ພາກທຸລະກິດ ເບິ່ງໂອກາດ ແລະ ສິ່ງທ້າທາຍ ແນວໃດ? ໃນປີ 2019 (ກົດເຂົ້າອ່ານເລີຍ)

ປີ 2018 ການດໍາເນີນທຸລະກິດຂອງຜູ້ປະກອບການຂະແໜງການຕ່າງໆ ຖືວ່າຍັງມີຄວາມທ້າທາຍບໍ່ໜ້ອຍ ເນື່ອງຈາກໄດ້ຮັບຜົນກະທົບຈາກເສດຖະກິດໂລກ, ໄພທໍາມະຊາດພາຍໃນ ເຖິງວ່າລັດຖະບານຈະມີຫຼາຍມາດຕະການຕ່າງໆອອກມາເພື່ອກະຕຸ້ນເສດຖະກິດ ແຕ່ຂອດຈັດຕັ້ງປະຕິບັດຍັງບໍ່ທັນເອກະພາບ, ສ່ວນທ່າອ່ຽງການດໍາເນີນທຸລະກິດ ໃນປີ 2019 ຜູ້ປະກອບການມີຄວາມຫວັງຈະດີຂຶ້ນ ຖ້າຫາກບັນດາມາດຕະການຂອງພາກລັດຖືກຈັດຕັ້ງປະຕິບັດເປັນເອກະພາບກັນໃນລວງດຽວ.

ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ( ສຄອຊ ) ກ່າວວ່າ: ກ່ອນຈະແກ້ໄຂສະພາບເສດຖະກິດພາຍໃນໄດ້ ອັນດັບທໍາອິດຕ້ອງແກ້ໄຂຂອດຫຍໍ້ທໍ້ໃນການດໍາເນີນທຸລະກິດ ເປັນຕົ້ນ: ຂອດບໍລິຫານເກື້ອກູນ, ຂອດການສໍ້ລາດບັງຫຼວງ ( ຄໍຣັບຊັນ ), ຂອດນະໂຍບາຍຕ່າງໆ. ພ້ອມນັ້ນ, ກໍໃຫ້ລະດົມການລົງທຶນຈາກຕ່າງປະເທດມາ ສປປ ລາວ ໃຫ້ຫຼາຍຂຶ້ນ ( ຜູ້ທີ່ເຮັດແທ້ທຳຈິງ ) ຜູ້ເຮັດການຜະລິດເພື່ອສົ່ງອອກ, ຜູ້ເຮັດການຜະລິດເພື່ອຍົກສະມັດຖະພາບກຳລັງແຮງງານ, ຜູ້ສ້າງລາຍຮັບໃຫ້ແກ່ລັດຖະບານ ອັນນີ້ເປັນສິ່ງທີ່ຕ້ອງໄດ້ເຮັດ ແລະ ສົ່ງເສີມແທ້ໆ; ສະເໜີລັດຖະບານເບິ່ງຄືນກ່ຽວກັບນັກລົງທຶນທີ່ໄດ້ໂຄງການໄປແລ້ວບໍ່ປະຕິບັດຕາມຂັ້ນຕອນແມ່ນໃຫ້ຍົກເລີກ; ຜ່ານມາແມ່ນມີການແກ່ຍາວເມື່ອໄດ້ໂຄງການມາແລ້ວກໍໄປຊອກຂາຍ ຖ້າຫາກຍັງເປັນແບບນີ້ນັກລົງທຶນລາຍໃຫຍ່ທີ່ມີຄຸນນະພາບ ແລະ ມີຄວາມພ້ອມອາດຈະຫັນໄປລົງທຶນຢູ່ປະເທດອ້ອມຂ້າງ ແທນທີ່ຈະມາລົງທຶນຢູ່ ສປປ ລາວ. ດັ່ງນັ້ນ, ລັດຖະບານຕ້ອງສະກັດກັ້ນການສໍ້ລາດບັງຫຼວງຢ່າງຈິງຈັງ ຖ້າເຮັດໄດ້ເມັດເງິນກໍຈະເຂົ້າມາ ສປປ ລາວ.

ທ່ານກ່າວຕໍ່ອີກວ່າ: ໃນແງ່ຂອງການຄ້າສ່ວນໃຫຍ່ແມ່ນຕິດພັນກັບບັນດາປະເທດອາຊຽນ ແລະ ສະພາທຸລະກິດລຸ່ມແມ່ນ້ຳຂອງ ເປັນຕົ້ນ: ສປ ຈີນ, ໄທ ແລະ ຫວຽດນາມ. ດັ່ງນັ້ນ, ໃນການເຂົ້າເປັນສະມາຄົມເສດຖະກິດອາຊຽນ ເພື່ອສ້າງຜົນປະໂຫຍດຮ່ວມກັນ ແລະ ບໍ່ເຮັດໃຫ້ ສປປ ລາວ ເປັນໄດ້ພຽງທາງຜ່ານນັ້ນ ຕ້ອງໄດ້ແກ້ໄຂລະບົບໂລຈິສຕິກ ຫຼື ການຂົນສົ່ງ ເນື່ອງຈາກວ່າໂດຍພື້ນຖານພວກເຮົາຍັງບໍ່ທັນມີຄົບ ແລະ ສ້າງຈຸດປ່ຽນຖ່າຍສິນຄ້າໃຫ້ຫຼາຍ ( ປັດຈຸບັນມີຢູ່ແຕ່ເຂດເສດຖະກິດພິເສດ ສະຫວັນ – ເຊໂນ ) ໃຫ້ເປັນສູນກາງ ຈະເຮັດອຸດສາຫະກຳຂະຫຍາຍຢູ່ປະເທດເຮົາ ຖ້າບໍ່ມີຈຸດປ່ຽນຖ່າຍໝາຍຄວາມວ່າລາວຈະເປັນທາງຜ່ານ.

ທ່ານ ນາງ ວາລີ ເວດສະພົງ ຮອງປະທານ ສຄອຊ ໃຫ້ສຳພາດວ່າ: ເສດຖະກິດລາວ ໃນໄລຍະ 2 – 3 ປີຜ່ານມາ ມີການຂະຫຍາຍຕົວຊ້າລົງເຫັນໄດ້ຢ່າງຊັດເຈນ ສາເຫດມີທັງປັດໄຈພາຍໃນ ແລະ ພາຍນອກ, ປັດຈຸບັນ ນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງເລກທີ 02/ນຍ ຈໍາກັດສິ່ງກີດຂວາງຕໍ່ການລົງທຶນ ແລະ ດໍາລັດຕ່າງໆ ເພື່ອໃຫ້ແຕ່ລະກະຊວງນໍາໄປຈັດຕັ້ງປະຕິບັດ ເປົ້າໝາຍຄືບັນລຸຕົວຊີ້ວັດຕ່າງໆຄືຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາໄດ້ສຳເລັດ.

ຄຳສັ່ງເລກທີ 02/ນຍ ທີ່ມີການຈັດຕັ້ງປະຕິບັດລະຫວ່າງ ເດືອນຕຸລາ 2018 ເປັນຕົ້ນມາ ເລີ່ມປາກົດໃຫ້ເຫັນເປັນຮູບປະທຳແດ່ແລ້ວເລັກໜ້ອຍ ກະຊວງທີ່ເຮັດໄດ້ພົ້ນເດັ່ນ ຄື: ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງແຜນການ ແລະ ການລົງທຶນ ເປັນຕົ້ນ, ສ່ວນກະຊວງອື່ນໆຄາດວ່າປີ 2019 ຈະເຫັນຜົນຢ່າງແນ່ນອນ.
ທ່ານກ່າວຕື່ມອີກວ່າ: ເສດຖະກິດລາວ ໃນປີ 2019 ຈະກະເຕື້ອງຂຶ້ນມາດີຂຶ້ນກວ່າເດີມ ໂດຍສະເພາະຂະແໜງບໍລິການ ແລະ ກະສິກຳ ແຕ່ລັດຖະບານຄວນຈະລົງທຶນໃສ່ຂະແໜງກະສິກຳຢ່າງມີຈຸດສຸມ, ນຳເອົາເຕັກນິກ, ວິຊາການ, ສົ່ງເສີມກະສິກຳພາຍໃນໃຫ້ມີຄວາມເຂັ້ມແຂງ, ສ້າງຄວາມເຊື່ອຖືໃຫ້ກັບຜູ້ບໍລິໂພກພາຍໃນໄດ້ດີຍິ່ງຂຶ້ນ. ທັງນີ້, ກໍຕ້ອງເຂັ້ມງວດສະກັດກັ້ນສິນຄ້ານຳເຂົ້າທີ່ຫຼົບຫຼີກພາສີອາກອນ.

ນອກຈາກກະສິກຳແລ້ວ ອຸດສາຫະກຳຂະໜາດໃຫຍ່ໂຄງການທີ່ລັດຖະບານມີການເຊັນສັນຍາກ່ອນແລ້ວ ອັນນັ້ນຖືເປັນສິ່ງທີ່ແນ່ນອນທີ່ຈະເຮັດໃຫ້ເມັດເງິນໄຫຼເຂົ້າປະເທດ, ອີກຂະແໜງການທີ່ລັດຖະບານຄວນເອົາໃຈໃສ່ຄືຂະແໜງບໍລິການ ໂດຍສະເພາະປີ 2019 ປີທ່ອງທ່ຽວ ລາວ – ຈີນ ລັດຖະບານຈະຕ້ອງເພີ່ມນະໂຍບາຍສົ່ງເສີມເພື່ອໃຫ້ນັກທ່ອງທ່ຽວເຂົ້າມາ ສປປ ລາວ ຫຼາຍຂຶ້ນ, ໃນຂະນະດຽວກັນກໍຕ້ອງໄດ້ເຂັ້ມງວດວີຊາຄົນເຂົ້າ – ອອກເມືອງ, ລັດຖະບານ ແລະ ບໍລິສັດນຳທ່ຽວຕ້ອງໄດ້ປຶກສາຫາລືກັນ ເພາະຜ່ານມາຜູ້ນຳທ່ຽວ, ວິຊາການທີ່ເຂົ້າມາເຮັດວຽກໃນໂຄງການຕ່າງໆທີ່ຜ່ານວີຊາກໍຈັດເປັນປະເພດນັກທ່ອງທ່ຽວທັງໝົດ.

ທ່ານ ນາງ ມະລິວັນ ວໍລະເດດ ຜູ້ອຳນວຍການສູນ Laos SME Center ໄດ້ກ່າວວ່າ: ຈາກການໂອ້ລົມແລກປ່ຽນຜູ້ປະກອບການ 250 ທ່ານ ກໍໄດ້ຂໍ້ມູນມາລະດັບໜຶ່ງກ່ຽວກັບເສດຖະກິດ ເຊິ່ງຈາກສະພາບປັດຈຸບັນພາວະເສດຖະກິດໂລກຊະລໍຕົວ ໂດຍສະເພາະໃນເອີຣົບ ແລະ ອາເມຣິກາ ກໍສົ່ງຜົນກະທົບເຖິງດ້ານເສດຖະກິດໃນລາວ ໂດຍສະເພາະດ້ານຕົວເລກຈຳນວນນັກທ່ອງທ່ຽວທີ່ຫຼຸດລົງ ເຊິ່ງເປັນທີ່ຮູ້ກັນດີແລ້ວວ່າລາຍຮັບຫຼັກສ່ວນໜຶ່ງຂອງ ສປປ ລາວ ກໍມາຈາກຂະແໜງການທ່ອງທ່ຽວ, ບວກກັບປະເທດຖືກຜົນກະທົບຈາກໄພພິບັດນ້ຳຖ້ວມຄັ້ງໃຫຍ່ ຈຶ່ງເຮັດໃຫ້ສະພາບເສດຖະກິດໂດຍລວມງຽບເຫງົາ ແຕ່ກໍໂຊກດີທີ່ເສດຖະກິດຂອງ ສປ ຈີນ ຍັງເຕີບໂຕກໍເລີຍເຮັດໃຫ້ພາບລວມຂອງເສດຖະກິດໃນລາວບໍ່ໄດ້ຊະລໍຕົວໄປຫຼາຍປານໃດ, ສ່ວນທ່າອ່ຽງເສດຖະກິດປີນີ້ ຖ້າເອີຣົບ ຍັງປະເຊີນກັບບັນຫາເສດຖະກິດທີ່ຊະລໍຕົວຢ່າງຕໍ່ເນື່ອງ ຫຼື ວ່າເສດຖະກິດຂອງອາເມຣິກາ ມີບັນຫາ ບວກກັບຜົນພວງທີ່ ສປປ ລາວ ຈະຕ້ອງໄດ້ຟື້ນຟູຜົນກະທົບຈາກໄພນ້ຳຖ້ວມໃນປີຜ່ານມາ ເສດຖະກິດຂອງປະເທດກໍຈະຍັງຂະຫຍາຍຕົວຊ້າຢູ່ ຫຼື ຄ້າຍກັບປີຜ່ານມາ.

ທ່ານ ວົງພູທອນ ສີຈັນທະລາດ ປະທານ ບໍລິສັດ ເຈແອລເອັສ ໄອທີ ໂຊລູຊັ່ນ ຈຳກັດ ( JLS IT Solution Co.,LTD ) ໃຫ້ຮູ້ວ່າ: ເສດຖະກິດລາວເຮົາ ໃນປີ 2018 ບາງຂະແໜງການກໍເຫັນວ່າໄປໄດ້ດີ ແລະ ບາງຂະແໜງການປະເຊີນກັບຄວາມຫຍຸ້ງຍາກ ໂດຍສະເພາະແມ່ນພາກກະສິກຳ, ສິ່ງແວດລ້ອມ ແລະ ສາທາລະນູປະໂພກຕ່າງໆທີ່ໄດ້ຮັບຜົນກະທົບຫຼາຍສົມຄວນໃນໄລຍະລະດູຝົນເກືອບທຸກແຂວງໃນທົ່ວປະເທດ. ສໍາລັບທ່າອ່ຽງຂອງເສດຖະກິດລາວ ປີ 2019 ເນື່ອງຈາກບັນດາເຂື່ອນໄຟຟ້າທີ່ຈະສໍາເລັດການກໍ່ສ້າງ ແລະ ຜະລິດໄຟຟ້າປະມານ 12 ເຂື່ອນ ຈະເຮັດໃຫ້ລັດຖະບານມີລາຍຮັບຈາກການຂາຍໄຟຟ້າໄປຍັງຕ່າງປະເທດ,ສ່ວນບັນຍາກາດການລົງທຶນກໍເຫັນວ່າຈະຍັງສືບຕໍ່ຂະຫຍາຍຕົວ ເນື່ອງຈາກໄລຍະຜ່ານມານັກລົງທຶນຈາກ ສປ ຈີນ, ໄທ, ສສ ຫວຽດນາມ ແລະ ບັນດາປະເທດຕ່າງໆໃນອາຊຽນ ກໍສົນໃຈເຂົ້າມາລົງທຶນໃນລາວເຮົາ ເຊິ່ງສັງເກດເຫັນໄດ້ຈາກຕົວເລກການລົງທຶນມີລັກສະນະເພີ່ມຂຶ້ນ ແລະ ຄຶກຄັກຫຼາຍ ໂດຍສະເພາະໃນເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ.

ຂໍຂອບໃຈ ຂໍ້ມູນ ແລະ ຮູບພາບ ຈາກ: ຂ່າວເສດຖະກິດ-ການຄ້າ

Comments