ຜ່ານມາການລົງທຶນຂອງພາກເອກະຊົນ ມີ 40 ກວ່າໂຄງການ

ທ່ານ ຄຳລຽນ ພົນເສນາ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວໃນກອງປະຊຸມສະຫຼຸບວຽກງານ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ, ຂັ້ນແຂວງ ແລະ ນະຄອນຫຼວງ ປະຈຳສົກ ປີ 2018 ວ່າ: ວຽກງານສົ່ງເສີມການລົງທຶນ ພາກເອກະຊົນພາຍໃນ ແລະ ຕ່າງປະເທດ ເປັນວຽກງານບູລິມະສິດໜຶ່ງ ທີ່ມີຄວາມສຳຄັນ ໃນການປະກອບສ່ວນເຂົ້າ ໃນການພັດທະນາ ເສດຖະກິດ-ສັງຄົມ ໂດຍລວມ.

ໂດຍສະເພາະແມ່ນ ການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ ສໍາລັບວຽກງານສົ່ງເສີມ ແລະ ດຶງດູດການລົງທຶນ ຈາກພາກເອກະຊົນ ທັງພາຍໃນ ແລະ ຕ່າງ ປະເທດ ເປັນ 1 ໃນ 4 ແຫ່ງທຶນຕົ້ນຕໍ ທີ່ຈະດຶງດູດເອົາການລົງທຶນ ໃຫ້ໄດ້ເກືອບ 50% ຂອງການລົງທຶນທັງໝົດ ຫຼື ສະເລ່ຍບໍ່ໃຫ້ຫຼຸດ 2,4 ຕື້ໂດລາຕໍ່ປີ ຕາມກໍານົດໃນແຜນພັດທະນາເສດຖະກິດ-ສັງຄົມ ເທື່ອທີ 8.

ໃນ 1 ປີ ຜ່ານມາ ເຫັນວ່າ: ການລົງທຶນຂອງພາກເອກະຊົນ ຍັງສືບຕໍ່ຂະຫຍາຍຕົວຢູ່ໃນຈັງວະທີ່ດີ ເຊິ່ງສະແດງອອກ ໂດຍໄດ້ພິຈາລະນາອະນຸມັດ ກິດຈະການສຳປະທານ 43 ໂຄງການ ໃນນັ້ນຂະແໜງໄຟຟ້າ 14 ໂຄງການ, ເຊັນ MOU 10 ໂຄງການ, PDA ຈຳນວນ 2 ຄັ້ງ, ສັນຍາສຳປະທານ 2 ໂຄງການ; ຂະແໜງບໍ່ແຮ່ 15 ໂຄງການ. ໃນນັ້ນເຊັນສັນຍາຊອກຄົ້ນ ແລະ ສໍາຫຼວດ 12 ໂຄງການ, ເຊັນສັນຍາຂຸດຄົ້ນ ແລະ ປຸງແຕ່ງ 3 ໂຄງ; ຂະແໜງກະສິກຳ 5 ໂຄງການ ໃນນັ້ນເຊັນ MOU 3 ໂຄງການ, ສັນຍາສໍາປະທານ 2 ໂຄງການ; ຂະແໜງບໍລິການ 9 ໂຄງການ ໃນນັ້ນ MOU ສະໜາມບິນ 1 ໂຄງການ, MOU ຂະແໜງການທ່ອງທ່ຽວ 5 ໂຄງການ, MOU ໂຄງການທາງດ່ວນ 1 ໂຄງການ ແລະ MOU ໂຄງການໂຮງກັ່ນນໍ້າມັນເຊື້ອໄຟ 1 ໂຄງການ, ເຊັນສັນຍາເສັ້ນທາງດ່ວນ CA ຈຳນວນ 1ໂຄງການ.

ສ່ວນການສົ່ງເສີມ ແລະ ຄຸ້ມຄອງ ເຂດເສດຖະກິດພິເສດ ປັດຈຸບັນ ມີບັນດາບໍລິສັດເຂົ້າມາລົງທຶນ ແລະ ຈົດທະບຽນ 593 ບໍລິສັດ (ພາຍໃນ 89 ບໍລິສັດ, ຕ່າງປະເທດ 474 ບໍລິສັດ, ພາຍໃນຮ່ວມກັບຕ່າງປະເທດ 29 ບໍລິສັດ) ໃນຂອບເຂດທີ່ມີການລົງທຶນ ຫລາຍກວ່າໝູ່ແມ່ນ ຂສພ ສາມ ຫລ່ຽມຄໍາ 147 ບໍລິສັດ, ບໍ່ເຕ່ນແດນງານ 128 ບໍລິສັດ, ຂສພ ສະຫວັນ-ເຊໂນ 117 ບໍລິສັດ, ເຂດກວມລວມໄຊເຊດຖາ 48 ບໍລິສັດ, ເຂດນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນ-ໂນນທອງ 47 ບໍລິສັດ, ຂສພ ຈຳປາສັກ 33 ບໍລິສັດ ແລະ ຂສພ ອື່່ນໆ 73 ບໍລິສັດ.

ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 9 ມັງກອນ 2019 ທີຜ່ານມາ ໂດຍການເປັນປະທານ ຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ທັງເປັນປະທານ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ.

ຂອບໃຈທີ່ມາຂອງຂໍ້ມູນ.

Comments