ຂ່າວ ພາຍໃນປະເທດ

ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈັດກອງປະຊຸມຄົບຄະນະບໍລິຫານງານພັກຄັ້ງທີ 8

ກຊສ ຈັດກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 8 (ເປີດກວ້າງ) ສະໄໝທີ I ຂອງຕົນຂຶ້ນ ໃນວັນທີ 22 ມັງກອນ 2019, ໂດຍການເປັນປະທານຂອງ ສະຫາຍ ສົມມາດ ພົນເສນາ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ມີບັນດາຄະນະປະຈຳພັກ, ຄະນະພັກກະຊວງ ແລະ ສະຫາຍ ເລຂາໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຂົ້າຮ່ວມ. ກອງປະຊຸມ, ໄດ້ພິຈາລະນາເອກະສານສຳຄັນຫຼາຍສະບັບ ເປັນຕົ້ນ ຮ່າງບົດລາຍງານກ່ຽວກັບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການໃນ 1 ປີຕໍ່ໜ້າ; ຮ່າງບົດສະຫຼຸບລາຍງານ ກ່ຽວກັບວຽກງານກວດກາພັກຂອງຂະແໜງກວດກາໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການໃນ 1 ປີຕໍ່ໜ້າ; ຮ່າງບົດສະຫຼຸບ 6 ເດືອນທ້າຍປີ 2018 ແລະ ທິດທາງແຜນການເຄື່ອນໄຫວ 6 ...

Read More »

ເຊກອງກຽມແຮ່ຮູບປັ້ນ ທ່ານ ອົງແກ້ວ ໄປດິດສະຖານໄວ້ຢູ່ສວນອະນຸສາວະລີ

ມື້ນີ້ວັນທີ 23 ມັງກອນ 2019, ເວລາ 14: 00ໂມງ  ແຂວງເຊກອງ ຈະໄດ້ຈັດພິທີແຮ່ຮູບປັ້ນທ່ານ ອົງແກ້ວ ໄປດິດສະຖານໄວ້ຢູ່ສວນອະນຸສາວະລີ ຈຸດເລີ່ມຕົ້ນ ແມ່ນເລີ່ມຈາກຫົວຂົວເຊກອງຜ່ານບ້ານໂພນຄໍາ ມາຕາມສາຍທາງໜ້າທະນາຄານສົ່ງເສີມກະສິກໍາ ລົງມາຫາທ່າບັກ ອອກໄປຫາເສັ້ນທາງຫຼວງໜ້າໂຮງຮຽນຊົນເຜົ່າ ແລ້ວອອກໄປສູ່ສວນອະນຸສາວະລີ ອົງແກ້ວ. ສະນັ້ນ, ຂໍເຊີນການນໍາພັກ-ລັດ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າຊາວແຂວງເຊກອງ ໂດຍສະເພາະບັນດາທ່ານທີ່ຢູ່ໃນ 6 ບ້ານເທສະບານແຂວງ ເຂົ້າຮ່ວມພິທີແຮ່ຮູບປັ້ນໃຫ້ມີບັນຍາກາດຟົດຟື້ນ ແລະ ສົມກຽດ     

Read More »

ທ່ານ ນາງ ຈັນທະຈອນ ວົງໄຊ ໄດ້ຖືກຮັບຮອງເປັນ ກົງສູນ ກິດຕິມະສັກ ປອກຕຸຍການ

ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ  ຮັບຮອງເອົາ ທ່ານ ນາງ ຈັນທະຈອນ ວົງໄຊ ເປັນກົງສູນ ກິດຕິມະສັກ ແຫ່ງ ປອກຕຸຍການ ທີ່ນະຄອນຫຼວງວຽງຈັນ Honorary Consular for Portugal ໂດຍມີຂອບເຂດການເຄື່ອນໄຫວກວມເອົາທັງໝົດ ສປປ ລາວ. ພິທີຈັດຂຶ້ນໃນວັນທີ 22 ມັງກອນ 2019 ທີ່ກະຊວງການຕ່າງປະເທດ.  

Read More »

ມີເຝີກອົບຮົມຫົວຂໍ້ດີໆ (FREE) ສຳລັບຜູ້ປະກອບການ

ສູນຜູ້ປະກອບການແມ່ຍິງ ຮ່ວມກັບ ບໍລິສັດທີ່ປຶກສາ EDC ຈັດການເຝິກອົບຮົມ ຟຣີ (FREE) ສຳລັບແມ່ຍິງ ? ? ? #free training ຫົວຂໍ້ ກ້າວໄປຂ້າງໜ້າສໍາລັບຜູ້ ປະກອບການແມ່ຍິງ #GetAhead ສົນໃຈເຂົ້າຮ່ວມສາມາດສະມັກຕາມລິ້ງນີ້ https://goo.gl/forms/zcBO6sX0jXKk3aMw1 ໃນວັນທີ 4-8 ກຸມພາ 2019 ເວລາ 8:30 – 16:00 ທີ່ສູນຜູ້ປະກອບການແມ່ຍິງ ຂໍມູນເພີ່ມເຕີມໂທ: 021 451669

Read More »

ມີທຶນໃຫ້ນັກສຶກສາລາວ ໄປຮຽນຕໍ່ຢູ່ປະເທດບຣູໄນ ອ່ານດ່ວນ….

ເປີດຮັບສະໝັກແລ້ວ !!! ?? ?? ?? ແຈ້ງການເຖິງທຶນການສຶກສາ ຈາກລັດຖະບານປະເທດ ບຣູໄນ ດາຣູຊາແລມ ປະຈໍາປີ 2019 ສໍາຫຼັບນັກສຶກສາລາວ. ປິດຮັບສະໝັກ: 31/03/2019 ລາຍລະອຽດ ຕາມປະກາດແຈ້ງການ. ຫ້ອງການກະຊວງສຶກສາ ແລະ ກິລາ ແຈ້ງມາຍັງພະນັກງານ ແລະ ນັກສຶກສາ ຊາບທົ່ວເຖິງກັນວ່າ: Universiti Brunei Darussalam (UBD) ປະເທດບຣູໄນ ສະເໜີໃຫ້ທຶນການສຶກສາລະດັບປະລິນຍາໂທ ສາຂາຮຽນ Master of Public Policy and Management (MPPM) ໂດຍເປີດຮັບສະໝັກຜູ້ທີ່ມີຈຸດປະສົງຢາກໄປຮຽນຕໍ່ທີ່ປະເທດດັ່ງກ່າວ ພາຍໃຕ້ທຶນຂອງ Universiti  Brunei  Darussalam (UBD) ສ່ວນຂໍ້ມູນລາຍລະອຽດຜູ້ສົນໃຈສະໝັກເຂົ້າເບິ່ງໄດ້ທີ່:  https://apply.ubd.edu.bn/orbron/uis-welcom/     E-Mail: [email protected],  Facebook@ipsubd. ເງື່ອນໄຂຂອງຜູ້ສະໝັກ: ຕ້ອງເປັນຄົນລາວຖືສັນຊາດລາວ ສຸຂະພາບສົມບູນແຂງແຮງດີທາງກາຍ ແລະ ຈິດໃຈ ສຳເນົາໃບປະກາດ ແລະ ໃບຄະແນນ ຈົບປະລິນຍາຕີໃນລະດັບດີ ສຳເນົາໃບຢັ້ງຢືນຄະແນນ TOEFL 550, IELTS ...

Read More »

ລາວຟອດຊີຕີ ແຈກໂຊກໃຫຍ່ ລົດຟອດ 2 ຄັນ ຄືນກຳໄລ ໃຫ້ລູກຄ້າ.

ວັນທີ 16 ມັງກອນ 2019 ບໍລິສັດ ລາວຟອດຊີຕີ ໄດ້ຈັດງານ ຈັບສະຫຼາກມອບໂຊກ ລົດ ຟອດ Ranger XL  ຈຳນວນ 1 ຄັນ, ຟອດ Ecosport ຈຳນວນ 1 ແລະ ລາງວັນ ອື່ນໂປຣໂມຊັ່ນນີ້ແມ່ນເລີ່ມຕັ້ງແຕ່ 21/05/2018 ຈົນຮອດ 15/01/2019 ເພື່ອເປັນການຄືນກໍາໄລໃຫ້ກັບ ລູກຄ້າ ທີ່ໄວ້ວາງໃຈໃນລົດ ຟອດ, ເຊິ່ງເງື່ອນໄຂລຸ້ນໂຊກກໍງ່າຍໆ ພຽງແຕ່ລູກຄ້າທ່ານໃດທີ່ຊື້ ຫຼື ຜ່ອນ ລົດ ຟອດ ທຸກລຸ້ນ ຕັ້ງແຕ່ໄລຍະເດືອນ ພຶດສະພາ 2018 ຫາ ທີ 15 ມັງກອນ ປີ 2019 ກໍຈະມີສິດລຸ້ນຮັບລາງວັນໃຫຍ່ ໂດຍຈະມີຄູປອງເພື່ອລຸ້ນຮັບໂຊກ. • ລາງວັນທີ 1 ຟອດ Ranger 1 ຄັນ • ລາງວັນທີ 2 ຟອດ Ecosport 1 ...

Read More »

ງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່

ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ (20 ມັງກອນ 1949-20 ມັງກອນ 2019) ໄດ້ຈັດຂຶ້ນຢ່າງສົມກຽດ ແລະ ຍິ່ງໃຫຍ່ໃນວັນທີ 20 ມັງກອນນີ້, ທີ່ວິທະຍາຄານກົມມະດໍາ, ເມືອງໂພນໂຮງແຂວງວຽງຈັນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ,  ທ່ານ ທອງລຸນ ສີສຸລິດ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ທ່ານພົນເອກ ຈັນສະຫມອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ບັນດາທ່ານການນໍາຂັ້ນສູງພັກ-ລັດ, ພ້ອມທັງ ບັນດານາຍທະຫານຂັ້ນສູງຈາກປະເທດເພື່ອນມິດຕ່າງໆ, ເປັນຕົ້ນ: ຫວຽດນາມ, ຈີນ, ຣັດເຊຍ, ບັນດາທຸຕານຸທູດ ຕ່າງປະເທດປະຈຳລາວ ແລະ ບັນດານາຍ ແລະ ພົນທະຫານຈາກກົມກອງຕ່າງໆອ້ອມຂ້າງກະຊວງປ້ອງກັນປະເທດ, ນັກຮຽນ-ນັກສຶກສາ,​ ປັນຍາຊົນ ແລະ  ພ້ອມດ້ວຍມວນຊົນຊາວລາວບັນດາເຜົ່າປະມານ 7 ພັນຄົນເຂົ້າຮ່ວມ. ການສະຫຼອງວັນປະຫວັດສາດອັນຍິ່ງໃຫຍ່ດັ່ງກ່າວ ໄດ້ເລີ່ມຕົ້ນດ້ວຍການສະແດງສິລະປະຂອງກອງສິລະປະກອນກອງທັບປະຊາຊົນລາວ ປະກອບມີ: ຮ້ອງເພງດຽວຍິງທີ່ມີຊື່ວ່າ: ເມືອງລາວມີພັກນໍາພາ, ເພງດຽວຊາຍຊື່ວ່າ: 20 ມັງກອນ, ຮ້ອງເພງໝູ່ຊາຍ : ທະຫານບໍ່ຢ້ານຕໍ່ອຸປະສັກ, ...

Read More »

ລັດຖະບານລາວ ປະດັບຫຼຽນຄໍາແຫ່ງຊາດ ໃຫ້ແກ່ກອງທັບປະຊາຊົນລາວ

ພິທີປະດັບຫຼຽນຄໍາແຫ່ງຊາດ ຊຶ່ງເປັນຫຼຽນສູງສຸດຂອງ ສປປ ລາວ ໃຫ້ແກ່ກອງທັບປະຊາຊົນລາວ ແລະ ປະດັບຫຼຽນໄຊ ແລະ ມອບໃບຍ້ອງຍໍສັນລະເສີນຜົນງານ 5 ປີ (2014-2019) ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ (20 ມັງກອນ 1949-20 ມັງກອນ 2019) ໃຫ້ແກ່ກົມກອງລວມໝູ່ ແລະ ບຸກຄົນ ທົ່ວກອງທັບປະຊາຊົນລາວ ທີ່ມີຜົນງານດີເດັ່ນໃນການປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕະຫຼອດໄລຍະ 5 ປີຜ່ານມາ. ໄດ້ຈັດຂຶ້ນໃນວັນທີ 18 ມັງກອນນີ້, ຢູ່ກະຊວງດັ່ງກ່າວ, ໂດຍການເຂົ້າຮ່ວມ ແລະ ໃຫ້ກຽດປະດັບຫຼຽນຄໍາແຫ່ງຊາດ ໂດຍທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ. ທ່ານ ສີພຸກ ວົງພັກດີ ຮອງລັດຖະມົນຕີ ກະຊວງພາຍໃນ ໄດ້ຜ່ານດໍາລັດຂອງປະທານປະເທດ ວ່າດ້ວຍການປະດັບຫຼຽນຄໍາແຫ່ງຊາດ ຊຶ່ງເປັນຫຼຽນສູງສຸດຂອງ ສປປ ລາວ ໃຫ້ແກ່ກອງທັບປະຊາຊົນລາວ ແລະ ຄະນະດຽວກັນທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີ ...

Read More »

ພິທີມອບ-ຮັບໂຄງການ ອາຄານ-ເດີນສວນສະໜາມ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ.

ວັນທີ 16 ມັງກອນ 2019 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ມີພິທີ ມອບ-ຮັບໂຄງການອາຄານ-ເດີ່ນ ສວນສະໜາມ ແລະ ມອບ- ຮັບ ອຸປະກອນເຄື່ອງຮັບໃຊ້ງານສະເຫຼີມສະຫຼອງວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 70 ປີ ລະຫວ່າງກະຊວງປ້ອງກັນປະເທດ ແລະ ບໍລິສັດ ໂນຣິນໂກ ແຫ່ງ ສປ ຈີນ ແລະ ບໍລິສັດ ເອ ເຊຍ ລົງທຶນ ແລະ ກໍ່ສ້າງຈຳກັດ ໂດຍການເຂົ້າຮ່ວມຂອງທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນ ກາງພັກ, ລັດຖະມົນຕີກະຊວງ ປ້ອງກັນປະເທດແຫ່ງ ສປປ ລາວ ມີບັນດາຄະນະນໍາກະຊວງ, ຄະນະກົມໃຫຍ່, ປະທານບໍລິສັດ ແລະ ພາກສ່ວນກ່ຽວຂ້ອງທັງສອງ ຝ່າຍເຂົ້າຮ່ວມ. ເພື່ອໃຫ້ທັນກັບງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີ, ບໍລິສັດ ເອເຊຍ ລົງທຶນ ແລະ ກໍ່ສ້າງຈໍາກັດເປັນຜູ້ຮັບເໝົາກໍ່ສ້າງອາຄານ ແລະ ເດີ່ນສວນສະໜາມ ...

Read More »

ທ່ານ ປອ ຄຳແພງ ໄຊສົມແພງ ຕ້ອນຮັບຜູ້ຕາງໜ້າອົງການຈັດຕັ້ງສາກົນຄົນໃໝ່ ປະຈຳລາວ.

ໃນວັນທີ 17 ມັງກອນ 2019 ນີ້, ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ) ພ້ອມຄະນະ, ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ Dr. Mark Andrew JACOBS ຜູ້ຕາງໜ້າອົງການອະນາໄມໂລກ ( WHO ) ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ໃນໂອກາດ ທີ່ ມາດຳລົງຕຳແໜ່ງເປັນຜູ້ຕາງໜ້າອົງການອະນາໄມໂລກ (WHO) ຄົນໃໝ່ປະຈຳ ສປປ ລາວ. ໃນໂອກາດດັ່ງກ່າວ, ທ່ານ ປອ ຄຳແພງ ໄຊສົມແພງ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ ທ່ານ Dr. Mark Andrew JACOBS ພ້ອມທັງສະແດງຄວາມຂອບໃຈຕໍ່ທາງອົງການອະນາໄມໂລກ ທີ່ໄດ້ໃຫ້ ການຊ່ວຍເຫຼືອແກ່ ສປປ ລາວ ເວົ້າລວມ, ເວົ້າສະເພາະ ...

Read More »