິບຂ່າວລຸ່ມນີ້ ໂຮງຮຽນສາມັນກິນນອນຊົນເຜົ່າແຂວງອຸດົມໄຊ ເປີດບັ້ນສອບເສັງພາກຮຽນທີ່ ໜຶ່ງສົກຮຽນ 2018 – 2019 ໂຮງຮຽນສາມັນກິນນອນຊົນເຜົ່າແຂວງອຸດົມໄຊ ເປີດບັ້ນສອບເສັງພາກຮຽນທີ່ ໜຶ່ງສົກຮຽນ 2018 – 2019#ຂ່າວແຂວງອຸດົມໄຊ Posted by ຂ່າວປະຈຳວັນ Daily News Oudomxay on Monday, January 14, 2019 ຂອບໃຈຂໍ້ມູນຈາກ: ຂ່າວປະຈໍາວັນ ອຸດົມໄຊ.

Read More »

ມອບສື່ສິ່ງພິມ ແລະ ອຸປະກອນຮັບໃຊ້ຫ້ອງການ ສຳລັບປີ 2019

 ອົງການ ດີວີວີ ອິນເຕີເນເຊິນແນວ ປະຈຳພາກພື້ນອາຊີຕາເວັນອອກສ່ຽງໃຕ້ (DVV International) ໄດ້ມອບສື່ສິ່ງພິມ ແລະ ອຸປະກອນຮັບໃຊ້ຫ້ອງການ ສຳລັບປີ 2019 ລວມມູນຄ່າ 180 ລ້ານກີບ ໃຫ້ແກ່ກົມການສຶກສານອກໂຮງຮຽນ, ກະຊວງສຶກສາທິການ ແລະ ກິລາ ເພື່ອຮັບໃຊ້ເຂົ້າໃນການສຶກສານອກໂຮງຮຽນ ເພື່ອການພັດທະນາແບບຍືນຍົງ ແລະ ການສຶກສາຕໍ່ເນື່ອງໃນ ສປປ ລາວ. ພິທີຈັດຂຶ້ນໃນຕອນບ່າຍຂອງ ວັນທີ 14 ມັງກອນ 2019 ທີ່ນະຄອນຫລວງວຽງຈັນ. ຂໍ້ມູນຈາກ: ຂປລ.

Read More »

ອົງການກວດສອບ ວາງແຜນກວດລາຍຮັບ – ລາຍຈ່າຍງົບປະມານແຫ່ງລັດ ປີ 2019

ອົງການກວດສອບແຫ່ງລັດ ວາງແຜນກວດສອບ ລາຍຮັບ – ລາຍຈ່າຍງົບປະມານແຫ່ງລັດ, ໂຄງການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ການນຳໃຊ້ທຶນໂຄງການຊ່ວຍເຫຼືອລ້າ ແລະ ກູ້ຢືມ ໃນປີ 2019 ນີ້ ທ່ານ ນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ກ່າວໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນທ້າຍປີ 2018 ຜ່ານມາວ່າ: ໃນປີ 2019 ອົງການກວດສອບແຫ່ງລັດ ໄດ້ຂຶ້ນແຜນດຳເນີນການກວດສອບ ຈຳນວນ 99 ເປົ້າໝາຍ. ໃນນັ້ນ, ກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 46 ເປົ້າໝາຍ, ກວດສອບໂຄງການພັດທະນາແບບຍືນຍົງ ( SDGs ) 2 ເປົ້າໝາຍ, ໂຄງການລົງທຶນຂອງລັດຢູ່ຂັ້ນທ້ອງຖິ່ນ 6 ເປົ້າໝາຍ, ກວດສອບໂຄງການເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າ 21 ເປົ້າໝາຍ, ກວດສອບທະນາຄານລັດ 6 ເປົ້າໝາຍ ແລະ ກວດສອບວິສາຫະກິດລັດ ຈຳນວນ 18 ...

Read More »

ເອກອັກຄະລັດຖະທູດ ສປປ ລາວ ຍື່ນສານຕາຕັ້ງຕໍ່ປະທານາທິບໍດີອິນເດຍ

ໃນວັນທີ 10 ມັງກອນ 2019, ທີ່ທຳນຽບປະທານາທິບໍດີ ຣາສະຕຼາປະຕີ ບາວັນ (Rashtrapati Bhavan), ນິວເດນລີ, ທ່ານ ບຸນແນມ ຈວງຫອມ ໄດ້ຍື່ນສານຕາຕັ້ງຕໍ່ ທ່ານ ຣາມ ນາດ ໂກວິນ (Ram Nath Kovind), ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນເດຍ, ເພື່ອດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ອິນເດຍ.   ຂໍ້ມູນຈາກ: ຂປລ.

Read More »

ຄະນະກຳມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດສະຫຼຸບວຽກງານ ປີ 2018 ແລະ ວາງທິດທາງແຜນການໃນປີ 2019

ໃນວັນທີ 11 ມັງກອນ 2019 ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄ ອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານການເຄື່ອນໄຫວປະຈຳ ປີ 2018 ແລະ ວາງທິດທາງປະຈໍາປີ 2019 ຂຶ້ນ, ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານ ຄະນະກຳມະການຄຸ້ມຄອງ ອິນເຕີເນັດແຫ່ງຊາດ, ມີຜູ້ຕາງໜ້າຈາກບັນດາກະຊວງ ອ້ອມຂ້າງສູນກາງ ແລະ ຄະນະກໍາມະການ ຈາກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ໃນໄລຍະໜຶ່ງປີຜ່ານມາ, ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ໄດ້ເຄື່ອນໄຫວວຽກງານການຄຸ້ມຄອງອິນເຕີເນັດ ໃນສປປ ລາວ ຢ່າງເອົາຈິງເອົາຈັງ, ເຊິ່ງເປັນປີທີ່ມີຫຼາຍເຫດການເກີດຂຶ້ນ, ໂດຍສະເພາະແມ່ນຂ່າວຕ່າງໆ ກ່ຽວກັບເຫດການໄພພິບັດທີ່ເກີດຂຶ້ນໃນທົ່ວປະເທດ ແລະ ບັນດາຂ່າວທີ່ບໍ່ເປັນຄວາມຈິງອື່ນໆ ທີ່ຖືກກຸ່ມຄົນບໍ່ດີປ່ອຍອອກມາ ເພື່ອຫວັງສ້າງຄວາມແຕກຕື່ນໃຫ້ປະຊາຊົນໃນສັງຄົມທົ່ວປະເທດ. ສິ່ງເຫຼົ່ານັ້ນ, ໄດ້ເຮັດໃຫ້ເຫັນເຖິງຄວາມສໍາຄັນໃນການຄຸ້ມຄອງອິນເຕີເນັດ, ເວົ້າສະເພາະກໍແມ່ນສື່ສັງຄົມ  ”ອອນໄລ໌”. ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ໄດ້ຊີ້ນໍາຂະແໜງ ການກ່ຽວຂ້ອງ ເອົາໃຈໃສ່ແກ້ໄຂບັນດາດ້ວຍຮູບການຕ່າງໆ ຢ່າງມີປະສິດທິພາບ, ເປັນຕົ້ນແມ່ນ ການສ້າງ ແລະ ນໍາໃຊ້ບັນດານິຕິກຳ ທີ່ກ່ຽວຂ້ອງກັບການຄຸ້ມຄອງອິນເຕີເນັດ, ໂດຍສະເພາະ ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາດຊະຍາກໍາທາງຄອມພິວເຕີ, ແລະ ...

Read More »

ຜ່ານມາການລົງທຶນຂອງພາກເອກະຊົນ ມີ 40 ກວ່າໂຄງການ

ທ່ານ ຄຳລຽນ ພົນເສນາ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວໃນກອງປະຊຸມສະຫຼຸບວຽກງານ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ, ຂັ້ນແຂວງ ແລະ ນະຄອນຫຼວງ ປະຈຳສົກ ປີ 2018 ວ່າ: ວຽກງານສົ່ງເສີມການລົງທຶນ ພາກເອກະຊົນພາຍໃນ ແລະ ຕ່າງປະເທດ ເປັນວຽກງານບູລິມະສິດໜຶ່ງ ທີ່ມີຄວາມສຳຄັນ ໃນການປະກອບສ່ວນເຂົ້າ ໃນການພັດທະນາ ເສດຖະກິດ-ສັງຄົມ ໂດຍລວມ. ໂດຍສະເພາະແມ່ນ ການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ ສໍາລັບວຽກງານສົ່ງເສີມ ແລະ ດຶງດູດການລົງທຶນ ຈາກພາກເອກະຊົນ ທັງພາຍໃນ ແລະ ຕ່າງ ປະເທດ ເປັນ 1 ໃນ 4 ແຫ່ງທຶນຕົ້ນຕໍ ທີ່ຈະດຶງດູດເອົາການລົງທຶນ ໃຫ້ໄດ້ເກືອບ 50% ຂອງການລົງທຶນທັງໝົດ ຫຼື ສະເລ່ຍບໍ່ໃຫ້ຫຼຸດ 2,4 ຕື້ໂດລາຕໍ່ປີ ຕາມກໍານົດໃນແຜນພັດທະນາເສດຖະກິດ-ສັງຄົມ ເທື່ອທີ 8. ໃນ 1 ...

Read More »

ພາກທຸລະກິດ ເບິ່ງໂອກາດ ແລະ ສິ່ງທ້າທາຍ ແນວໃດ? ໃນປີ 2019 (ກົດເຂົ້າອ່ານເລີຍ)

ປີ 2018 ການດໍາເນີນທຸລະກິດຂອງຜູ້ປະກອບການຂະແໜງການຕ່າງໆ ຖືວ່າຍັງມີຄວາມທ້າທາຍບໍ່ໜ້ອຍ ເນື່ອງຈາກໄດ້ຮັບຜົນກະທົບຈາກເສດຖະກິດໂລກ, ໄພທໍາມະຊາດພາຍໃນ ເຖິງວ່າລັດຖະບານຈະມີຫຼາຍມາດຕະການຕ່າງໆອອກມາເພື່ອກະຕຸ້ນເສດຖະກິດ ແຕ່ຂອດຈັດຕັ້ງປະຕິບັດຍັງບໍ່ທັນເອກະພາບ, ສ່ວນທ່າອ່ຽງການດໍາເນີນທຸລະກິດ ໃນປີ 2019 ຜູ້ປະກອບການມີຄວາມຫວັງຈະດີຂຶ້ນ ຖ້າຫາກບັນດາມາດຕະການຂອງພາກລັດຖືກຈັດຕັ້ງປະຕິບັດເປັນເອກະພາບກັນໃນລວງດຽວ. ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ( ສຄອຊ ) ກ່າວວ່າ: ກ່ອນຈະແກ້ໄຂສະພາບເສດຖະກິດພາຍໃນໄດ້ ອັນດັບທໍາອິດຕ້ອງແກ້ໄຂຂອດຫຍໍ້ທໍ້ໃນການດໍາເນີນທຸລະກິດ ເປັນຕົ້ນ: ຂອດບໍລິຫານເກື້ອກູນ, ຂອດການສໍ້ລາດບັງຫຼວງ ( ຄໍຣັບຊັນ ), ຂອດນະໂຍບາຍຕ່າງໆ. ພ້ອມນັ້ນ, ກໍໃຫ້ລະດົມການລົງທຶນຈາກຕ່າງປະເທດມາ ສປປ ລາວ ໃຫ້ຫຼາຍຂຶ້ນ ( ຜູ້ທີ່ເຮັດແທ້ທຳຈິງ ) ຜູ້ເຮັດການຜະລິດເພື່ອສົ່ງອອກ, ຜູ້ເຮັດການຜະລິດເພື່ອຍົກສະມັດຖະພາບກຳລັງແຮງງານ, ຜູ້ສ້າງລາຍຮັບໃຫ້ແກ່ລັດຖະບານ ອັນນີ້ເປັນສິ່ງທີ່ຕ້ອງໄດ້ເຮັດ ແລະ ສົ່ງເສີມແທ້ໆ; ສະເໜີລັດຖະບານເບິ່ງຄືນກ່ຽວກັບນັກລົງທຶນທີ່ໄດ້ໂຄງການໄປແລ້ວບໍ່ປະຕິບັດຕາມຂັ້ນຕອນແມ່ນໃຫ້ຍົກເລີກ; ຜ່ານມາແມ່ນມີການແກ່ຍາວເມື່ອໄດ້ໂຄງການມາແລ້ວກໍໄປຊອກຂາຍ ຖ້າຫາກຍັງເປັນແບບນີ້ນັກລົງທຶນລາຍໃຫຍ່ທີ່ມີຄຸນນະພາບ ແລະ ມີຄວາມພ້ອມອາດຈະຫັນໄປລົງທຶນຢູ່ປະເທດອ້ອມຂ້າງ ແທນທີ່ຈະມາລົງທຶນຢູ່ ສປປ ລາວ. ດັ່ງນັ້ນ, ລັດຖະບານຕ້ອງສະກັດກັ້ນການສໍ້ລາດບັງຫຼວງຢ່າງຈິງຈັງ ຖ້າເຮັດໄດ້ເມັດເງິນກໍຈະເຂົ້າມາ ສປປ ລາວ. ທ່ານກ່າວຕໍ່ອີກວ່າ: ...

Read More »

ເມືອງ ເຊໂປນ ສອບເສັງນັກຮຽນເກັ່ງຂັ້ນເມືອງ ສົກປີ 2018-2019

ໃນວັນທີ 10 ມັງກອນ 2019 ສຶກສາເມືອງ ເຊ​ໂປນ ​ໄດ້ຈັດການສອບ​ເສັງ​ນັກ​ຮຽ​ນ​ເກັ່ງ​ຂັ້ນ​ເມືອງ ​ຊັ້ນ​ປໍ5, ມໍ4 ແລະ ​ມໍ7 ທົ່ວ​ເມືອງ​ສົກ​ປີ 2018-2019 ສໍາລັບນັກຮຽນຜູ້ທີ່ມີຄະແນນດີເດັ່ນຈະໄດ້ເປັນຕົວແທນຂອງເມືອງເຂົ້າຮ່ວມແຂ່ງຂັນລະດັບແຂວງ ໃນທ້າຍເດືອນກຸມພາ 2019 ນີ້ ໂດຍທາງເມືອງວາງຄາດໝາຍວ່າການສອບເສັງຂັ້ນເມືອງຈະໃຫ້ໄດ້ 100% ແລະ ຂັ້ນແຂວງຈະໃຫ້ໄດ້ 80%. (ລາຍລະອຽດຕິດຕາມຄຣິບດ້ານລຸ່ມ) ຂ່າວ​ເຊ​ໂປນ10-01-19 ເຊ​ໂປນ​ສອບ​ເສັງ​ນັກ​ຮຽ​ນ​ເກັ່ງ​ຂັ້ນ​ເມືອງ​ຊັ້ນ​ປໍ5,ມໍ4ແລະ​ມໍ7ທົ່ວ​ເມືອງ​ົກ​ປີ2018-2019 Posted by ໂທລະພາບເຊໂປນ on Wednesday, January 9, 2019 ຂອບໃຈຂໍ້ມູນຈາກ: ໂທລະພາບເຊໂປນ.

Read More »